ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດເຈົ້າໜ້າທີ່ອະວຸໂສ ຂອງອົງການສັນຕິບານກາງ FBI ໄດ້ຖືກຟ້ອງໃນສອງຂໍ້ຫາ ແຕກຕ່າງກັນ


ແຟ້ມພາບ - ຕຶກສຳນັກງານລັດຖະບານກາງ Jacob K. Javits, ຢູ່ກາງ, ທີ່ຍັງຮູ້ຈັກກັນຄື 26 Federal Plaza, ແມ່ນເຫັນໄດ້ໃນນະຄອນນິວຢອກ, ວັນທີ 9 ມັງກອນ 2020. ພາຍໃນເລື້ອງອື່ນໆ, ມັນເປັນສຳນັກງານຂອງອົງການສັນຕິບານກາງ FBI.
ແຟ້ມພາບ - ຕຶກສຳນັກງານລັດຖະບານກາງ Jacob K. Javits, ຢູ່ກາງ, ທີ່ຍັງຮູ້ຈັກກັນຄື 26 Federal Plaza, ແມ່ນເຫັນໄດ້ໃນນະຄອນນິວຢອກ, ວັນທີ 9 ມັງກອນ 2020. ພາຍໃນເລື້ອງອື່ນໆ, ມັນເປັນສຳນັກງານຂອງອົງການສັນຕິບານກາງ FBI.

ເຈົ້າໜ້າທີ່ອະວຸໂສຂອງອົງການສັນຕິບານກາງ FBI ຜູ້ທີ່ໄດ້ກະສຽນແລ້ວ ໄດ້ຖືກຈັບກຸມ ໃນຂໍ້ຫາຮັບເງິນຫຼາຍແສນໂດລາ ຢ່າງລັບໆ ຈາກອະດີດສາຍລັບຂອງອາລບາເນຍ ແລະລະເມີດຕໍ່ການວາງມາດຕະການລົງໂທດຂອງສະຫະລັດ ດ້ວຍການເຮັດວຽກຢ່າງລັບໆ ໃຫ້ແກ່ນັກທຸລະກິດເສດຖີຂອງຣັດເຊຍ ທີ່ເຊື່ອມໂຍງກັບວັງເຄຣມລິນ ຊຶ່ງໃນຄັ້ງນຶ່ງລາວໄດ້ຖືກສືບສວນສອບສວນ.

ຂໍ້ກ່າວຫາຕໍ່ອະດີດເຈົ້າໜ້າທີ່ດັ່ງກ່າວ ກໍຄື ທ່ານ ຊາຣສ໌ ແອັຟ ແມັກໂກນິໂກລ (Charles F. McGonigal) ຜູ້ທີ່ເຄີຍເປັນຫົວໜ້າສຳນັກງານໜ່ວຍຕໍ່ຕ້ານການສືບລັບ​ຂອງອົງການ FBI ປະຈຳລັດນິວຢອກ ຈາກປີ 2016 ຫາ 2018 ແລະໄດ້ຖືກຈັບກຸມໃນວັນເສົາຜ່ານມານີ້ ແມ່ນຖືກຟ້ອງຮ້ອງໃນຄະດີຢູ່ສອງແຫ່ງແຕກຕ່າງກັນ ຕາມເອກະສານທີ່ປິດລັບ ຢູ່ໃນນິວຢອກ ແລະວໍຊິງຕັນ ເມື່ອວັນຈັນວານນີ້.

ໃນສຳ​ນວນຟ້ອງດ້ວຍຂໍ້ຫາ 5 ກະທົງໃນລັດນິວຢອກ ບັນດາໄອຍະການ ກ່າວຫາທ່ານແມັກໂກນິໂກລ ອາຍຸ 54 ປີ ແລະທ່ານເຊີເກ ເຊສຕາຄັອບ ອະດີດນັກການທູດຂອງຣັດເຊຍ ແລະເພື່ອນຮ່ວມງານ ນັກທຸລະກິດເສດຖີໂອເລັກ ເດີຣີປາສກາ ຜູ້ທີ່ໄດ້ສືບສວນນັກທຸລະກິດເສດຖີຂອງຣັດເຊຍ ຄູ່ປໍລະປັກ ໃນການແລກປ່ຽນກັບການໄດ້ຮັບເງິນຄ່າຈ້າງສຳລັບຄວາມລັບ ຈາກທ່ານເດີຣີປາສກາ.

ໃນຄະດີຕ່າງຫາກອີກອັນນຶ່ງ ທີ່ມີຄຳຟ້ອງດ້ວຍຂໍ້ຫາ 9 ກະໂທງຢູ່ໃນນະຄອນຫຼວງວໍຊິງຕັນ ທ່ານແມັກໂກນິໂກລ ໄດ້ຖືກກ່າວຫາວ່າ ຮັບເງິນສົດຢ່າງໜ້ອຍ 225,000 ໂດລາ ຈາກອະດີດເຈົ້າໜ້າທີ່ສືບລັບຂອງອາລບາເນຍໃນການແລກ ປ່ຽນກັບການສົ່ງເສີມຜົນປະໂຫຍດທາງດ້ານທຸລະກິດຂອງຜູ້ກ່ຽວ ໂດຍປາດສະຈາກການເປີດເຜີຍສາຍສຳພັນຂອງທ່ານຕໍ່ອົງການສືບລັບ. ອະດີດສາຍລັບຂອງອາລບາເນຍ ທີ່ເປັນນັກທຸລະກິດ ແມ່ນໄດ້ຮັບສັນຊາດຂອງສະຫະລັດໃນຖານະເປັນພົນລະເມືອງ ແລະອາໄສຢູ່ໃນລັດນິວເຈີຊີ.

ຄຳຟ້ອງກ່າວຫາວ່າ ທ່ານແມັກໂກນິໂກລ ໄດ້ຮັບຄ່າຈ້າງເປັນເງິນສົດ 3 ຄັ້ງຕ່າງວາລະຈາກນັກທຸລະກິດດັ່ງກ່າວ ໃນປີ 2017 ຫຼັງຈາກທີ່ທັງສອງໄດ້ເດີນ ທາງໄປຍັງອາລບາເນຍ ບ່ອນທີ່ທ່ານແມັກໂກນິໂກລ ໄດ້ພົບປະກັບນາຍົກລັດ ຖະມົນຕີຂອງປະເທດນັ້ນ ແລະໄດ້ຮຽກຮ້ອງໃຫ້ທ່ານ “ລະມັດລະວັງກ່ຽວກັບການມອບໃບອະນຸຍາດການຂຸດຄົ້ນບໍ່ນ້ຳມັນໃນອາລບາເນຍ ໃຫ້ແກ່ພວກບໍລິສັດແຖວໜ້າຂອງຣັດເຊຍ.” ອະດີດສາຍລັບຄົນນີ້ໄດ້ມີຜົນປະໂຫຍດທາງການເງີນໃນການຕັດສິນໃຈ.

ອະດີດສາຍລັບຂອງອາລເບເນຍ ໃນເວລາຕໍ່ມາ ໄດ້ຮັບໃຊ້ໃນອົງການ FBI ໃນຖານະເປັນແຫລ່ງຂ່າວຖືກບໍ່ຖືກເປີດເຜີຍ ໃນການສືບສວນສອບສວນຄະດີອາຍາຂອງພວກນັກວິ້ງເຕັ້ນທີ່ມີສັນຊາດສະຫະລັດ ໃຫ້ແກ່ຝ່າຍຂອງອາລເບເນຍ. ທ່ານແມັກໂກນິໂກລເປັນຫົວໜ້າຮັບຜິດຊອບໃນການສືບສວນສອບສວນ ດັ່ງກ່າວ.

ໃນຖະແຫລງການສະບັບນຶ່ງ ທ່ານດໍໂນລ ອາລເວ ຜູ້ຊ່ອຍຜູ້ອຳນວຍການ ຮັບ ຜິດຊອບສຳນັກງານ ປະຈຳນະຄອນລອສແອນເຈີເລສ ຂອງອົງການ FBI ໄດ້ກ່າວວ່າ ທ່ານແມັກໂກນິໂກລ “ໄດ້ທໍລະຍົດຕໍ່ຄຳສາບານຂອງລາວ ທີ່ໃຫ້ແກ່ສະຫະລັດ ໃນການແລກປ່ຽນກັບຜົນປະໂຫຍດຂອງສ່ວນຕົວ ແລະດ້ວຍຄວາມໝັນຄົງຂອງປະເທດຊາດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG