ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ​ຜູ້​ນໍາ​ກຸ່ມທະ​ຫານກອງ​ໂຈນ​ FARC ​ຖືກ​ຍິງຕາຍ​ໃນ ​ເວ​ເນ​ຊູ​ເອລາ​ ອີງ​ຕາມ​ສື່ມວນ​ຊົນ​ ໂຄ​ລອມ​ເບຍ


ອະດີດທະ​ຫານຂອງກອງ​ໂຈນ​​ກອງກໍາລັງປະກອບອາວຸດປະຕິວັດຂອງໂຄລອມເບຍ (FARC) ເຂົ້າ​ຮ່ວມ​ການ​ປະ​ທ້ວງ ເພື່ອຮຽກ​ຮ້ອງ​ໃຫ້ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແລະ​ໃຫ້​ປະ​ຕິ​ບັດ​ສອດ​ຄ່ອງ​ກັບ​ສັນ​ຍາ​ສັນ​ຕິ​ພາບທີ່​ລັດ​ຖະ​ບານ​ໄດ້​ເຊັນ​ໃນ​ນະ​ຄອນ​ຫລວງ Bogota ຂອງ Colombia, ວັນ​ທີ 1 ພະ​ຈິກ 2020
ອະດີດທະ​ຫານຂອງກອງ​ໂຈນ​​ກອງກໍາລັງປະກອບອາວຸດປະຕິວັດຂອງໂຄລອມເບຍ (FARC) ເຂົ້າ​ຮ່ວມ​ການ​ປະ​ທ້ວງ ເພື່ອຮຽກ​ຮ້ອງ​ໃຫ້ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແລະ​ໃຫ້​ປະ​ຕິ​ບັດ​ສອດ​ຄ່ອງ​ກັບ​ສັນ​ຍາ​ສັນ​ຕິ​ພາບທີ່​ລັດ​ຖະ​ບານ​ໄດ້​ເຊັນ​ໃນ​ນະ​ຄອນ​ຫລວງ Bogota ຂອງ Colombia, ວັນ​ທີ 1 ພະ​ຈິກ 2020

ອະດີດ​ຜູ້​ນໍາ​ຂອງ​ກຸ່ມທະ​ຫານກອງ​ໂຈນ​ FARC ​ໄດ້​ຖືກ​ຍິງ​ຕາຍ​ໃນ​ເວ​ເນ​ຊູ​ເອລາ​ໂດຍ​ພວກ​ກະບົດ​ອື່ນ, ອີງ​ຕາມ​ສື່ມວນ​ຊົນ​ໂຄ​ລອມ​ເບຍໃນ​ວັນ​ອາທິດ​ວານນີ້ຊຶ່ງ ອົງ​ການ​ຂ່າວ AFP ໄດ້​ລາຍງານ​ຕໍ່.

ໂດຍອ້າງເຖິງແຫຼ່ງຂ່າວສືບລັບຂອງໂຄລອມເບຍ ແລະເວເນຊູເອລາ, ໜັງສືພິມ ຫຼາຍສະບັບກ່າວວ່າທ່ານ ເຮີ​ນານ ດາ​ຣີໂອ ເວ​ລາ​ສ​ເກ​ຊ (Hernan Dario Velasquez) ທີ່ມີຊື່ຫຼິ້ນວ່າ “ແອລ ໄປຊາ” "El Paisa" ຊຶ່ງ​ມີ​ຄວາມ​ໝາຍ​ວ່າ "ຊາວ​ນາ" ນັ້ນໄດ້ຖືກໂຈມຕີຢູ່ໃນລັດອາ​ເພີ (Apure), ທີ່​ມີຊາຍແດນຕິດ​ກັບ​ໂຄ​ລອມ​ເບຍ.

ທັງລັດຖະບານໂຄລອມເບຍ ແລະເວເນຊູເອລາ ຕ່າງ​ກໍບໍ່ໄດ້ໃຫ້​ການຢືນຢັນກ່ຽວ​ກັບລາຍງານດັ່ງກ່າວ. ກອງທັບ​ໂຄ​ລອມເບຍ​ຍັງ​ໄດ້​ບອກ​ກັບ​ສື່​ມວນ​ຊົນ​ວ່າ ຕົນ​ບໍ່​ໄດ້​ຮູ້ຫຍັງ​ກ່ຽວ​ກັບ​ເລື້ອງການ​ສັງຫານ​ທີ່​ວ່ານີ້.

ໂດຍ​ມີຄວາມຢ້ານກົວໃນຊຸມປີທີ່​ລາວເປັນຫົວຫນ້າທີມປະກອບອາວຸດຊັ້ນສູງໃນກອງກໍາລັງປະ ກອບອາວຸດປະຕິວັດຂອງໂຄລອມເບຍ (FARC) ຢູ່ນັ້ນ, ທ່ານ ເວ​ລາ​ສ​ເກ​ຊ (Velasquez) ໄດ້ໜີອອກຈາກກຸ່ມກະບົດດັ່ງ​ກ່າວໃນປີ 2018, ສອງປີພາຍຫຼັງທີ່​ມີການລົງນາມໃນສັນຍາສັນຕິພາບກັບລັດຖະບານໂຄ​ລອມ​ເບຍ.

​ທ່ານມີຊື່ສຽງໃນການໂຈມຕີດ້ວຍອາວຸດຂອງທ່ານ, ລວມທັງການວາງລະເບີດ ລົດທີ່ເຮັດໃຫ້ 36 ຄົນເສຍຊີວິດ ແລະບາດເຈັບອີກຫຼາຍສິບຄົນໃນເດືອນກຸມພາ ປີ 2003 ໃນ​ນະ​ຄອນ​ຫລວງໂບ​ໂກຕ້າ (Bogota).

ທະຫານກອງ​ໂຈນ​ປະມານ 13,000 ຄົນ​ໄດ້​ຍອມ​ຈຳນົນ​ປົດອາວຸດຂອງ​ຕົນ​ນັບ​ແຕ່​ໄດ້​ລົງ​ນາມ​ໃນ​ສັນຍາ​ສັນຕິພາບ​ໃນ​ປີ 2016 ມາ, ​ແລະກຸ່ມ FARC ​ໄດ້​ຫັນປ່ຽນ​ໄປເປັນ​ພັກ​ການ​ເມືອງ​ທີ່​ມີ​ສຽງສ່ວນຫນ້​ອຍ.

​ຢ່າງໃດ​ກໍ​ຕາມ ຄວາມ​ຮຸນ​ແຮງ​ຍັງ​ຄົງ​ເກີດ​ຂຶ້ນ​ຢູ່​ໃນ​ຫລາຍ​ຂົງ​ເຂດ​ຂອງ​ໂຄ​ລອມ​ເບຍບ່ອນ​ທີ່​ພວກ​ກະບົດ FARC ຫຼາຍກວ່າ 5,000 ຄົນທີ່ປະຕິ​ເສດຕໍ່​ຂໍ້​ຕົກລົງ​ດັ່ງກ່າວໄດ້ສືບ​ຕໍ່ ​ຕໍ່ສູ້​ກັບ​ກຸ່ມ​ທະຫານກອງ​ໂຈນ​ ​ແລະ​ກຸ່ມ​ກະບົດ ​ແລະ​ພວກ​ຄ້າ​ຢາ​ເສບ​ຕິດ​ໃນ​ປະ​ເທດ​ທີ່​ຜະລິດ​ໂຄ​ເຄນ​ໃຫຍ່​ທີ່​ສຸດ​ຂອງ​ໂລກແຫ່ງນັ້ນ.

​ທ່ານເວ​ລາ​ສ​ເກ​ຊ (Velasquez) ເຄີຍເປັນຄົນນຶ່ງໃນຜູ້ເຈລະຈາຂໍ້ຕົກລົງດັ່ງ​ກ່າວ. ຫຼັງຈາກອອກຈາກກຸ່ມ FARC ແລ້ວ ​ທ່ານ​ກໍໄດ້ປາກົດຕົວຄືນໃຫມ່ ໃນປີ 2019 ພ້ອມກັບພວກອະດີດຜູ້ນໍາກຸ່ມ FARC, ທ່ານ ​ອີ​ວານ ມາກ​ເກສ (Ivan Marquez) ແລະທ່ານ ​ເຮຊູ ແຊນ​ທ​ຣີ​ຈ໌ (Jesus Santrich) ເພື່ອປະ ກາດວ່າທ່ານຈະຈັບອາວຸດອີກເທື່ອນຶ່ງ.

ລັດຖະບານ ໂບ​ໂກ​ຕ້າ (Bogota) ໄດ້​ກ່າວ​ຫາ​ລັດຖະບານ​ເວ​ເນ​ຊູ​ເອລາ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ​ໄດ້​ກັກ​ຂັງ​ພວກ​ນັກ​ລົບ​ຈາກ​ກຸ່ມ FARC ​ແລະ​ກຸ່ມ ELN ຊຶ່ງ​ເປັນ​ກຸ່ມ​ທະຫານກອງ​ໂຈນ​ອື່ນອີກ.

ລັດຖະບານ ກາ​ຣາ​ກາ​ສ (Caracas) ກໍໄດ້ປະຕິເສດຕໍ່ການ​ກ່າວ​ອ້າງດັ່ງກ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG