ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານນວນເຈຍ ອະດີດ ຜູ້ນຳ ຂະເໝນແດງ ຈະຂໍອຸທອນ ຕໍ່ຄຳຕັດສິນ ຂອງສານ


ອະດີດຜູ້ນຳ​ຂະ​ເໝນ​ແດງ ທ່ານນວນ​ເຈຍ ແລະ ທ່ານຂຽວ
ສຳພັນ ຢູ່ໃນສານ ລະຫວ່າງການດຳເນີນຄະດີ.
ອະດີດຜູ້ນຳ​ຂະ​ເໝນ​ແດງ ທ່ານນວນ​ເຈຍ ແລະ ທ່ານຂຽວ ສຳພັນ ຢູ່ໃນສານ ລະຫວ່າງການດຳເນີນຄະດີ.

ບັນດາທະນາຍຄວາມຊາວກຳປູ​ເຈຍ ທີ່ຕໍ່ສູ້ຄະດີ ໃຫ້ແກ່ທ່ານ
ນວນເຈຍ ອະດີດຜູ້ນຳ​ຂະ​ເໝນ​ແດງ ກ່າວ​ວ່າ ​ທ່ານນວນ​ເຈຍ
​ບໍ່ມີ​ສ່ວນ​ກ່ຽວຂ້ອງ​ໃດໆ ໃນ​ອາ​ຊະ​ຍາ​ກຳ​ ຢ່າງໜ້ອຍອັນນຶ່ງ
ທີ່ລາວ​ໄດ້​ຖືກ​ຕັດສິນ​ວ່າ​ ມີຄວາມຜິດນັ້ນ ​ແລະ​ພວກ​ເຂົາເຈົ້າ
​ມີ​ແຜນ​ທີ່​ຈະຂໍ​ອຸທອນ.

ທ່ານນວນເຈຍ ​ໄດ້ຖືກ​ດຳ​ເນີນຄະ​ດີ ພ້ອມ​ກັນ​ກັບ ທ່ານຂຽວ
ສຳພັນ ກ່ຽວກັບໂທດກຳຕ່າງໆທີ່ພວກເຂົາເຈົ້າໄດ້ກໍ່ຂຶ້ນ. ທັງ
ສອງ​ຄົນ​ແມ່ນ​ໄດ້​ຖືກ​ຕັດສິນລົງ​ໂທດ​ໄປ​ແລ້ວ ​ໃຫ້​ຈຳ​ຄຸກຕະ
ຫລອດ​ຊີວິດ ໂດຍສານ ຫຼັງ ຈາກ​ຂັ້ນຕອນທຳ​ອິດ​ຂອງສອງ​
ຂັ້ນຕອນ ​ໃນ​ການ​ດຳ​ເນີນ​ຄະດີ ຂອງພວກເຂົາ​ເຈົ້າ ແລະ
ພວກ​ເຂົາ​ເຈົ້າຍັງ​ຈະ​ໄດ້​ຖືກຟ້ອງໃນຂໍ້ຫາຕ່າງໆ ຕື່ມ​ອີກ ​ຢູ່​ໃນ​ຂັ້ນຕອນ​ສຸດ​ທ້າຍ ທີ່​ຈະ​
ເລີ້ມ ​ຂຶ້ນ ໃນ​ທ້າຍປີ​ນີ້.

​ແຕ່ບັນດາທະນາຍຄວາມຕໍ່ສູ້ຄະດີໃຫ້ທ່ານນວນເຈຍ ກ່າວ​ວ່າ ລາວ​ບໍ່​ໄດ້​ມີ​ສ່ວນ​ກ່ຽວຂ້ອງ
​ນຳ​ການ​ສັງຫານ​ໝູ່​ຈຳນວນ 10,000 ຄົນ ​ລວມທັງ ທະຫານ​ຂອງອຳນາດການປົກຄອງ
Lon Nol ຢູ່​ທີ່ Tuol Porchrey ​ໃນ​ແຂວງ Pursat. ​ນີ້​ແມ່ນ​ນຶ່ງ​ໃນ​ອາ​ຊະ​ຍາ​ກຳ​ຕ່າງໆ
ທີ່ລາວ​ຖືກ​ຕັດ ສິນ​ວ່າ ມີຄວາມຜິດ​ໃນ​ຂັ້ນຕອນ​ທຳ​ອິດ​ຂ​ອງ​ການດຳ​ເນີນ​ຄະດີ ຊຶ່ງ​ໄດ້​
ເພັ່ງເລັງໃສ່​ການ​ບັງ​ຄັບໃຫ້​ຍົກຍ້າຍ​ອອກ​ຈາກ​ພະນົມ​ເປັນ ​ແລະ ​ໃນ​ລະຍະເລີ້ມຕົ້ນຂອງ
ລະບອບການປົກຄອງ​ຂະ​ເໝນ​ແດງ.

ນັກ​ສ້າງ​ຮູບເງົາສາລະ​ຄະດີ ທ່ານ ​ເທດ ສຳ​ບັດ ຜູ້​ທີ່​ໄດ້​ສຳພາດ ທ່ານ ນວນເຈຍ ຢ່າງ​
ກວ້າງຂວາງນັ້ນ ກ່າວ​ວ່າ ການ​ຄົ້ນຄວ້າ​ຂອງ​ລາວ ສະ​ແດງ​ໃຫ້​ເຫັນ​ວ່າ ອະດີດ​ພວກຜູ້ນຳ
ຂະເໝນແດງ ​ແມ່ນ​ບໍ່​ໄດ້​ມີ​ສ່ວນ​ກ່ຽວ ຂ້ອງໃນການສັງຫານໝູ່ຢູ່​ທີ່ນັ້ນ.

XS
SM
MD
LG