ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດກຸ່ມກອງໂຈນ ໂຄລົມເບຍ ລົງແຂ່ງຂັນ ເອົາຕຳແໜ່ງໃນ ສະພາ


ທ່ານ ອີວານ ມາເກສ "Ivan Marquez," ອະດີດຜູ້ນຳຂອງ
ກອງກຳລັງປະຕິວັດຕິດອາວຸດແຫ່ງ ໂຄລົມເບຍ, FARC,
ກາງ, ໃຫ້ຄຳປາໄສທີ່ກອງປະຊຸມຖະແຫຼງຂ່າວ ໃນນະຄອນ
ຫຼວງ ໂບໂກຕາ, ປະເທດ ໂຄລົມເບຍ. 8 ມີນາ, 2018.
ທ່ານ ອີວານ ມາເກສ "Ivan Marquez," ອະດີດຜູ້ນຳຂອງ ກອງກຳລັງປະຕິວັດຕິດອາວຸດແຫ່ງ ໂຄລົມເບຍ, FARC, ກາງ, ໃຫ້ຄຳປາໄສທີ່ກອງປະຊຸມຖະແຫຼງຂ່າວ ໃນນະຄອນ ຫຼວງ ໂບໂກຕາ, ປະເທດ ໂຄລົມເບຍ. 8 ມີນາ, 2018.

ປະເທດ ໂຄລົມເບຍ ກຳລັງລົງຄະແນນສຽງສຳລັບລັດຖະສະພາໃໝ່.

ກຸຸ່ມ FARC, ເຊິ່ງແມ່ນອະດີດກຸ່ມກອງໂຈນຝ່າຍຊ້າຍຂອງປະເທດ, ໄດ້ວາງອາວຸດ
ຂອງເຂົາເຈົ້າ ແລະ ໄດ້ຫັນປ່ຽນເປັນພັກການເມືອງທີ່ໄດ້ເຂົ້າຮ່ວມໃນການເລືອກຕັ້ງ
ຄັ້ງທຳອິດ ເອົາຕຳແໜ່ງໃນສະພາສູງ ແລະ ສະພາຕໍ່າ.

ປະທານາທິບໍດີ ຮວນ ມານູແອລ ຊານຕົສ, ຜູ້ທີ່ໄດ້ເຊັນຂໍ້ຕົກລົງກັບກຸ່ມ FARC ໄດ້
ກ່າວວ່າ “ນີ້ແມ່ນການເລືອກຕັ້ງຄັ້ງທຳອິດ ໃນເຄິ່ງສັດຕະວັດ ເມື່ອພວກເຮົາຈະລົງ
ຄະແນນສຽງຢ່າງມີສັນຕິພາບ, ບໍ່ມີກຸ່ມ FARC ເປັນກຸ່ມຕິດອາວຸດ, ແຕ່ເປັນພັກການ
ເມືອງ.”

ຂໍ້ຕົກລົງສັນຕິພາບສະບັບນຶ່ງ ທີ່ຖືກລົງນາມໂດຍລັດຖະບານ ໂຄລົມເບຍ ແລະ ກຸ່ມ
ກະບົດຝ່າຍຊ້າຍ FARC ໃນປີ 2016 ໄດ້ເຮັດໃຫ້ສົງຄາມທີ່ແກ່ຍາວຫຼາຍທົດສະວັດ
ສິ້ນສຸດລົງ.

ກຸ່ມດັ່ງກ່າວຍັງໃຊ້ຊື່ວ່າ FARC ຄືເກົ່າ, ແຕ່ຕອນນີ້ຕົວໜັງສືດັ່ງກ່າວຖືກເອີ້ນວ່າ ກອງ
ກຳລັງປະຕິວັດທາງເລືອກທົ່ວໄປ ແທນທີ່ຈະແມ່ນ ກອງກຳລັງປະຕິວັດຕິດອາວຸດແຫ່ງ
ໂຄລົມເບຍ.

ຂໍ້ຕົກລົງສັນຕິພາບໄດ້ຮັບປະກັນວ່າກຸ່ມ FARC ຈະໄດ້ຊະນະບ່ອນນັ່ງໃດກໍຕາມຫຼາຍ
ກວ່າ 10 ບ່ອນ.

ພັກແນວທາງນິຍົມກາງຊ້າຍ ແມ່ນຄາດວ່າຈະເປັນຜູ້ຄອບງຳຜົນຄະແນນທັງຫຼາຍ.

ການລົງຄະແນນສຽງຂອງວັນອາທິດມື້ນີ້ ສ່ວນໃຫຍ່ຖືກມອງເຫັນວ່າເປັນວິທີທີ່ຈະ
ເດົາວ່າ ພັກການເມືອງໃດຈະໄດ້ຊະນະການເລືອກຕັ້ງປະທານາທິບໍດີໃນເດືອນພຶດ
ສະພານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG