ຄັ້ງນຶ່ງ Scott Neeson ເຄີຍຊ່ວຍນຳເອົາຮູບເງົາຮອລລີວູດ
ເລື້ອງເດ່ນໆ ອອກສາຍຢູ່ໂຮງໜັງໃນທົ່ວໂລກ ແຕ່ເມື່ອ 10 ປີ
ກ່ອນນີ້ ຫລັງຈາກທີ່ໄດ້ໄປເຫັນບ່ອນຖິ້ມຂີ້ເຫຍື່ອທີ່ເນົ່າເໝັນ
ແຫ່ງນຶ່ງ ຢູ່ໃນປະເທດກຳປູເຈຍ ລາວໄດ້ເລີ້ມຫັນໄປຊ່ວຍພວກ
ເດັກນ້ອຍທີ່ທຸກຈົນ ໃຫ້ບັນລຸຄວາມຝັນຂອງພວກເຂົາ ໃນການ
ຢາກມີອະນາຄົດທີ່ດີຂຶ້ນ. Say Mony ນັກຂ່າວວີໂອເອພະແນກ
ພາສາຂະແມ ມີລາຍງານຈາກນະ ຄອນຫລວງພະນົມເປັນ ຊຶ່ງ
ດາຣາຈະນຳມາສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບເລື້ອງນີ້:
ເມື່ອກ່ອນນີ້ ນາງນ້ອຍ Mao Liza ຄົງໄດ້ໃຊ້ເວລາສ່ວນໃຫຍ່ໃນມື້ນຶ່ງໆ ຊ່ວຍແມ່ຕູ້ຂອງ
ນາງ ເລືອກເກັບຂີ້ເຫຍື້ອ ຢູ່ບ່ອນຖິ້ມຂີ້ເຫຍື້ອStung Meanchey ໃກ້ໆເຮືອນຂອງນາງ
ໃນນະຄອນຫລວງພະນົມເປັນ.
ແຕ່ປັດຈຸບັນ ເດັກຍິງໄວ 10 ປີຄົນນີ້ ຄິດວ່າ ຕົນມີວຽກເຮັດເຕັມເວລາທີ່ີດີກ່ວາເກົ່າ ນັ້ນກໍຄື
ໄປໂຮງຮຽນ. ນາງນ້ອຍ Liza ກັບເອື້ອຍໄດ້ຮັບໂອກາດ ໃຫ້ໄປຮຽນໜັງສື ຈາກອົງການ
ກອງທຶນເດັກກຳປູເຈຍ ຫລື Cambodian Children's Fund ເອິ້ນຫຍໍ້ວ່າ CCF.
ເອື້ອຍຂອງນາງ Liza ຊື່ນາງ Suong Lida ອາຍຸ 15 ປີ ກໍໄດ້ເຊົາຊ່ວຍແມ່ຕູ້ ເກັບຂີ້ເຫຍື້ອ
ຄືກັນ. ບັດນີ້ ນາງຢູ່ບ້ານ ຊ່ວຍແມ່ຕູ້ເຮັດວຽກບ້ານ ແລະໄປຮຽນພາສາອັງກິດ ກັບວິຊາຄອມພິວເຕີ້ ຢູ່ໂຮງຮຽນຂອງກອງທຶນ CCF.
ນາງ Suong Lida ເວົ້າວ່າ: “ຂ້ອຍຢາກໄປຮຽນຢູ່ CCF ກໍເພາະວ່າ ເວລາຂ້ອຍມີການສຶກສາ ຂ້ອຍກໍຈະມີວຽກເຮັດ ແລະແນ່ນອນ ຍ້ອນວ່າ ຂ້ອຍໄດ້ຮຽນຟີ ບໍ່ຕ້ອງເສຍເງິນນຳ.”
ທັງ ນາງນ້ອຍ Liza ກັບເອື້ອຍ ນາງ Lida ກໍຄົງຈະບໍ່ໄດ້ເຂົ້າໂຮງຮຽນດອກ ຖ້າ Scott Neeson ຜູ້ກໍ່ຕັ້ງກອງທຶນ CCF ບໍ່ໄປເບິ່ງບ່ອນຖິ້ມຂີ້ເຫຍື້ອ Stung Meanchey ເມື່ອ
10 ປີກ່ວາຜ່ານມາແລ້ວ.
Neeson ຊຶ່ງເປັນອະດີດປະທານບໍລິສັດຜະລິດຮູບເງົາ 20th Century Fox International
ທີ່ຕັ້ງຢູ່ສະຫະລັດ ກ່າວວ່າ ຊີວິດຂອງລາວປ່ຽນໄປທັນທີ ຫລັງຈາກທີ່ລາວໄດ້ເຫັນເດັກນ້ອຍ
ທີ່ບໍ່ສະບາຍ ພາກັນເລືອກເກັບເອົາຂີ້ເຫຍື້ອ ຢູ່ເທິງກອງຂີ້ເຫຍື້ອສູງໆນັ້ນ.
ທ່ານ Neeson ເວັ້າວ່າ “ມັນເປັນພາບທີ່ປຸກໃຫ້ຂ້າພະເຈົ້າຕື່ນໂຕຢ່າງແທ້ຈິງ ເພາະ
ວ່າກ່ອນໜ້ານັ້ນ ຂ້າພະເຈົ້າໄດ້ໃຊ້ຊີວິດຢ່າງຫລູຫລາຢູ່ໃນໂລກຕາເວັນຕົກ ຄືຂ້າພະ
ເຈົ້າໃຊ້ຊີວິດຢູ່ຮອລລີວູດ ເປັນຊາຍໂສດ ທີ່ຫ້ອມລ້ອມໄປດ້ວຍຜູ້ສາວງາມຈຳນວນ
ຫລວງຫລາຍ ແລະດາລາຮູບເງົາ ມີເຮືອຫລາຍລຳ ມີລົດຫລາຍຄັນ ແລະໃນທັນທີ
ທັນໃດ ຂ້າພະເຈົ້າກໍມາເຫັນຊີວິດອີກແບບນຶ່ງ ແບບທີ່ວ່າກົງກັນຂ້າມຢ່າງສິ້ນເຊີງ
ແລະມັນກໍຍາກທີ່ຈະຫັນຫລັງ ຍ່າງໜີໄປເສີຍໆ ຫລັງຈາກທີ່ໄດ້ເຫັນຄວາມທຸກຈົນ
ນັ້ນແລ້ວ. ຂ້າພະເຈົ້າຫັນຫລັງໃຫ້ມັນ ບໍ່ໄດ້ແທ້ໆ.”
ນຶ່ງປີຕໍ່ມາ ທ່ານ Neeson ກໍໄດ້ຂາຍລົດຂາຍເຮືອ ແລ້ວຍ້າຍໄປ
ຢູ່ກຳປູເຈຍ ແລະຕັ້ງກອງທຶນເດັກກຳປູເຈຍ ຫລື CCF ຂຶ້ນມາ.
ນັບແຕ່ນັ້ນມາ ອົງການຂອງທ່ານກໍໄດ້ຮັບໃຊ້ເດັກນ້ອຍຂະເໝນ
ທີ່ທຸກຍາກ ຈຳນວນຫລາຍພັນຄົນ ທີ່ພາກັນໄປຮຽນພາສາອັງກິດ
ຄວາມຮູ້ດ້ານຄອມພິວເຕີ້ ຮຽນຂີດຂຽນຮູບແລະແຕ້ມຮູບ. ສ່ວນ
ພວກທີ່ອາຍຸໃຫຍ່ກ່ວາ ກໍຮຽນເຝິກແອບເອົາວິຊາຊີບຕ່າງໆ.
ບາງຄົນກໍໄດ້ໄປຮຽນ ມະຫາວິທະຍາໄລ.
ນອກນັ້ນ ກອງທຶນ CCF ຍັງໄດ້ໃຫ້ການສະໜັບສະໜຸນທີ່ຈຳ
ເປັນ ແກ່ຫລາຍໆຄອບຄົວນັບຕັ້ງແຕ່ການຮັກສາພະຍາບານ ໄປຈົນຮອດການເກື້ອກຸນ
ດ້ານອາຫານ ເພື່ອໃຫ້ແນ່ໃຈວ່າ ບັນດາພໍ່ແມ່ຈະສົ່ງລູກໆຂອງຕົນ ໄປຮຽນໜັງສື.
ທ່ານ Neeson ຊຶ່ງຄັ້ງນຶ່ງເຄີຍກຳກັບເບິ່ງນຳ ການນຳອອກເຜີຍແຜ່ຮູບເງົາທີ່ທຳລາຍໄດ້
ມະຫາສານຫລາຍເລື້ອງ ເຊັ່ນເລື້ອງ Titanic ກັບ Braveheart ນັ້ນ ກ່າວວ່າ ພໍ່ແມ່ຈະ
ບໍ່ປ່ອຍໃຫ້ລູກໆມາຮຽນໜັງສື ຖ້າຫາກວ່າເຂົາເຈົ້າບໍ່ມີເງິນທີ່ຈະຊື້ອາຫານລ້ຽງລູກ ຫລືວ່າຕ້ອງການໃຫ້ລູກຜູ້ໃຫຍ່ຢູ່ບ້ານ ເພື່ອດູແລພວກນ້ອງໆ.
ທ່ານ Neeson ເວົ້າວ່າ “ຂ້າພະເຈົ້າເຂົ້າໃຈໄດ້ຢູ່ ຄືເຂົາເຈົ້າຕ້ອງໄດ້ ເລືອກເອົາ ລະຫວ່າງການທີ່ຈະໃຫ້ລູກໄປໂຮງຮຽນ ຫລືວ່າຈະໃຫ້ ໄປຊ່ວຍຊອກຫາອາຫານ
ມາໃສ່ພາເຂົ້າ ຕອນແລງ?”
Sok Phal ອາວຂອງນາງ Liza ກ່າວວ່າ ກອງທຶນ CCF ໄດ້ປ່ຽນແປງຊີວິດຂອງຄອບ
ຄົວຂອງລາວ ທັງໝົດເລີຍ.
Sok Phal ເວົ້າວ່າ “ເຂົາເຈົ້າໄດ້ຊ່ວຍຫລານສາວຂ້ອຍແລະລູກສາວຂ້ອຍໃຫ້ໄດ້
ໄປຮຽນໜັງສື ທັງຢູ່ໂຮງຮຽນລັດແລະໂຮງຮຽນຂອງ CCF ເອງ ເພື່ອຮຽນທັງພາສາ
ຂະເໝນແລະພາສາອັງກິດ. ແຕ່ກ່ອນ ພວກເຂົາແມ່ນບໍ່ມີໂອກາດໄດ້ໄປໂຮງຮຽນ
ເລີຍ ເພາະວ່າພວກເຂົາຕ້ອງໄປ ຊ່ວຍເລືອກເກັບອາຫານແລະເຄື່ອງຂອງ ຢູ່ບ່ອນ
ຖິ້ມຂີ້ເຫຍື້ອ ຊ່ວຍຂ້ອຍ ເມຍຂ້ອຍ ກັບແມ່ຂ້ອຍ.”