ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອະດີດ ສະມາຊິກສະພາຕ່ຳ ລັດອີລລີນອຍ ປະກາດລົງແຂ່ງຂັນ ເອົາການຄັດເລືອກ ເປັນຕົວແທນ ພັກຣີພັບບລີກັນ


ອະດີດສະມາຊິກສະພາຕ່ຳສະຫະລັດ ຈາກລັດອີລລີໂນຍ ສັງກັດພັກຣີພັບບລີກັນ ທ່ານໂຈ ວອລຊ໌ (Joe Walsh), ສະແດງທ່າທາງ ໃນລະຫວ່າງ ການກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນລັດຖະສະພາ ຫຼື Capitol Hill ທີ່ນະຄອນຫຼວງວໍຊິງຕັນ.
ອະດີດສະມາຊິກສະພາຕ່ຳສະຫະລັດ ຈາກລັດອີລລີໂນຍ ສັງກັດພັກຣີພັບບລີກັນ ທ່ານໂຈ ວອລຊ໌ (Joe Walsh), ສະແດງທ່າທາງ ໃນລະຫວ່າງ ການກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນລັດຖະສະພາ ຫຼື Capitol Hill ທີ່ນະຄອນຫຼວງວໍຊິງຕັນ.

ທ່ານໂຈ ວອລຊ໌ (Joe Walsh) ອະດີດສະມາຊິກສະພາຕ່ຳຈາກລັດອີລລີນອຍ ແລະ
ດຽວນີ້ ເປັນໂຄສົກລາຍການສົນທະນາຂອງວິທະຍຸອະນຸລັກນິຍົມ ໄດ້ກ່າວ ໃນວັນ
ອາທິດວານນີ້ ວ່າ ທ່ານພວມເລີ້ມຕົ້ນການທ້າທາຍຕໍ່ ປະທານາທິບໍດີ ດໍ ໂນລ ທຣຳ
ສຳລັບການຄັດເລືອກເປັນຕົວແທນພັກຣີພັບບລີກັນເພື່ອລົງສະໝັກ ເລືອກຕັ້ງເປັນ
ປະທານາທິບໍດີ ປີ 2020.

ທ່ານວອລຊ໌ ອາຍຸ 57 ປີ ຜູ້ທີ່ເຄີຍຮັບໃຊ້ເປັນສະມາຊິກສະພາຕ່ຳ ນຶ່ງສະໄໝ ກ່ອນທີ່
ທ່ານຈະເສຍໄຊ ໃນການເລືອກຕັ້ງອີກຄັ້ງນຶ່ງ ໃນປີ 2012 ນັ້ນ ໄດ້ປະກາດລົງແຂ່ງຂັນ
ຊຶ່ງອາດມີໂອກາດຕ່ຳ ຢູ່ທີ່ ລາຍການສົນທະນາ ທີ່ເອີ້ນວ່າ “This Week” ຂອງ
ໂທລະພາບ ABC.

“ຂ້າພະເຈົ້າລົງແຂ່ງຂັນ ກໍຍ້ອນວ່າ ເພິ່ນບໍ່ເໝາະສົມເລີຍ” ທ່ານວອລຊ໌ ໄດ້ ກ່າວເຖິງ
ທ່ານທຣຳ ໂດຍບັນລະຍາຍເຖິງທ່ານວ່າ “ບໍ່ມີຄວາມສາມາດ” “ຫົວ ແຂງ” ແລະ “ເຫັນ
ຕົນເປັນເລີດ” ຊຶ່ງເປັນຄຸນລັກສະນະ ທີ່ພັກເດໂມແຄຣັດ ຝ່າຍຄ້ານ ໂດຍສ່ວນໃຫຍ່
ແນໃສ່ທ່ານທຣຳ ຜູ້ທີີ່ກຳລັງຈະສະໝັກເປັນປະທາ ນາທິບໍດີ ສະໄໝທີສອງຕື່ມອີກ 4 ປີ.

ທ່ານວອລຊ໌ ໄດ້ກ່າວອີກວ່າ “ຄົນໃດກໍໄດ້ ຕ້ອງກ້າວອອກມາ ແລະຈະຕ້ອງມີທາງ
ເລືອກທີ່ດີກວ່າ.”

ໃນການຢັ່ງຫາງສຽງ ຂອງບັນດາຜູ້ມີສິດອອກສຽງທັງໝົດ ປາກົດວ່າ ອັດຕາຄວາມເຫັນ
ພ້ອມໃນທົ່ວປະເທດຂອງທ່ານທຣຳ ນັ້ນ ຍັງຄົງຢູ່ໃນລະດັບ ຕ່ຳກວ່າ 40 ເປີເຊັນ ແຕ່
ແມ່ນສອງເທົ່າຂອງຈຳນວນດັ່ງກ່າວ ພາຍໃນກຸ່ມພວກມີສິດອອກສຽງ ສັງກັດພັກ
ຣີພັບບລີກັນ ຜູ້ທີ່ສືບຕໍ່ຮັບຮອງຜົນງານການປະຕິບັດໜ້າທີ່ ໄລຍະສອງປີເຄິ່ງ ຜ່ານມາ
ຂອງທ່ານທຣຳ.

ປະມານຊາວກວ່າຄົນ ​ທີ່ສັງກັດພັກເດໂມແຄຣັດ ພວມສະແຫວງຫາການຄັດເລືອກ
ເປັນຕົວແທນ ເພື່ອແຂ່ງກັບທ່ານທຣຳ ໃນການເລືອກຕັ້ງ ໃນວັນທີ 3 ພະຈິກ 2020 ນີ້
ໃນຂະນະທີ່ ທ່ານວອລຊ໌ ເປັນຄົນທີສອງຈາກພັກຣີພັບບລີ ກັນ ກຳລັງພະຍາຍາມ
ທ້າທາຍເອົາການຄັດເລືອກເປັນຕົວແທນພັກຣີພັບບລີ ກັນ ຈາກທ່ານທຣຳ. ອະດີດຜູ້
ປົກລັດແມສສະຈູເຊັດສ໌ ທ່ານບີລ ແວລດ໌ (Bill Weld) ໄດ້ປະກາດການລົງແຂ່ງຂັນ
ໃນເດືອນເມສາ ແຕ່ກໍໄດ້ຮັບການສະໜັບສະໜຸນພຽງ ເລັກນ້ອຍ.

ທ່ານວອລຊ໌ ໄດ້ກ່າວເຖິງທ່ານທຣຳ ວ່າ “ປະເທດນີ້ ແມ່ນເບື່ອນ່າຍກັບຄວາມໂມໂຫ
ໂທໂສຂອງຄົນຜູ້ນີ້ ເພິ່ນເປັນເດັກນ້ອຍ.” ທ່ານວອລຊ໌ ຜູ້ທີ່ເອົາຈິງເອົາ ຈັງກັບເລື້ອງ
ຄົນເຂົ້າເມືອງືຄືກັນກັບທ່ານທຣຳ ໄດ້ກ່າວວ່າ ທ່ານຈະທ້າຊີງທ່ານ ທຣຳ ດ້ວຍທັດສະ
ນະການອະນຸລັກນິຍົມ ແລະບົນພື້ນຖານຂອງສິນທຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG