ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະ​ດີດ​ນັກ​ສຶກ​ສາ​ລາວ ​ທີ່​ເມືອງ​ຄາ​ກີບ ຂອງ​ຢູ​ເຄ​ຣນ​ເລົ່າ​ເຖິງ ​ສະ​ພາບ​ການ​ໃນ​ເມືອງ ​ທີ່ທ່ານ​ອາ​ໄສ​ຢູ່​ຂະ​ນະ​ທີ່​ຖືກ​ຣັດ​ເຊຍ​ໂຈມ​ຕີ​ຢູ່


Kharkiv Police Building Engulfed in Flames after Russian Missile Strike
please wait

No media source currently available

0:00 0:00:51 0:00

ຕຶກ​ຫ້ອງ​ການ​ຕຳ​ຫລວດ​ ທີ່​ເມືອງ​ຄາ​ກີບ ໃນ​ເຂດ​ພາກຕາ​ເວັນ​ອອກ​ສຽງ​ເໜືອ​ ຂອງ​ຢູ​ເຄ​ຣນ ຖືກ​ໄຟ​ໄໝ້​ຍ້ອນ​ຖືກ​ລູກ​ສອນ​ໄຟ​ ຂອງ​ຣັດ​ເຊຍ​ຍິງ​ໃສ່

ນັບ​ແຕ່​ຣັດ​ເຊຍ​ ໄດ້​ບຸກ​ລຸກ​ຢູ​ເຄ​ຣນໃນ​ວັນ​ພະ​ຫັດ​ແລ້ວນີ້ເປັນ​ຕົ້ນ​ມາປະ​ຊາ​ຊົນຢູ​ເຄ​ຣນ​ ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ຕົວ​ເມືອງ​ໃຫຍ່ທີ່​ຖືກ​ທຳ​ລາຍແລະ​ປິດ​ລ້ອມ​ໂດຍ​ທະ​ຫານ​ຣັດ​ເຊຍ ແມ່ນ​ໄດ້​ຮັບ​ຄວາມ​ເດືອດ​ຮ້ອນ ຊຶ່ງ​ເຮັດ​ໃຫ້ຫລາຍ​ແສນ​ຄົນອົບ​ພະ​ຍົບ​ຫລົບ​ໜີ​ໄປ​ຫາ​ປະ​ເທດ​ໃກ້​ຄຽງ​ເຊັ່ນ​ໂປ​ແລນ, ຣູ​ມາເນຍ ແລະ​ໂມ​ລ​ໂດ​ວາ. ສ່ວນ​ພວກ​ທີ່​ຍັງ​ຢູ່ນັ້ນ ​ກໍ​ຕ້ອງ​ໄດ້​ຫລົບ​ໄພໄປ​ຢູ່​ໃນ​ສະ​ຖານ​ທີ່​ຕ່າງໆ ຫລື​ໃນ​ບ້ານ​ເຮືອນ​ຂອງຕົນ. ​ທ່ານວິ​ຣະ​ຈິດ, ອະ​ດີດ​ນັກ​ສຶກ​ສາ​ຈາກລາວ ​ທີ່ໄດ້ຕັ້ງ​ຖິ່ນ​ຖານຢູ່​ເມືອງ​ຄາ​ກີບຂອງ​ຢູ​ເຄ​ຣນ ຫລັງ​ຈາກໄປ​ສຶກ​ສາ​ຮ່ຳ​ຮຽນ​ໃນດິນ​ແດນແຫ່ງນັ້ນ ຊຶ່ງ​ກ່ອນປີ 1991 ​ເຄີຍ​ເປັນ​ສ່ວນ​ນຶ່ງ​ຂອງ​ອະ​ດີດສະ​ຫະ​ພາບ​ໂຊຫວຽດ. ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້ ກໍ​ຄື​ມື້ທີ່​ຣັດເຊຍ ​ຍິງ​ລູກສອນ​ໄຟ ​ໃສ່​ຫ້ອງ​ການ​ລັດ​ຖະ​ບານ​ເມືອງ​ໃນຈະ​ຕຸ​ລັດ​ກາງນັ້ນ ທ່ານ​ໄດ້​ສົ່ງ​ຂໍ້​ຄວາມ​ຫາ​ເພື່ອ​ນ​ຂອງ​ທ່ານ​ຢູ່​ສະ​ຫະ​ລັດ ​ຜ່ານ​ທາງ​ເຟັ​ສ​ບຸກ​ແບບ​ສ່ວນ​ຕົວ​ວ່າ “ກໍຄື​ດັ່ງ​ສອງ-ສາມມື້​ຜ່ານ​ມາ, ບໍ່​ໄດ້​ອອກ​ໄປ​ໃສ, ຊື້​ຂອງ​ກິນ​ມາ​ປະ​ໄວ້ແລ້ວ​ກໍ​ຢູ່​ເຮືອນ. ອີກ​ຢ່າງ​ເພິ່ນ​ກໍ​ບໍ່​ໃຫ້​ອອກ​ເຮືອນ​ເລີຍ ແຕ່ 4 ໂມງ​ແລງ​ ຫາ 6 ໂມງ​ເຊົ້າ.” ທ່ານ​ເວົ້າ​ອີກວ່າເນື່ອງ​ຈາກ​ “ສັນ​ຍານ​ອິນ​ເຕີ​ແນັດ​ບໍ່​ສະ​ຖຽນ, ຂາດໆ​ ຫາຍໆຈຶ່ງບໍ່​ສາ​ມາດສື່​ສານ​ແບບ​ລົມ​ກັນ​ໄດ້ສະ​ນັ້ນມີ​ຫຍັງ​ກໍ​ຂຽນ ຫາ​ກັນ​ເອົາ ຊຶ່ງ​ບາງເທື່ອກໍ​ໄວ, ບາງ​ເທື່ອ​ກໍ​ຊ້າ​ແດ່.”

ຊ​າກ​ຫັກ​ພັງ​ທີ່​ຢູ່​ເຕັມ​ເດືີ່ນ​ຂອງ​ອາ​ຄານໃນ​ຈະ​ຕຸ​ລັດ​ລັດ​ຖະ​ທຳ​ມະ​ນູນໃນ​ເມືອງ​ຄາ​ກີບ ພາຍ​ຫລັງ​ຖືກ​ທະ​ຫານຣັດ​ເຊຍຍິງ​ລູກ​ສອນ​ໄຟ​ໃສ່, ວັນ​ທີ 2 ມີ​ນາ, 2022.
ຊ​າກ​ຫັກ​ພັງ​ທີ່​ຢູ່​ເຕັມ​ເດືີ່ນ​ຂອງ​ອາ​ຄານໃນ​ຈະ​ຕຸ​ລັດ​ລັດ​ຖະ​ທຳ​ມະ​ນູນໃນ​ເມືອງ​ຄາ​ກີບ ພາຍ​ຫລັງ​ຖືກ​ທະ​ຫານຣັດ​ເຊຍຍິງ​ລູກ​ສອນ​ໄຟ​ໃສ່, ວັນ​ທີ 2 ມີ​ນາ, 2022.

ກ່ອນ​ໜ້ານີ້ກໍ​ຄື​ໃນ​ວັນ​ເສົາ​ຜ່ານ​ມາ​ຫລັງ​ຈາກ​ຣັດ​ເຊຍ​ໄດ້​ເລີ້ມ​ໂຈມ​ຕີ​ຢູ​ເຄ​ຣນມາ​ໄດ້​ສອງວັນນັ້ນ ທ່ານສົ່ງ​ຂໍ້​ຄວາມບອກວ່າ “ສະ​ພາບ​ເຄັ່ງ​ຕຶງ​ສົມ​ຄວນ. ​ຫ້າງ​ສັບ​ພະ​ສິນ​ຄ້າ ຫລື supermarket ກໍ​ເຮັດ​ວຽກ​ຕາມປົກ​ກະ​ຕິ ​ແຕ່​ກໍ​ມີ​ຄົນຫລາຍກວ່າ ທຳ​ມະ​ດາ, ພະ​ນັກ​ງານ​ຂາຍ​ເຄື່ອງ​ເອົາ​ສິນ​ຄ້າ​ອອກ​ມາ​ຢາຍ​ນຳຈົນ​ບໍ່​ທັນ​. ລຽນ​ແຖວ​ຈ່າຍ​ເງິນ​ກໍ​ຢາກ​ດົນ​ແດ່ເກືອບ​ຮອດ 2 ຊົ່ວ​ໂມງ.”

ເມືອງ​ຄາ​ກີບຊຶ່ງ​ຮູ້​ກັນ​ອີກ​ຊື່​ນຶ່ງ​ວ່າ​ຄາ​ກົບ​ນັ້ນ ​ເປັນ​ເມືອງ​ທີ່​ສວຍ​ງາມ ແລະ​ຜູ້​ຄົນ​ມີ​ຈິດ​ໃຈ​ເອື້ອ​ເຟື້ອ​ເພື່ອ​ແຜ່. ​ເມື່ອ​ມັນ​ຖືກ​ທຳ​ລາຍ​ເຊັ່ນ​ນີ້​ເຮັດ​ໃຫ້ທ່ານ​ອະ​ນຸ​ສິດ ອິນ​ທະ​ພອນ, ຈາກ​ລັດ​ເພັນ​ຊີ​ວາ​ເນຍ ຊຶ່ງ​ເປັນອະ​ດີດ​ນັກ​ສຶກ​ສາ​ຢູ່​ມົ​ສ​ກູ ແລະເຄີຍ ໄດ້ໄປ​ຢ້ຽມ​ຢາມ​ເມືອງນັ້ນໃນ​ຊຸມ​ທ້າຍ​ປີ 1980 ນັ້ນສະ​ແດງ​ຄວາມ​ຮູ້​ສຶກ​ອອກ​ມາ​ວ່າ:

ນະ​ຄອນ​ຫລວງ​ກີ​ຢິບ ແລະເມືອງຄາ​ກີບທີ່ເປັນສອງເມືອງໃຫຍ່​ທີ່​ສຸດຂອງຢູ​ເຄ​ຣນທີ່​ກຳ​ລັງຖືກ​ທະ​ຫານ​ຣັດ​ເຊຍ​ໂຈມ​ຕີ​ຢ່າງ​ໜັກ
ນະ​ຄອນ​ຫລວງ​ກີ​ຢິບ ແລະເມືອງຄາ​ກີບທີ່ເປັນສອງເມືອງໃຫຍ່​ທີ່​ສຸດຂອງຢູ​ເຄ​ຣນທີ່​ກຳ​ລັງຖືກ​ທະ​ຫານ​ຣັດ​ເຊຍ​ໂຈມ​ຕີ​ຢ່າງ​ໜັກ

ຄາ​ກີບທີ່​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ເປັນເມືອງໃຫຍ່​ອັນ​ດັບ​ສອງ​ຂອງຢູ​ເຄ​ຣນຮອງ​ຈາກ​ນະ​ຄອນ​ຫລວງ​ກີ​ຢິບ ແລະຢູ່​ດ່ານ​ໜ້າ​ຂອງ​ປະ​ເທດ ​ເພາະ​ມັນ​ມີ​ຊາຍ​ແດນ​ຕິດ​ກັບ​ເຂດ​ລູ​ຮານ​ ແລະ​ໂດນ​ແນັດທີ່​ຫາ​ກໍ່ແຍກ​ໂຕ​ອອກ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ແລະ​ກາຍເປັນສອງ​ປະ​ເທດ​ເອກ​ກະ​ລາດ ເມື່ອມໍ່ໆ​ມາ​ນີ້ ຊຶ່ງ​ຕໍ່​ມາ​ທ່ານວ​ລາ​ດິ​ເມຍ ປູ​ຕິນ​ກໍ​ໄດ້ສັ່ງ​ໃຫ້​ທະ​ຫານ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ເຂດ​ດັ່ງ​ກ່າວກ່ອນ ຈະ​ເປີດ​ສາກ​ບຸກ​ລຸກ​ຢູ​ເຄ​ຣນ​ຢ່າງ​ເຕັມ​ສ່ວນ​ ໃນ​ວັນ​ພະ​ຫັດ​ແລ້ວນີ້.

XS
SM
MD
LG