ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະດີດ ຫົວໜ້າ ທະຫານບໍ່ເຕັມເວລາ ຂອງ ໂຄລອມເບຍ ເປັນຜູ້ຮ້າຍຂ້າມແດນ ຖືກສົ່ງ ກັບປະເທດ


ທຸງຊາດ ຂອງໂຄລອມເບຍ ໄດ້ຖືກຊູຂຶ້ນໃຫ້ເຫັນ ຢູ່ໃນເມືອງ ຄາລີ ເມື່ອເດືອນມີນາ 2016.
ທຸງຊາດ ຂອງໂຄລອມເບຍ ໄດ້ຖືກຊູຂຶ້ນໃຫ້ເຫັນ ຢູ່ໃນເມືອງ ຄາລີ ເມື່ອເດືອນມີນາ 2016.

ອະດີດ ຫົວໜ້າທະຫານບໍ່ເຕັມເວລາ ຂອງໂຄລອມເບຍ ຄົນນຶ່ງ ຜູ້ທີ່ທາງການຕ້ອງ
ການໂຕ ຍ້ອນອາຊະຍະກຳ ຫຼາຍພັນກໍລະນີ ໄດ້ຖືກທາງການສົ່ງຜູ້ຮ້າຍຂ້າມແດນ
ກັບຄືນໄປຍັງ ໂຄລອມເບຍ ຈາກ ສະຫະລັດ ໃນວັນອັງຄານວານນີ້.

ທ້າວ ເຮີເບີຣຕ໌ ເວີໂລຊາ ກາຣເຊຍ (Hebert Veloza Garcia) ຈະປະເຊີນໜ້າກັບ
ຂໍ້ກ່າວຫາຫຼາຍກະໂທງ ຢູ່ໃນໂຄລອມເບຍ ທີ່ປະກອບດ້ວຍ ການຄາດຕະກຳ ແລະ
ການເກນເອົາພວກເດັກນ້ອຍມາເປັນທະຫານ.

ຜູ້ກ່ຽວໄດ້ຖືກຈັບກຸມ ໃນປີ 2007 ແລະ ລຸນຫຼັງຈາກນັ້ນ ກໍໄດ້ຖືກສົ່ງໂຕ ໄປຍັງ
ສະຫະລັດ ແລະຖືກຂັງຄຸກ ໃນຂໍ້ຫາຄ້າຢາເສບຕິດ --ການສົ່ງໂຕກັບຄືນນັ້ນ ອັນເປັນ
ການເຄື່ອນໄຫວ ທີ່ເຮັດໃຫ້ພວກນັກເຄື່ອນໄຫວເພື່ອສິດທິມະນຸດ ຂອງໂຄລອມເບຍ
ຄຽດແຄ້ນ ພວກເຂົາຢ້ານວ່າ ທ້າວ ເວີໂລຊາ ກາຣເຊຍ ຈະບໍ່ໄດ້ປະເຊີນໜ້າກັບ ການ
ລົງໂທດເລີຍ ຢູ່ໃນໂຄລອມເບຍ.

ໂຄລອມເບຍ ກຳລັງຫລຸດພົ້ນຈາກສົງຄາມກອງໂຈນ ທີ່ແກ່ຍາວມາ ໄດ້ຫຼາຍກວ່າ 50
ປີ ຫຼັງຈາກທີ່ລັດຖະບານ ໄດ້ລົງນາມ ໃນສົນທິສັນຍາສັນຕິພາບ ເມື່ອປີກາຍນີ້ ກັບ ກຸ່ມ
FARC ທີ່ເປັນກຸ່ມກະບົດທີ່ສຳຄັນ ໃນປະເທດ. ກຸ່ມ FARC ໄດ້ປົດອາວຸດ ແລະ ໄດ້ຫັນ
ປ່ຽນຕົນເອງ ມາເປັນພັກການເມືອງ.

ການເຈລະຈາຕ່າງໆ ກັບພັກຝ່າຍຄ້ານໃຫຍ່ ອັນດັບສອງຂອງປະເທດ ຄື ພັກ ELN
ແມ່ນກຳລັງດຳເນີນໄປຢູ່ ໃນປັດຈຸບັນນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG