ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະດີດ ຫົວໜ້າ ອົງການ FBI ວ່າ ເຈົ້າໜ້າທີ່ ໄດ້ພິ​ຈາ​ລະ​ນາ ກ່ຽວ​ກັບ ​ການຈະປົດ ທ. ທຣຳ


ໃນເວລານັ້ນ ທ່ານແອນດຣູ ເມັກເຄບ (Andrew McCabe) ເປັນຜູ້ຮັກສາການຊົ່ວຄາວ ອຳນວຍການ ອົງການສັນຕິບານກາງ FBI ຢຸດຊົ່ວຄາວ ໃນລະຫວ່າງ ການຮັບຟັງຄຳໃຫ້ການ ຂອງຄະນະກຳມະການສືບລັບ ສະພາສູງ ກ່ຽວກັບ ກົດໝາຍວ່າດ້ວຍ ການສອດແນມ ສືບລັບຕ່າງປະເທດ ຢູ່ລັດຖະສະພາ, ວັນທີ 7 ມິຖຸນາ 2017, ໃນວໍຊິງຕັນ.
ໃນເວລານັ້ນ ທ່ານແອນດຣູ ເມັກເຄບ (Andrew McCabe) ເປັນຜູ້ຮັກສາການຊົ່ວຄາວ ອຳນວຍການ ອົງການສັນຕິບານກາງ FBI ຢຸດຊົ່ວຄາວ ໃນລະຫວ່າງ ການຮັບຟັງຄຳໃຫ້ການ ຂອງຄະນະກຳມະການສືບລັບ ສະພາສູງ ກ່ຽວກັບ ກົດໝາຍວ່າດ້ວຍ ການສອດແນມ ສືບລັບຕ່າງປະເທດ ຢູ່ລັດຖະສະພາ, ວັນທີ 7 ມິຖຸນາ 2017, ໃນວໍຊິງຕັນ.

ລັດຖະບານ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກຳລັງຕອບໂຕ້ ຄືນຕໍ່ອະດີດ
ຮັກສາການຊົ່ວຄາວ ອຳນວຍການ ອົງການສັນຕິບານກາງ ຫລື FBI ຜູ້ທີ່ກ່າວວ່າ ບັນດາ
ເຈົ້າໜ້າທີ່ພິທັກກົດໝາຍລະດັບສູງ ຂອງລັດຖະບານ ໄດ້ພິຈາລະນາ​ທີ່​ຈະ​ນຳໃຊ້​ບົດ​ແກ້
ໄຂລັດຖະທຳມະນູນ ເພື່ອປົດທ່ານປະທານາທິບໍດີ ອອກ​ຈາກ​ຕຳ​ແໜ່ງ ຫຼັງຈາກທ່ານໄດ້
ປົດ ທ່ານເຈມສ໌ ໂຄມີ ຊຶ່ງໃນເວລາ ນັ້ນ ເປັນຜູ້ອຳນວຍການ ອົງການສັນຕິບານກາງ FBI.

ທ່ານ ແອນດຣູ ເມັກເຄບ ໃນການໃຫ້ສຳພາດ ກັບລາຍການຂ່າວຂອງໂທລະພາບ CBS
ຍັງໄດ້ກ່າວວ່າ ທ່ານໄດ້ເປີດການສືບສວນສອບສວນ ທ່ານປະທານາທິບໍດີ ເພາະຢ້ານວ່າ
ການກວດສອບ ກ່ຽວກັບການເຊື່ອມໂຍງ ລະຫວ່າງ ຄະນະໂຄສະນາຫາສຽງຂອງທ່ານ
ທຣຳ ແລະຣັດເຊຍ ຂອງໄອຍະການພິເສດ ທ່ານໂຣເບີດ ມັລເລີ ນັ້ນ ຈະຕົກຢູ່ໃນອັນ​ຕະ
​ລາຍ ຖ້າຫາກທ່ານຖືກປົດອອກຈາກຕຳແໜ່ງ.

ກະຊວງຍຸຕິທຳຊຶ່ງເປັນ​ຜູ້ກຳກັບເບິ່ງແຍງອົງການ FBI ເອີ້ນການເລົ່າເຫດການຕ່າງໆ
ຂອງ ທ່ານເມັກເຄບ ວ່າ “ບໍ່ຖືກຕ້ອງ ແລະ ບໍ່ມີມູນຄວາມຈິງ.” ໃນຖະແຫລງການ
ສະບັບນຶ່ງ ກະຊວງດັ່ງກ່າວ ຍັງກ່າວວ່າ ຜູ້ກວດກາລັດຖະບານກາງ ຂອງກະຊວງ ໄດ້
ກວດພົບວ່າ ທ່ານເມັກເຄບ “ບໍ່ໄດ້ບອກຄວາມຈິງຕໍ່ເຈົ້າໜ້າທີ່ ລັດຖະບານກາງ ໃນ
ຫຼາຍໂອກາດ ຈຶ່ງເປັນຜົນນຳໄປສູ່ ການປົດທ່ານ ອອກຈາກອົງການ FBI.”

ໂຄສົກ ທຳນຽບຂາວ ທ່ານນາງ ຊາຣາ ແຊນເດີສ໌ ກ່າວຖະແຫລງ ຕໍ່ບັນດານັກຂ່າວ ໃນລະຫວ່າງກອງປະຊຸມແຈ້ງໃຫ້ຊາບ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ມັງກອນ 2019.
ໂຄສົກ ທຳນຽບຂາວ ທ່ານນາງ ຊາຣາ ແຊນເດີສ໌ ກ່າວຖະແຫລງ ຕໍ່ບັນດານັກຂ່າວ ໃນລະຫວ່າງກອງປະຊຸມແຈ້ງໃຫ້ຊາບ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ມັງກອນ 2019.

ທ່ານ ເມັກເຄບ ໃນເດືອນມີນາ ປີ 2018 ໄດ້ຖືກປົດອອກຈາກຕຳແໜ່ງ ໂດຍທ່ານແຈັຟ
ແຊັສສັນສ໌ ຊຶ່ງໃນເວລານັ້ນ ເປັນລັດຖະມົນຕີວ່າການ ກະຊວງຍຸຕິທຳ ບໍ່ດົນກ່ອນກຳນົດ
ອອກກິນເບ້ຍບຳນານ ໂດຍການປະຕິເສດ ບໍ່ໃຫ້ເຈົ້າໜ້າທີ່ອົງການ FBI ທີ່ໄດ້ເຮັດວຽກ
ມາຍາວນານທ່ານນີ້ ໄດ້​ຮັບສະຫວັດດີການຕ່າງໆ ຢ່າງເຕັມສ່ວນ.

“ທ່ານ ແອນດຣູ ເມັກເຄບ ໄດ້ຖືກປົດອອກຈາກອົງການ FBI ດ້ວຍຄວາມອັບອາຍ
ຂາຍໜ້າແທ້ໆເລີຍ ເພາະວ່າ ທ່ານໄດ້ຕົວະຕໍ່ບັນດານັກສືບສວນ ໃນຫຼາຍໂອກາດ
ພ້ອມທັງ ໃນຂະນະຢູ່ພາຍໃຕ້ຄຳສາບານ”
ນັ້ນແມ່ນຄຳເວົ້າຂອງໂຄສົກ ທຳນຽບຂາວ
ທ່ານນາງ ຊາຣາ ແຊນເດີສ໌ ທີ່​ກ່າວ​ຢູ່ໃນຖະແຫລງການສະ​ບັບ​ນຶ່ງ ເມື່ອວັນພະຫັດວານ
ນີ້. ທ່ານນາງກ່າວອີກວ່າ “ຄວາມເຫັນແກ່ຕົວ ຂອງ ທ່ານ ແລະເລື້ອງສ່ວນຕົວທີ່ຫວັງ
ທຳລາຍ ໄດ້ຊຸກຍູ້ໃຫ້ທ່ານເປີດການສືບສວນສອບສວນ ທີ່ບໍ່ມີພື້ນຖານແຕ່ຢ່າງໃດ
ເລີຍ ຕໍ່ທ່ານປະທານາທິບໍດີ. ການກະທຳ ຂອງທ່ານ ແມ່ນໜ້າອັບອາຍແທ້ໆເລີຍ
ທີ່ທ່ານ ໄດ້ອ້າງອີງເຖິງບັນດາໄອຍະການ ລັດຖະບານກາງ. ທ່ານແອນດຣູ ເມັກເຄບ
ບໍ່ມີຄວາມໜ້າເຊື່ອຖືເລີຍ ແລະ ເປັນຄວາມອັບປະໂຫຍດ ຕໍ່ພວກທ່ານຊາຍ ແລະ
ຍິງ ຂອງອົງການ FBI ແລະ ປະເທດທີ່ຍິ່ງໃຫຍ່ຂອງພວກເຮົາ.”

ໃນເວລາບໍ່ດົນ ຫຼັງຈາກ ຄຳ​ເວົ້າບາງຕອນ​ໃນການໃຫ້ສຳພາດ ຂອງທ່ານເມັກ ເຄບ ໄດ້
ອອກອາກາດ ໃນຕອນເຊົ້າວັນພະຫັດວານນີ້ ທ່ານ ທຣຳ ໄດ້ເອີ້ນ ທ່ານ (ເມັກ​ເຄບ) ວ່າ
“ເປັນຄວາມອັບອາຍ ຕໍ່ອົງການ FBI ແລະ ຄວາມອັບ ອາຍ ຕໍ່ປະເທດຊາດຂອງ
ພວກເຮົາ”
ຢູ່ໃນຂໍ້ຄວາມທີ່ຂຽນລົງທວີດເຕີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG