ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປະທານາທິບໍດີ ໂກໂຊໂວ ຍອມຮັບວ່າ ບໍ່ມີຄວາມຜິດ ຢູ່ສານອາຊະຍາກຳ ສົງຄາມ


ທ່ານ ຮາຊິມ ທາຊີ, ຜູ້ທີ່ໄດ້ລາອອກຈາກຕຳແໜ່ງປະທານາທິບໍດີ ໂກໂຊໂວ ເພື່ອປະເຊີນກັບຂໍ້ກ່າວຫາຄາດຕະກຳ, ທໍລະມານ ແລະ ອື່ນໆ, ປາກົດຕົວໃນສານເປັນຄັ້ງທຳອິດ ຢູ່ສານ ໂກໂຊໂວ ໃນນະຄອນ ເຮັກ, ປະເທດ ເນເທີແລນ. 9 ພະຈິກ, 2020.
ທ່ານ ຮາຊິມ ທາຊີ, ຜູ້ທີ່ໄດ້ລາອອກຈາກຕຳແໜ່ງປະທານາທິບໍດີ ໂກໂຊໂວ ເພື່ອປະເຊີນກັບຂໍ້ກ່າວຫາຄາດຕະກຳ, ທໍລະມານ ແລະ ອື່ນໆ, ປາກົດຕົວໃນສານເປັນຄັ້ງທຳອິດ ຢູ່ສານ ໂກໂຊໂວ ໃນນະຄອນ ເຮັກ, ປະເທດ ເນເທີແລນ. 9 ພະຈິກ, 2020.

ອະດີດປະທານາທິບໍດີ ໂກໂຊໂວ ທ່ານ ຮາຊິມ ທາຊີ ໄດ້ປາກົດຕົວເປັນຄັ້ງທຳອິດໃນສານອາຊະ ຍາກຳສົງຄາມຢູ່ນະຄອນ ເຮັກ ເພື່ອປະເຊີນກັບຂໍ້ກ່າວຫາ ກ່ຽວກັບ ການກໍ່ອາຊະຍາກຳສົງຄາມ ແລະ ອາຊະຍາກຳຕໍ່ມະນຸດຊາດ ທີ່ໄດ້ ເກີດຍ້ອນສົງຄາມເພື່ອເອກະລາດຂອງ ໂກໂຊໂວ ດົນກວ່າ 20 ປີທີ່ຜ່ານມາ.

ຜູ້ບັນຊາການຂອງກອງທັບປົດປ່ອຍ ໂກໂຊໂວ ຫຼື UCK ໃນລະຫວ່າງ ສົງ ຄາມປີ 1998-1999 ທ່ານ ທາຊີ ໄດ້ລາອອກຈາກຕຳແໜ່ງປະທານາທິບໍດີ ໃນວັນທີ 5 ພະຈິກ ຫຼັງຈາກໄດ້ຮູ້ວ່າສານ ໂກໂຊໂວ ໄດ້ຢືນຢັນການຟ້ອງຮ້ອງຕໍ່ທ່ານ.

ທ່ານ ທາຊີ ອາຍຸ 52 ປີ, ໃສ່ສູດສີຂີ້ເຖົ່າ ແລະ ກາລະວັດ ສີແດງ ໄດ້ “ສາລະພາບບໍ່ມີຄວາມຜິດ” ໃນວັນທີ 9 ພະຈິກ ທີ່ຜ່ານມາ ແລະ ໄດ້ບອກສານວ່າ “ຂ້ອຍບໍ່ເຫັນພ້ອມ” ກັບຂໍ້ກ່າວຫາອາຊະຍາ ກຳສົງຄາມ.

ທ່ານ ທາຊີ ແລະ ອະດີດສະມາຊິກຂອງກອງທັບປົດປ່ອຍໂກໂຊໂວ ຫຼື UCK ອີກສອງຄົນໄດ້ຖືກສົ່ງໄປສູນກັກຂັງ ຂອງສານ ໂກໂຊໂວ ທີ່ມີຫ້ອງການຕັ້ງຢູ່ ນະຄອນ ເຮັກ ໃນຕອນແລງຂອງວັນດັ່ງກ່າວ.

ອະດີດປະທານາທິບໍດີ, ຜູ້ທີ່ໄດ້ອ້າງວ່າບໍລິສຸດ, ໄດ້ສັນຍາທີ່ຈະໃຫ້ການຮ່ວມ ມືກັບສານ.

ສານ ໂກໂຊໂວ ໄດ້ກ່າວວ່າ ການປາກົດຕົວຄັ້ງທຳອິດ ຈະເປັນການໃຫ້ການເປີດຕໍ່ສາທາລະນະ.

ສານໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ໃນລະຫວ່າງການປາກົດຕົວຄັ້ງທຳອິດ, ຜູ້ພິພາກສານກ່ອນການດຳເນີນຄະດີຈະຮັບປະກັນວ່າ ສິດທິຂອງຜູ້ທີ່ຖືກກ່າວຫາ, ລວມທັງສິດທິໃນການມີຜູ້ຕາງໜ້າທາງກົດໝາຍ, ແມ່ນໄດ້ຮັບຄວາມເຄົາລົບ, ແລະ ຜູ້ທີ່ຖືກກ່າວຫາເຂົ້າໃຈ ກ່ຽວກັບ ຂໍ້ກ່າວ ຫາທີ່ຖືກກຳນົດຕໍ່ລາວ.”

ທ່ານ ທາຊີ ຜູ້ທີ່ເວົ້າວ່າທ່ານບໍລິສຸດ, ໄດ້ສັນຍາທີ່ຈະໃຫ້ການຮ່ວມມືກັບສານ.

KSC ແລະ ຫ້ອງການໄອຍະການພິເສດ ຫຼື SPO ແມ່ນສານແຫ່ງ ໂກໂຊໂວ, ທີ່ປະກອບມີຫ້ອງ ການສານ 4 ແຫ່ງ, ຕັ້ງຢູ່ໃນນະຄອນ ເຮັກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG