ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດ ​ຜູ້​ຊ່ຽວຊານ ​ດ້ານ​ລະ​ເບີດ ຂອງ FBI ​​ຍອມຮັບ​ຜິດ


ເຄື່ອງໝາຍ ຂອງອົງການ ສັນຕິບານກາງ FBI
ເຄື່ອງໝາຍ ຂອງອົງການ ສັນຕິບານກາງ FBI
ອະດີດ​ຜູ້​ຊ່ຽວຊານ​ດ້ານ​ລະ​ເບີດຄົນ​ນຶ່ງ ຂອງ​ອົງການ​ສັນຕິ​ບານ​
ກາງ ຫລື FBI ​ສະຫະລັດຈະ​ຍອມຮັບ​ຜິດຕໍ່​ການທີ່​ໄດ້​ເປີດ​ເຜີຍ​
ຂໍ້​ມູນຄວາມ​ລັບ​ໃຫ້ແກ່ບັນດານັກ ຂ່າວ ກ່ຽວ​ກັບການ​ທັບ​ມ້າງ ​
ແຜນການວາງ​ລະ​ເບີດຂອງ​ພວກ​ກໍ່​ການ​ຮ້າຍທີ່​ຈະ​ລະ​ເບີດເຮືອ
ບິນ​ໂດຍສານ ທີ່​ເດີນທາງ​ມາ​ຍັງ​ສະຫະລັດ ​ໃນ​ປີ​ 2012.

ຖະ​ແຫລ​ງການສະ​ບັບນຶ່ງ ​ທີ່​ນຳ​ອອກເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້
​ໂດຍກະ​ຊວງ​ຍຸຕິ​ທໍາສະຫະລັດກ່າວ​ວ່າ ທ່ານ Danold
Sachtleben ​ໄດ້​ຮັບ​ສາລະພາບວ່າ ທ່ານ​ໄດ້​ບອກ​ນັກ​ຂ່າວຂອງ
​ອົງການ​ຂ່າວ AP ກ່ຽວ​ກັບແຜນການຂອງ​ກຸ່ມກໍ່ການ ​ຮ້າຍ
al-Qaida ​ສາຂາ​ Yemen ​ແລະ​ກ່ຽວ​ກັບ​ລະ​ເບີດທີ່​ຈະ​ໃຊ້​ໃນ​
ການ​ໂຈມ ຕີ.

​ລາຍງານຂອງ​ອົງການ​ຂ່າວ AP ​ທີ່​ອອກ​ໃນ​ເດືອນ​ພຶດສະພາ ປີ 2012 ກ່ຽວ​ກັບທັບ​ມ້າງ​ແຜນການຂອງ​ພວກ​ກໍ່​ການ​ຮ້າຍ ​ໄດ້​ພາ​ໃຫ້ກະຊວງ​ຍຸຕິ​ທໍາເລີ້ມ​ທໍາ​ການ​ສືບສວນກ່ຽວ​ກັບ​ການ​ຮົ່ວ​ໄຫລຂອງ​ຂ່າວ. ກະຊວງ​ຍຸຕິ​ທໍາຕໍ່​ມາ​ໄດ້​ບອກໃຫ້ ອົງການ​ຂ່າວ AP ຊາບ​ວ່າ ຕົນ​ໄດ້​ຮັບຢ່າງ​ລັບໆ​ ​ບັນທຶກ​ການ​ໂອ້​ລົມໂທລະ​ສັບ ​ເປັນ​ເວລາປະມານ​ສອງ​ເດືອນ ຂອງ​ພວກ​ນັກ​ຂ່າວ​ແລະ​ບັນນາທິການ ຂອງອົງ ການ​ຂ່າວ​ດັ່ງກ່າວ.

ພາຍ​ໃຕ້ຂໍ້ຕົກ​ລົງກ່ຽວ​ກັບ​ການ​ຮ້ອງ​ຮຽນທີ່ໄດ້ບັນລຸ​ກັນກັບຄະນະໄອ​ຍະ​ການ​ຂອງ ລັດ
ຖະບານ​ກາງນັ້ນ ທ່ານ Sachtleben ອາຍຸ 55 ປີ ຈະຖືກ​ຄຸກ ເປັນ​ເວລາ ເກືອບ 12 ປີ ໃນຂໍ້​ຫາ​ເປີດ​ເຜີຍ​ຂ່າວ ​ແລະ​ຂໍ້​ຫາ​ອີກ​ຂໍ້​ນຶ່ງ ​ໃນ​ການ​ມີ​ຮູບ​ລາ​ມົກ ​ເດັກນ້ອຍ ​ຢູ່​ໃນ​ຄວາມ​ຄອບ​ຄອງ ​ແລະ​ເພື່ອແຈກ​ຈ່າຍ.

ກ່ຽວຂ້ອງກັນ

XS
SM
MD
LG