ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອະດີດ ​ປ. Georgia ​​​ເຖິງ​ແກ່​ ອະສັນ​ນະ​ກຳ ຮວມອາຍຸ ໄດ້ 86 ປີ (ວີດີໂອ/ສະໄລດ໌)


Eduard Shevardnadze Obit VO
please wait

No media source currently available

0:00 0:01:04 0:00

ອະດີດ​ປະທານາທິບໍດີ Georgia ​ແລະ​ລັດ​ຖະມົນຕີການ​ຕ່າງ
ປະ​ເທດໂຊ​ຫວຽດ ທ່ານ Eduard Shevarnadze ​ໄດ້ເຖິງ​ແກ່
​ອະສັນ​ນະ​ກຳແລ້ວ ​ຮວມອາຍຸໄດ້ 86 ປີ.

​ໂຄສົກ​ຍິງ ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ສິ້ນໃຈ ໃນ​ວັນ​ຈັນ​ວານ​ນີ້ ຫຼັງ​ຈາກ
​ທີ່​ໄດ້​ລົ້ມ​ປ່ວຍ​ມາເປັນ​ເວລາ​ດົນນານ.

ທ່ານ Shevarnadze ​ໄດ້ມີ​ບົດບາດສຳຄັນ ທີ່​ເຮັດໃຫ້ສົງຄາມ​
ເຢັນ​ຍຸຕິ​ລົງ ​ໄດ້ຊ່ອຍເຈລະຈາ ​ໃນການ​ທ້ອນ​ໂຮມເຢຍຣະມັນ ​
ແລະ​ເປັນໂສມໜ້າ​ທາງ​ການ​ທູດ ຂອງ​ການ​ປະຕິ​ຮູບ​ໂຊ​ຫວຽດ ​
ໃນ​ສະໄໝທີ່ທ່ານ​ດຳລົງ​ຕຳ​ແໜ່​ງ​ເປັນລັດ​ຖະມົນຕີການ​ຕ່າງປະ​ເທດນັ້ນ.

​ຫລັງຈາກ ສະຫະພາບ​ໂຊ​ຫວຽດພັງທະລາຍແລ້ວ ທ່ານ​ໄດ້​ກັບ​ຄືນ​ໄປ​ຍັງ Georgia ​ແລະ​ໄດ້​ຊ່ອຍ​ໃນ​ການ​ສ້າງ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ໃນ​ຊ່ວງ​ເລີ້ມ​ຕົ້ນ​ໃໝ່ໆ​ນັ້ນ. ທ່ານໄດ້
ຖືກ​ເລືອກ​ເປັນ​ປະທານາທິບໍດີ ​ໃນ​ປີ 1995 ​ແລະລອດ​ຊີວິດ​ຈາກ​ການ​ລອບ​ສັງຫານສອງເທື່ອ ​ໃນ​ຊ່ວງ​ທີ່​ທ່ານ​ຍັງ​ຢູ່​ໃນ​ຕຳ​ແໜ່​ງຢູ່​ນັ້ນ​

ລັດຖະບານ​ຂອງ​ທ່ານ​ໄດ້ປະເຊີນກັບການ​ສໍ້​ລາດ​ບັງ​ຫຼວງ​ແລະ​ຖືກ​ກ່າວ​ຫາ​ສໍ້​ໂກງ​ຄະ​ແນນ​ສຽງໃນການເລືອກຕັ້ງສະພາປີ​ 2003 ທີ່​ພາ​ໃຫ້​ມີ​ການ​ປະ​ທ້ວງ ຊຶ່ງ​ໄດ້​ບັງຄັບ​ໃຫ້​ທ່ານ​ຕ້ອງ ລົງ​ຈາກ​ອຳນາດນັ້ນ.

XS
SM
MD
LG