ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ປະທານາທິບໍດີ ອີຈິບ ໄປປະກົດໂຕ ຢູ່ທີ່ສານອີກ (ວີດິໂອ)


ອະດີດ​ປະທານາທິບໍດີອີ​ຈິບ ທ່ານ Hosni Mubarak ​ໄດ້​ໄປ​ປະ
ກົດ​ໂຕ​ຢູ່ສານ ​ໃນນະຄອນ​​​ຫຼວງໄຄ​ໂຣ
ອະດີດ​ປະທານາທິບໍດີອີ​ຈິບ ທ່ານ Hosni Mubarak ​ໄດ້​ໄປ​ປະ ກົດ​ໂຕ​ຢູ່ສານ ​ໃນນະຄອນ​​​ຫຼວງໄຄ​ໂຣ
ອະດີດ​ປະທານາທິບໍດີອີ​ຈິບ ທ່ານ Hosni Mubarak ​ໄດ້​ໄປ
​ປະກົດ​ໂຕ​ຢູ່ສານ ​ໃນນະຄອນ​ຫຼວງໄຄ​ໂຣ ເພື່ອປະ​ເຊີນ​ໜ້າ
ອີກ​ຄັ້ງ​ນຶ່ງ​ກັບ​ການ​ດຳ​ເນີນ​ຄະດີ ໃນ​ຂໍ້ຫາສົມຮູ້​ຮ່ວມ​ຄິດ ກ່ຽວ​
ກັບການ​ຕາຍຂອງ​ພວກ​ປະ​ທ້ວງ​ຫຼາຍ​ຮ້ອຍ​ຄົນໃນ​ລະຫວ່າງ
ການ​ລຸກ​ຮື​ຂື້ນໃນລະດູບານ​ໃໝ່ຂອງ​ຊາວ​ອາຣັບ ​ໃນ​ປີ 2011.

ການໄປ​ປະກົດ​ຕົວໃນ​ວັນ​ເສົາມື້ນີ້​ ​ແມ່ນເປັນ​ການ​ດຳ​ເນີນ​ຄະດີ
​ຄືນ​ໃໝ່.ທ່ານ Mubarak ​ໄດ້​ຖືກ​ຕັດສິນລົງ​ໂທດ​ໃຫ້​ຈຳ​ຄຸກຕະ
ໃຫ້​ມີ​ການ​ດຳ​ເນີນ​ຄະດີ​ຄືນ​ໃໝ່ ຫລັງ​ຈາກໄດ້​ມີ​ການ​ຂໍ​ອຸທອນ
ຈາກ​ທັງຝ່າຍ​ໄອ​ຍະ​ການ​ ແລະຝ່າຍ​ຈຳ​ເລີຍ ຍ້ອນ​ບໍ່​ຖືກຕ້ອງ​
ຕາມ ກະບວນ​ການ​ຍຸຕິ​ທຳ.

ທ່ານ Mubarak ​ໄດ້​ນັ່ງ​ຢູ່​ໃນ​ລໍ້​ຍູ້ ​ໄປປະກົດ​ໂຕທີ່​ສານ​ໃນ​ວັນ​
ເສົາ​ມື້​ນີ້. ລູກ​ຊາຍ​ຂອງ​ທ່ານສອງ​ຄົນ ຊຶ່ງໄດ້​ຖືກຟ້ອງ​ໃນ​ຄະດີ
ສໍ້​ລາດ​ບັງ​ຫລວງຕ່າງຫາກ​ນັ້ນ ກໍ​ໄດ້​ຕິດຕາມ​ທ່ານ​ໄປ​ສານ
​ໃນ​ມື້ນີ້.

ມີ​ກາ​ນຮັກສາ​ຄວາມ​ປອດ​ໄພ​ຢ່າງ​ໜາ​ແໜ້ນ ຢູ່​ນອກ​ສານບ່ອນ​ທີ່​ບັນດາ​ຍາດຕິ​ພີ່ນ້ອງ​
ຂອງພວກໄດ້​ຮັບ​ເຄາະ​ຮ້າຍຈຳນວນ​ນຶ່ງ ພາກັນ​ເຕົ້າ​ໂຮມ​ກັນນັ້ນ.

ການ​ດຳ​ເນີນ​ຄະດີ​ທ່ານ Mubarak ຄືນໃໝ່​ ​ມີ​ກຳນົດເລີ້ມຂຶ້ນໃນ​ເດືອນ​ເມສາ ​ແຕ່​ວ່າ
​ຜູ້​ພິພາກສາ​ໄດ້​ຂໍ​ຖອນໂຕ​ໃນ​ບໍ່ພໍ​ເທົ່າໃດ​ນາທີ ​ກ່ອນ​ເລີ້ມ​ການ​ດໍາ​ເນີນຄະດີ​.

ວີດິໂອ: ຊາວອີຈິບພາກັນສົງໄສວ່າ ປານໃດເລື້ອງການດໍາເນີນຄະດີ ທ່ານມູບາຣັກ ຈຶ່ງຈະຈົບ?:

Egyptians Wonder When, If, Mubarak Case Will End
please wait

No media source currently available

0:00 0:02:12 0:00
ລິງໂດຍກົງ
XS
SM
MD
LG