ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານປັກກິ່ງ ຝາກໂທດ ປະຫານຊີວິດ ອະດີດ ລັດຖະມົນຕີ ລົດໄຟຈີນ


ທ່ານ Liu Zhinjun ອະດີດລັດຖະມົນຕີລົດໄຟຈີນ ກໍາລັງຖືກ
ຕໍາຫລວດ ນໍາພາໂຕໄປຂຶ້ນສານ, ວັນທີ 9 ມິຖຸນາ 2013.
ທ່ານ Liu Zhinjun ອະດີດລັດຖະມົນຕີລົດໄຟຈີນ ກໍາລັງຖືກ ຕໍາຫລວດ ນໍາພາໂຕໄປຂຶ້ນສານ, ວັນທີ 9 ມິຖຸນາ 2013.
ສານປັກ​ກິ່ງ​ແຫ່ງ​ນຶ່ງ​ ໄດ້ຕັດສິນ​ຝາກ​ໂທດ​ປະຫານ​ຊີວິດ ອະດີດ
ລັດຖະມົນຕີ​ລົດ​ໄຟຈີນ ​ເປັນ​ເວລາ​ສອງ​ປີ ​ໃນ​ຖານ​ຮັບ​ສີນ​ບົນ ​
ແລະ​ໃຊ້​ອໍານາດນອກ​ເໜືອ​ໜ້າ​ທີ່​ໃນບົດບາດ​ຂອງທ່ານ ທີ່​ພົວ
ພັນ​ກັບການ​ສໍ້​ລາດ​ບັງ​ຫລວງ​ຄັ້ງ​ໃຫຍ່.

ອົງການ​ຂ່າວ Xinhua ຂອງລັດຖະບານ ລາຍ​ງານວ່າ ນອກ​
ນັ້ນ​ແລ້ວ ສານ​ຍັງ ໄດ້​ຕັດສິນ​ໃນ​ວັນ​ຈັນ​ມື້​ນີ້ ​ໃຫ້ຍຶດ​ເອົາ​ຊັບ​ສິນ
​ທັງ​ໝົດ​ຂອງ ​ທ່ານ Liu Zhijun ​ແລະ​ຖອນ​ສິດທິ​ທາງການ​
ເມືອງຂອງ​ທ່ານ ​ຕະຫລອດ​ຊີວິດ. ຢູ່​ໃນ​ປະ​ເທດ​ຈີນ ການ​ຝາກ
ໂທດປະຫານ​ຊີວິດນັ້ນ ຕາມ​ປົກກະຕິ​ແລ້ວ ກໍ​ແມ່ນ​ຈະ​ຖືກ​ລຸດ
ຜ່ອນ ໂທດລົງ​ມາ​ເປັນຈໍາຄຸກ​ຕະຫລອດ​ຊີວິດ.

ອ້າງ​ອິງ​ຕາມເອກະສານ​ຟ້ອງ​ຮ້ອງ​ນັ້ນ ທ່ານ Liu ​ໄດ້​ຮັບ​ເອົາເງິນ​ສິນ​ບົນ​ກວ່າ 10 ລ້ານ​ໂດ​ລາ ​ເພື່ອ​ຊ່ວຍ​ຄົນ​ໃຫ້​ຖືກ​ເລື່ອນຊັ້ນ ຫລື​ໄດ້ສັນຍາຮັບ​ເໝົາ ລະຫວ່າງ​ປີ 1986 ​ແລະ 2001​. ທ່ານ​ໄດ້​ຖືກ​ໄລ່​ອອກ​ຈາກ​ໜ້າ​ທີ່ ​ໃນ​ເດືອນ​ກຸມພາ ​ປີ​ກາຍ​ນີ້ ​ແລະ​ໄດ້​ຖືກ​ໄລ່​ອອກ​ຈາກພັກ​ຄອມ​ມິ​ວນິສ ​ໃນ​ເວລາຕໍ່​ມາ.

​ເອກະສານ​ຟ້ອງ​ຮ້ອງຍັງ​ກ່າວ​ວ່າ ທ່ານ Liu ​ໄດ້ເປັນ​ຜູ້ຜິດຊອບ ​ໃນ​ການ​ເຮັດ​ໃຫ້ “ຊັບ​ສິນ​ຂອງ​ສາທາລະນະ ​ແລະ​ຜົນ​ປະ​ໂຫຍດຂອງ​ລັດ​ແລະ​ປະຊາຊົນ ສູນ​ເສຍ​ໄປຢ່າງ​ມະຫາ ສານ.”
XS
SM
MD
LG