ພົນລະເມືອງໄອຣ໌ແລນຄົນນຶ່ງ ຜູ້ທີ່ໄດ້ປ່ຽນສາສະໜາໄປນັບຖືອິສລາມ ໄດ້ເດີນທາງໄປປະເທດ ຊີເຣຍ ເພື່ອເຂົ້າຮ່ວມກັບກຸ່ມລັດອິສລາມ ແລະໃນທີ່ສຸດໄດ້ແຕ່ງງານກັບຫົວຮຸນແຮງຊາວ ອັງກິດ ນັ້ນ ໄດ້ຖືກຈັບກຸມ ເມື່ອເດີນທາງໄປຮອດ ສະໜາມບິນນະຄອນຫຼວງ ດັບບລິນ ໃນວັນອາທິດວານນີ້.
ນາງລີຊາ ສະມິຕ ອາຍຸ 38 ປີ ຜູ້ທີ່ໄດ້ເຂົ້າຮັບໃຊ້ໃນກອງກຳລັງປ້ອງກັນໄອຣ໌ແລນ ກ່ອນທີ່ຜູ້ກ່ຽວຈະເດີນທາງໄປຊີເຣຍນັ້ນ ໄດ້ຖືກເນລະເທດອອກຈາກປະເທດເທີກີ ພ້ອມກັບລູກສາວອາຍຸ 2 ປີ.
ລັດຖະມົນຕີກະຊວງຍຸຕິທຳຂອງໄອຣ໌ແລນ ທ່ານ ຊາຣລີ ແຟລນາແກັນ ໄດ້ກ່າວ ໂດຍໃຊ້ຊື່ຂອງຊາວໄອຣ໌ແລນ ສຳລັບ ກົມຕຳຫຼວດແຫ່ງຊາດ ວ່າ “ເມື່ອນາງລີຊາ ສະມິຕ ມາຮອດ ດັບບລິນ ແລ້ວ ນາງກໍຈະໄດ້ພົບກັບ ເຈົ້າໜ້າທີ່ຕຳຫຼວດ ແອນ ກາຣດາ ຊີໂອຊານາ.” ທ່ານກ່າວຕໍ່ໄປວ່າ “ອັນນີ້ເປັນກໍລະນີທີ່ລະອຽດອ່ອນ ແລະຂ້າພະເຈົ້າຢາກຈະຮັບປະກັນຕໍ່ປະຊາຊົນ ວ່າ ອົງການຈັດຕັ້ງແຫ່ງລັດທີ່ກ່ຽວຂ້ອງທັງໝົດ ຈະພົວພັນນຳຢ່າງໃກ້ຊິດ.”
ສ່ວນຮອງນາຍົກລັດຖະມົນຕີຂອງໄອຣ໌ແລນ ທ່ານຊາຍມອນ ໂຄວີນີ ໄດ້ກ່າວຕໍ່ໂທລະພາບແຫ່ງຊາດ RTE ວ່າ ບັນດາເຈົ້າໜ້າທີ່ ໄດ້ພະຍາຍາມຈະເອົານາງສະມິດກັບຄືນປະເທດ ນັບຕັ້ງແຕ່ໄດ້ຮຽນຮູ້ວ່າ ນາງຢູ່ໃນສູນອົບພະຍົບ ໃນເດືອນມີນາ. ທ່ານໄດ້ກ່າວວ່າ ຄວາມເປັນຫ່ວງໃນເບື້ອງຕົ້ນ ແມ່ນສຳລັບເດັກນ້ອຍ ຜູ້ທີ່ເປັນພົນລະເມືອງຂອງໄອຣ໌ແລນ ຍ້ອນວ່າ ແມ່ຂອງລາວເປັນຄົນສັນຊາດໄອຣ໌ແລນ. ບັດນີ້ ລູກສາວນ້ອຍ ແມ່ນຢູ່ກັບພີ່ນ້ອງຂອງນາງສະມິຕ ໃນເມືອງ ດັນດາລຄ໌.
ທາງການໄອຣ໌ແລນ ວາງແຜນທີ່ຈະສອບຖາມນາງສະມິຕ ຢ່າງລະອຽດ ກ່ອນທີ່ຈະຕັດສິນ ກ່ຽວກັບວ່າ ຈະເອົາມາດຕະການແບບໃດ. ນາງສະມິຕ ໄດ້ປະຕິເສດຕໍ່ການສູ້ລົບເພື່ອກຸ່ມລັດອິສລາມ ຫຼື ເຝິກແອບໃຫ້ພວກທະຫານແມ່ຍິງ ຫົວຮຸນແຮງ.
ຫຼາຍໆປະເທດຂອງຢູໂຣບ ແລະສະຫະລັດ ບໍ່ຍິນຍອມຮັບເອົາພົນລະເມືອງຂອງຕົນ ຜູ້ທີ່ໄປເຂົ້າຮ່ວມກັບກຸ່ມລັດອິສລາມ ກັບຄືນປະເທດ.