ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານມະຫາເທຍ ຂັດຂວາງ ທ່ານນາຈິບ ບໍ່ໃຫ້ເດີນທາງ ອອກຈາກ ມາເລເຊຍ


ນາຍົກລັດຖະມົນຕີ ນາຈິບ ຣາຊັກ (ຂວາ) ຄຳນັບກອງທະຫານ ຂະນະທີ່ທ່ານ ແລະພັນລະຍາ ທ່ານນາງ ໂຣສມາ ແມນຊໍ ໄປຮອດ ສະໜາມບິນສາກົນຄລາກ ໃນແຂວງປາມປັງກາ ຢູ່ທາງເໜືອ ນະຄອນຫຼວງມະນີລາ ປະເທດຟີລິບປິນ. (ວັນທີ 12 ພະຈິກ 2017)
ນາຍົກລັດຖະມົນຕີ ນາຈິບ ຣາຊັກ (ຂວາ) ຄຳນັບກອງທະຫານ ຂະນະທີ່ທ່ານ ແລະພັນລະຍາ ທ່ານນາງ ໂຣສມາ ແມນຊໍ ໄປຮອດ ສະໜາມບິນສາກົນຄລາກ ໃນແຂວງປາມປັງກາ ຢູ່ທາງເໜືອ ນະຄອນຫຼວງມະນີລາ ປະເທດຟີລິບປິນ. (ວັນທີ 12 ພະຈິກ 2017)

ນາຍົກລັດຖະມົນຕີຄົນໃໝ່ຂອງມາເລເຊຍ ກ່າວໃນວັນເສົາມື້ນີ້ວ່າ ທ່ານ “ໄດ້ປ້ອງກັນ”
ບໍ່ໃຫ້ລັດຖະມົນຕີຄົນກ່ອນ ໜີອອກຈາກປະເທດ.

ທ່ານມະຫາເທຍ ໂມຮຳມັດກ່າວວ່າ ທ່ານເປັນຜູ້ຮັບຜິດຊອບໃນການອອກຄຳສັ່ງຫ້າມ ບໍ່ໃຫ້ອະດີດນາຍົກລັດຖະມົນຕີນາຈິບ ຣາຊັກແລະພັນລະຍາຂອງທ່ານເດີນທາງອອກ
ນອກປະເທດ. ອົງການຂ່າວເອພີລາຍງານວ່າ ລາຍຊື່ຜູ້ໂດຍສານ ໃນຖ້ຽວບິນທີ່ມີການ
ຮົ່ວໄຫຼ ສະແດງໃຫ້ເຫັນວ່າ ທ່ານນາຈິບ ແລະພັນລະຍາ ມີກຳນົດທີ່ຈະເດີນທາງໄປຍັງ
ນະຄອນຫຼວງຈາກາຕ້າ ໂດຍເຮືອບິນ ອາຍພົ່ນເອກກະຊົນ ໃນວັນເສົາມື້ນີ້.

ທ່ານມະຫາເທຍ ທີ່ມີອາຍຸ​ 92 ປີ ກ່າວວ່າ ລັດຖະບານຂອງທ່ານໄດ້ພົບ “ຫຼັກຖານພຽງ
ພໍ” ໃນການພົວພັນຂອງທ່ານນາຈິບ ກັບຂ່າວນອງນັນກ່ຽວກັບການສໍ້ລາດບັງຫຼວງຂະ ໜາດໃຫຍ່.

ທ່ານນາຈິບ ໄດ້ປະກາດຜ່ານທາງເຟສບຸກວ່າ ທ່ານຈະໄປພັກຜ່ອນ ແຕ່ຈະກັບຄືນມາ
ໃນນຶ່ງອາທິດ ຊຶ່ງພາໃຫ້ເກີດຂ່າວລືວ່າ ທ່ານພະຍາຍາມທີ່ຈະຫຼົບໜີການດຳເນີນຄະດີ
ທີ່ອາດຈະມີຂຶ້ນນັ້ນ.

ທ່ານໄດ້ປະຕິເສດວ່າ ທ່ານບໍ່ໄດ້ເຮັດຫຍັງຜິດ.

ນອກນັ້ນແລ້ວ ໃນວັນເສົາມື້ນີ້ ລູກສາວ ຂອງທ່ານອານວາ ອີບຣາຮິມ ກ່າວຕໍ່ອົງການ
ຂ່າວຕ່າງໆວ່າ ຜູ້ນຳຝ່າຍຄ້ານ ຈະຖືກປ່ອຍອອກຈາກຄຸກ ໃນວັນອັງຄານອາທິດໜ້າ ແລະໄດ້ຮັບການປະທານອະໄພຍະໂທດ ຈາກກະສັດ ໂດຍເຕັມ.

ທ່ານອານວາໄດ້ຖືກຕິດຄຸກໃນຂໍ້ຫາສໍ້ລາດບັງຫຼວງແລະມີການມີເພດສຳພັນແບບຜິດ
ປົກກະຕິ ທີ່ໄດ້ຖືກປະນາມກັນ ຢ່າງກວ້າງຂວາງວ່າ ມີຈຸດປະສົງທາງການເມືອງ.

ທ່ານອານວາເຄີຍຮັບຕຳແໜ່ງເປັນຮອງນາຍົກລັດຖະມົນຕີແລະລັດຖະມົນຕີກະຊວງ
ການເງິນ ໃນລັດຖະບານທ່ານມະຫາເທຍ ແລະຖືກເບິ່ງກັນວ່າ ເປັນທາຍາດທາງການ ເມືອງຂອງທ່ານມະຫາເທຍ ຈົນເທົ່າທ່ານຖືກປົດ ໃນປີ 1999.

ທ່ານນາຈິບ ໄດ້ເສຍໄຊ ໃນການເລືອກຕັ້ງທົ່ວໄປ ໃນວັນພຸດຜ່ານມາ ໃຫ້ແກ່ທ່ານມະ
ຫາເທຍ ຜູ້ຊຶ່ງໃນເວລານີ້ ໄດ້ກາຍເປັນຜູ້ນຳທີ່ຖືກເລືອກ ອາຍຸແກ່ທີ່ສຸດໃນໂລກ.

ທ່ານນາຈິບໄດ້ລາອອກ ໃນວັນເສົາມື້ນີ້ ຈາກການເປັນປະທານຂອງພັກ UNMO ຊຶ່ງ
ເປັນພັກການເມືອງຂອງຊາວມາເລ ທີ່ໄດ້ປົກຄອງມາເລເຊຍນັບຕັ້ງແຕ່ໄດ້ຮັບເອກກະ
ລາດຈາກອັງກິດໃນປີ 1957 ແລະຜູ້ນຳພັກລັດຖະບານປະສົມແນວໂຮມແຫ່ງຊາດບາ
ຣີຊານ ທີ່ຖືກຂັບໄລ່ ອອກຈາກອຳນາດ ໃນການເລືອກຕັ້ງທົ່ວໄປນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG