ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ທ່ານນາງ Nancy Reagan ຖືກຈົດຈຳ ດ້ວຍສຽງຫົວ ແລະ ນ້ຳຕາ​


ຫີບສົບຂອງທ່ານນາງ Nancy Reagan ສົ່ງໄປເຖິງ ບ່ອນຈັດພິທີ ສົ່ງສະການ ທີ່ຫ້ອງສະໝຸດ ປະທານາທິບໍດີ Ronald Reagan ທີ່ເມືອງ Simi Valley ລັດຄາລີຟໍເນຍ ເມື່ອວັນທີ 11 ມີນາ 2016.

ອະດີດ​ສະຕີ​ໝາຍ​ເລກ​ນຶ່ງ ມື້ລາງ​ທ່ານ​ນາງ Nancy Reagan ​
ໄດ້​ຖືກ​ຈົດ​ຈຳດ້ວຍ​ສຽງ​ຫົວ​ແລະ​ນ້ຳຕາ​ ​ໂດຍ​ພວກ​ໄວ້​ທຸກ​ທີ່​ໄດ້​
ຖືກ​ຮັບ​ເຊີນ ​ຢ່າງ​ໜ້ອຍ 1,000 ຄົນ ​ໃຫ້ໄປຮ່ວມ ໃນ​ພິທີ​ສົ່ງສະ
ການ​ໃຫ້​ແກ່​ທ່ານ​ນາງ ຢູ່​ທີ່​ຫ້ອງ​ສະມຸດ Ronald Reagan ທີ່​
ເມືອງ Simi Valley.

ທ່ານ​ນາງ Nancy Reagan ມີ​ອາຍຸ 94 ປີເວລາ​ທ່ານ​ນາງ​ເຖິງ​
ແກ່ອະສັນ​ຍະກຳ​ ຍ້ອນ​ຫົວ​ໃຈ​ລົ້ມ​ແຫຼວ ຢູ່ທີ່​ເມືອງ Bel Air ​ໃນ
​ລັດ​ຄາ​ລີ​ຟໍ​ເນຍເມື່ອ​ວັນ​ອາທິດ ​ແລ້ວນີ້.

ສະຕີ​ໝາຍ​ເລກ​ນຶ່ງ ​ຄົນ​ປັດຈຸບັນ ທ່ານ​ນາງ Michelle Obama ​
ໄດ້​ຕາງໜ້າ​ໃຫ້ທຳນຽບຂາວ​ໄປ​ຮ່ວມ​ພິທີ​ສົ່ງສະການ​ໃນ​ວັນ​ສຸກ​ວານ​ນີ້. ປະທານາທິບໍດີ​ບາ​
ຣັກ ​ໂອ​ບາ​ມາ ກ່າວ​ໃນ​ຄຳ​ປາ​ໄສ ປະຈຳ​ສັບປະດາ​ຂອງ​ທ່ານ ​ໃນ​ວັນ​ເສົາ​ມື້ນີ້ວ່າ ​ໃນ​ຖານະ​
ທີ່​ເປັນ​ປະທານາທິບໍດີ ຂ້າພະ​ເຈົ້າຮູ້​ດີ​ວ່າ ​ມັນ​ມີ​ຄວາມ​ສຳຄັນ​ສ່ຳ​ໃດໃນ​ການມີ​ຄູ່​ຮ່ວມ​ຊີວິດ ​
ທີ່​ເຂັ້ມ​ແຂງ ​ແລະ​ປະ ທານາທິບໍດີ Reagan ​ແມ່ນ​ໂຊກ​ດີ ​ຄື​ກັນ​ກັບຂ້າພະ​ເຈົ້າ.

ຈາກຊ້າຍຫາຂວາ: ສະຕີີໝາຍເລກນຶ່ງ Michelle Obama ອະດີດປະທານາທິບໍດີ George W. Bush ແລະທ່ານນາງ Laura Bush ອອກຈາກພິທີສົ່ງສະການ ໃຫ້ແກ່ມື້ລາງ ສະຕີໝາຍເລກນຶ່ງ Nancy Reagan ທີ່ຫ້ອງສະໝຸດ ປະທານາທິບໍດີ Ronald Reagan ຢູ່ເມືອງ Simi Valley ລັດ California, ເມື່ອວັນທີ 11 ມີນາ 2016.
ຈາກຊ້າຍຫາຂວາ: ສະຕີີໝາຍເລກນຶ່ງ Michelle Obama ອະດີດປະທານາທິບໍດີ George W. Bush ແລະທ່ານນາງ Laura Bush ອອກຈາກພິທີສົ່ງສະການ ໃຫ້ແກ່ມື້ລາງ ສະຕີໝາຍເລກນຶ່ງ Nancy Reagan ທີ່ຫ້ອງສະໝຸດ ປະທານາທິບໍດີ Ronald Reagan ຢູ່ເມືອງ Simi Valley ລັດ California, ເມື່ອວັນທີ 11 ມີນາ 2016.

ບັນດາ​ເພື່ອນ​ຝູງ ຂອງ​ຄອບຄົວ Reagan ທີ່​ມີ​ບັນຊີ​ລາຍ​ຊື່​ອັນ​ຍາວ​ຢຽດນັບ​ຕັ້ງ​ແຕ່​ສະມາ
ຊິກ​ນິຍົມແນວ​ທາງ​ເດີມ​ຂອງ​ພັກ​ຣີພັບ​ບລີກັນ​ຕະຫລອດ​ເຖິງ​ສະມາຊິກ​ພັກ​ເດ​ໂມ​ແຄ​ຣັດທີ່​
ນິຍົມ​ຊ້າຍຕ່າງ​ກໍ​ໄດ້​ໄປ​ຮ່ວມ​ພິທີ​ສົ່ງ​ສະການດັ່ງກ່າວ.

ພວກ​ແຂກ​ທີ່​ໄປ​ຮ່ວມ​ ແມ່ນຮວມທັງ​ ບັນດາສະມາຊິກ​ໃນ​ຄອບຄົວ ທີ່​ເຄີຍ​ຢູ່​ທຳນຽບຂາວ
ຢ້ອນ​ຫຼັງ​ໄປ​ເກືອບ 60 ປີ​ ຮວມທັງທ່ານ​ນາງ Caroline Kennedy ທ່ານ Steven Ford
ອະດີດ​ປະທານາທິບໍດີ George W. Bush ​ແລະ​ບັນດາ​ອະດີດ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​
ນາງ Hillary Clinton ທ່ານ​ນາງ Laura Bush ​ແລະທ່ານ​ນາງ Rosalyn Carter.

Nancy Reagan Funeral
please wait
Embed

No media source currently available

0:00 0:00:54 0:00

ດາລາ​ນັກສະ​ແດງ Tom Selleck, Bo Derek ​ແລະ​ນັກ​ຮ້ອງ Johnny Mathis ​ແລະ
Wayne Newton ​ແມ່ນ​ຮວມຢູ່​ໃນ​ພວກ​ດາລາ​ຮອນ​ລີ​ວູດ​ແຖວ​ໜ້າທີ່ໄປຮ່ວມໃນພິທີດັ່ງ
ກ່າວ.

ທ່ານ​ນາງ Nancy Reagan ​ໄດ້​ຖືກ​ຈົດ​ຈຳ​ໃນ​ຖານະ​ທີ່​ເປັນ​ແມ່ຍິງເຂັ້ມ​ແຂງ​ແລະ​ໃນ​ບາງ​
ຄັ້ງບາງ​ຄາວ​ກໍດື້ແຕ່​ກໍ​ເປັນ​ບຸກຄົນ​ທີ່​ໄດ້​ອຸທິດ​ຕົນ​ຮ້ອຍ​ເປີ​ເຊັນ​ໃຫ້​ແກ່ມື້ລາງ​ສາມີ​ຂອງ​ທ່ານ
​ນາງ ປະທານາທິບໍດີ Ronald Reagan.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG