ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ສະຕີໝາຍເລກໜຶ່ງ ທ່ານນາງ Nancy Reagan ເຖິງແກ່ອະສັນຍາກຳລວມອາຍຸໄດ້ 94 ປີ


Nancy Reagan Obituary
please wait
Embed

No media source currently available

0:00 0:01:14 0:00

ເຊີນຊົມ ວີດີໂອ ລາຍງານນີ້

ອະດີດສະຕີໝາຍເລກໜຶ່ງ ທ່ານນາງ Nancy Reagan ເປັນ
ຄູ່ຄອງທີ່ຍືນຍົງຂອງປະທານາທິບໍດີ ສະຫະລັດ ຄົນທີ 40, ທ່ານ
Ronald Reagan, ໄດ້ສິ້ນລົມຫາຍໃຈໃນວັນອາທິດວານນີ້ຍ້ອນ
ໂຣກເລືອດຄ້າງໃນຫົວໃຈ, ທ່ານນາງ ມີອາຍຸໄດ້ 94 ປີ ອີງຕາມ
ການປະກາດຂອງຫໍສະໝຸດ Reagan.

ສົບຂອງທ່ານນາງຈະຖືກຝັງຢູ່ຄຽງຂ້າງສາມີຂອງທ່ານນາງ ຢູ່ທີ່ຫໍ
ສະໝຸດ ປະທານາທິບໍດີ ທ່ານ Ronald Reagan ໃນ Simi
Valley, ລັດ ຄາລິຟໍເນຍ.

ປະຊາຊົນຈຳນວນຫຼາຍໄດ້ຫຼັ່ງໄຫຼເຂົ້າສະແດງການໄວ້ອາໄລ ທີ່
ເສົ້າສະຫຼົດໃຈ ສຳລັບ ອະດີດສະຕີໝາຍເລກໜຶ່ງ, ເຊິ່ງມີຊື່ສຽງ ສຳລັບການ ອຸທິດຕົນເພື່ອ
ສາມີ ຂອງທ່ານນາງ, ຜູ້ທີ່ເພິ່ນເອີ້ນຊື່ວ່າ “Ronnie” ນັ້ນ.

Former First Lady Nancy Reagan Dies at Age 94
please wait

No media source currently available

0:00 0:00:20 0:00

ທ່ານ Michael Reagan ປະທານຂອງມູນນິທິມູນຕະກຸນ Reagan, ໄດ້ຂຽນຂໍ້ຄວາມ
ໃສ່ສື່ສັງຄົມ Twitter ວ່າ “ທ່ານນາງ Nancy ແມ່ນຢູ່ໃນບ່ອນ ທີ່ທ່ານນາງຢາກຢູ່
ຕະຫຼອດມາ ກັບທ່ານ Ronnie ຂອງເພິ່ນ. ຕອນນີ້ທ່ານນາງໄດ້ໄປສູ່ສຸຂະຕິແລ້ວ.”

ປະທານາທິບໍດີທ່ານ ບາຣັກ ໂອບາມາ ແລະ ພັນລະຍາ ທ່ານນາງ Michelle Obama
ໄດ້ກ່າວໃນການຖະແຫຼງການຮ່ວມວ່າ ທ່ານນາງ Nancy Reagan “ໄດ້ຈັດບົດບາດໃໝ່”
ຂອງສະຕີໝາຍ ເລກໜຶ່ງໃນໄລຍະເວລາການດຳລົງຕຳແໜ່ງຂອງທ່ານນາງ. “ທ່ານນາງ
Nancy Reagan ຄັ້ງໜຶ່ງເຄີຍຂຽນວ່າ ບໍ່ມີອັນໃດຈະສາມາດປຽບທຽບໃສ່ໄດ້ ກັບການ
ມາຢູ່ທຳນຽບຂາວ. ແນ່ນອນ, ທ່ານນາງໄດ້ເວົ້າຖືກ. ແຕ່ວ່າ ພວກເຮົາມີຄວາມໄດ້ປຽບ,
ເພາະວ່າພວກເຮົາໂຊກດີ ທີ່ໄດ້ຮັບຜົນປະໂຫຍດ ຈາກຕົວຢ່າງທີ່ໜ້າປະທັບໃຈ ຂອງ
ທ່ານນາງ, ແລະ ຄວາມ ອົບອຸ່ນ ແລະ ຄຳແນະນຳທີ່ຊື່ສັດບໍລິສຸດຂອງທ່ານນາງ.”

“ພວກເຮົາຮູ້ສຶກເປັນໜີ້ບຸນຄຸນສຳລັບຊີວິດຂອງທ່ານນາງ Nancy, ຮູ້ສຶກຂອບໃຈ ສຳລັບການຊີ້ນຳ ຂອງທ່ານນາງ, ແລະ ຂໍອະທິຖານວ່າ ທ່ານນາງ ແລະ ສາມີສຸດທີ່ຮັກ
ຂອງເພິ່ນໄດ້ຢູ່ນຳກັນອີກຄັ້ງໜຶ່ງ.”

ອະດີດສະຕີໝາຍເລກໜຶ່ງທ່ານນາງ Barbara Bush ໄດ້ກ່າວໃນ ຖະແຫຼງການສະບັບ
ໜຶ່ງວ່າ “ທ່ານນາງ Nancy Reagan ໄດ້ອຸທິຕົນ ຢ່າງເຕັມທີ່ຕໍ່ປະທານາທິບໍດີ Reagan,
ແລະ ພວກເຮົາກໍມີຄວາມສຸກທີ່ໄດ້ເຫັນພວກເພິ່ນກັບຄືນໄປຫາກັນອີກຄັ້ງນຶ່ງ.

XS
SM
MD
LG