ບັນດາເຈົ້າໜ້າທີ່ຂອງ Mali ໄດ້ຈັບກຸມນາຍພົນ Amadou
Sanogo ຫົວໜ້າຂອງການກໍ່ລັດຖະປະຫານ ໃນປີກາຍນີ້
ແລະກ່າວຫາທ່ານວ່າ ເປັນຄາດຕະກອນ.
ທ່ານ Mohamed Coulibaly ຜູ້ອໍານວຍການຝ່າຍສື່ສານ
ຂອງນາຍພົນ Sanogo ໄດ້ບອກກັບ VOA ພະແນກພາສາ
ຝຣັ່ງໄປຍັງອາຟຣິກາວ່າ ກຳລັງຮັກສາຄວາມສະຫງົບໄດ້
ຈັບທ່ານ Sanogo ທີ່ເຮືອນຂອງທ່ານ ໃນນະຄອນ Bamako
ໃນວັນພຸດວານນີ້ ແລະ ໄດ້ນຳທ່ານໄປປະກົດຕົວ ຕໍ່ໜ້າຜູ້ພິພາກສາ ທີ່ໄດ້ອອກຄຳສັ່ງ
ໝາຍຮຽກຂອງສານ ແຕ່ກໍ ຖືກປະຕິເສດຕະຫຼອດມາ.
ອະທິໄອຍະການຂອງມາລີ ທ່ານ Daniel Tessouge ໃຫ້ການຢືນຢັນຕໍ່ວີໂອເອວ່າ
ນາຍພົນ Sanogo ໄດ້ຖືກຟ້ອງໃນຂໍ້ຫາຄາດຕະກຳແລະລອບສັງຫານ.
ທ່ານເວົ້າວ່າ ຂໍ້ຫາເຫຼົ່ານີ້ແມ່ນພົວພັນກັບການຄາດຕະກຳທະຫານໝວກຫແດງໃນເດືອນ
ເມສາ ປີ 2012 ໃນລະຫວ່າງທີ່ມີການກໍ່ການຕໍ່ຕ້ານລັດຖະປະຫານຂຶ້ນ ແລະການປາບ
ປາມການ ກໍ່ກະບົດທີ່ຄ້າຍ Kati ໃນເດືອນກັນຍາ.
ທ່ານ Tessouge ເວົ້າວ່າ ນາຍພົນ Sanogo ຍັງຖືກຄວບຄຸມຕົວໄວ້ຢູ່ໃນເວລານີ້.