ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ນາຍົກ ມາເລເຊຍ ແລະອະດີດ ລມຕ ກະຊວງການເງິນ ຖືກຟ້ອງ ຖານສໍ້້ລາດບັງຫຼວງ


ອະດີດນາຍົກລັດຖະມົນຕີ ມາເລເຊຍ ທ່ານ ນາຈິບ ຣາຊາກ ກຳລັງຍ່າງອອກມາຈາກສານ ຢູ່ໃນນະຄອນຫຼວງ ກົວລາລຳເປີ ຂອງມາເລເຊຍ, ວັນທີ 19 ຕຸລາ 2018.
ອະດີດນາຍົກລັດຖະມົນຕີ ມາເລເຊຍ ທ່ານ ນາຈິບ ຣາຊາກ ກຳລັງຍ່າງອອກມາຈາກສານ ຢູ່ໃນນະຄອນຫຼວງ ກົວລາລຳເປີ ຂອງມາເລເຊຍ, ວັນທີ 19 ຕຸລາ 2018.

ອະດີດນາຍົກລັດຖະມົນຕີ ມາເລເຊຍ ທ່ານ ນາຈິບ ຣາຊາກ ແລະ ອະດີດຫົວໜ້າ
ກະຊວງ ການເງິນ ຂອງທ່ານ ໄດ້ຖືກຟ້ອງ ໃນຂໍ້ຫາຍັກຍອກເງິນ​ຫຼວງ ຈຳ ນວນ 1
ພັນ 6 ຮ້ອຍລ້ານໂດລາ.

ທ່ານ ນາຈິບ ແລະ ທ່ານ ໂມຮາມັດ ເອີຣວານ ເຊີຣີກາຣ ອັບດູລາ ອະດີດລັດຖະມົນຕີ
ວ່າການ ກະຊວງການເງິນ ໄດ້ຖືກກ່າວຫາ ຢ່າງເປັນທາງການ ໃນວັນພະຫັດມື້ນີ້ ຢູ່ທີ່
ສານ ນະຄອນຫຼວງ ກົວລາລຳເປີ ​ດ້ວຍ​ຄວາມ​ຜິດທາງອາຍາ 6 ກະ​ທົງ ທີ່​ເຮັດ​ໃຫ້ຂາດ
ຄວາມເຊື່ອຖື. ທັງສອງທ່ານ ແມ່ນໄດ້ຖືກກ່າວຫາວ່າ ຍັກຍອກທຶນຈັດສັນໃຫ້ແກ່
ສະໜາມບິນສາກົນ ນ​ະ​ຄອນ ກົວລາລຳເປີ ແລະໂຄງການເງິນອຸດໜຸນ ໃນລະຫວ່າງ
ເດືອນທັນວາ ປີ 2016 ຫາ ເດືອນທັນວາ ປີ 2017. ໃນແຕ່ລະຂໍ້ກ່າວຫານັ້ນ ຈະມີ
ໂທດຈຳຄຸກ ເຖິງ 20 ປີ ຊຶ່ງທັງສອງຄົນນີ້ ຕ່າງ​ກໍໄດ້ໃຫ້ການປະຕິເສດ ຕໍ່ຂໍ້ກ່າວຫາ
ດັ່ງກ່າວ.

ທ່ານ ນາຈິບ ແມ່ນໄດ້ປະເຊີນກັບຂໍ້ກ່າວຫາຢູ່ແລ້ວ 32 ກະທົງ ໃນການມີສ່ວນກ່ຽວ
ຂ້ອງກັບ ເລື້ອງການຍັກຍອກເງິນ ຢູ່ໃນກອງທຶນເພື່ອການລົງທຶນ ທີ່ມີຊື່ວ່າ 1MDB
ທີ່ລັດຖະບານເປັນເຈົ້າຂອງ ລວມທັງ ການຂາດຄວາມເຊື່ອຖື ທີ່ເປັນຄະດີທາງອາຍາ
ການສໍ້ລາດບັງຫຼວງ ແລະການຟອກເງິນ. ທ່ານໄດ້ຖືກກ່າວຫາວ່າ ທຳການໂອນເງິນ
ປະມານ 10​ ລ້ານໂດລາ ອອກຈາກກອງທຶນທີ່​ເປັນ​ສາ​ຂາ ໄປໃສ່ບັນຊີທະນາຄານ
ຕ່າງໆຂອງທ່ານເອງ ແລະສ່ວນນຶ່ງຂອງເງິນຈຳນວນ 4 ພັນ 5 ຮ້ອຍລ້ານໂດລາ ທີ່
ກະຊວງຍຸຕິທຳ ສະຫະລັດ ໄດ້ກ່າວຫາ ທ່ານ ນາຈິບ ແລະ ພັກພວກຂອງທ່ານ ໄດ້
ລັກຂະໂມຍເອົາຈາກກອງທຶນ 1MDB ນັ້ນ.

Former Malaysian Prime Minister Najib Razak and his former treasury chief have been charged with misappropriating $1.6 billion of public funds.

Najib and Mohamad Irwan Serigar Abdullah, the country's ex-Treasury secretary-general, were officially charged Thursday in a Kuala Lumpur courtroom with six counts of criminal breach of trust.The two men are accused of mishandling funds earmarked for the Kuala Lumpur's international airport and a cash subsidy program between December 2016 and December 2017. Each charge carries a 20-year jail sentence; both men pleaded not guilty.

Najib is already facing 32 charges in connection with the embezzlement scandal at state-owned investment fund 1MDB, including criminal breach of trust, corruption and money laundering.He has been accused of siphoning about $10 million from a subsidiary of the fund into his bank accounts, a fraction of the $4.5 billion the U.S. Justice Department has accused Najib and his associates steal from 1MDB.

XS
SM
MD
LG