ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຜູ້ນຳແຄວ້ນ ຄາຕາໂລເນຍ ຈະປະຕິບັດຕາມ ໝາຍຈັບ ຢູໂຣບ


ທ່ານ ຄາເລັສ ປູອິກເດີມັອນ ກ່າວຖະແຫຼງການທີ່ທຳນຽບ ລັດຖະບານ ຄາຕາໂລເນຍ, ໃນນະຄອນ ບາເຊໂລນາ, ສະເປນ. 28 ຕຸລາ 2017.
ທ່ານ ຄາເລັສ ປູອິກເດີມັອນ ກ່າວຖະແຫຼງການທີ່ທຳນຽບ ລັດຖະບານ ຄາຕາໂລເນຍ, ໃນນະຄອນ ບາເຊໂລນາ, ສະເປນ. 28 ຕຸລາ 2017.

ອະດີດຜູ້ນຳຂອງແຄວ້ນ ຄາຕາໂລເນຍ ຂອງ ສະເປນ ໄດ້ກ່າວໃນວັນເສົາວານນີ້ວ່າ
ທ່ານໄດ້ກຽມພ້ອມ ທີ່ຈະຮ່ວມມືກັບບັນດາເຈົ້າໜ້າທີ່ ແບລຈຽມ ລຸນຫຼັງການອອກໃບ
ສັ່ງຈັບໃນທະວີບ ຢູໂຣບ ໂດຍອຳນາດການປົກຄອງ ສະເປນ.

ທ່ານ ຄາເລັສ ປູອິກເດີມັອນ ໄດ້ກ່າວໃນຂໍ້ຄວາມທີ່ຂຽນໃນ Twitter ວ່າ “ພວກເຮົາ
ໄດ້ກຽມພ້ອມ ທີ່ຈະຮ່ວມມືຢ່າງເຕັມທີ່ກັບຜູ້ພິພາກສາ ແບລຈຽມ ລຸນຫຼັງ ສະເປນ ໄດ້
ອອກໃບສັ່ງຈັບໃນ ຢູໂຣບ.”

ຜູ້ພິພາກສາ ສະເປນ ຄົນນຶ່ງ ໄດ້ອອກໃບສັ່ງຈັບທ່ານ ປູອິກເດີມັອນ ມື້ນຶ່ງ ຫຼັງຈາກ
ທ່ານນາງໄດ້ຈັບສະມາຊິກ 8 ຄົນຂອງລັດຖະບານແບ່ງແຍກ ຂອງແຄວ້ນດັ່ງກ່າວເຂົ້າ
ຄຸກ ເຊິ່ງກຳລັງລໍຖ້າຂໍ້ກ່າວຫາ ທີ່ເປັນໄປໄດ້ ກ່ຽວກັບ ການປະກາດແຍກຕົວເປັນ
ເອກະລາດໃນສັບປະດາທີ່ຜ່ານມາ.

ທ່ານ ປູອິກເດີມັອນ ຜູ້ທີ່ຖືກເຊື່ອກັນວ່າ ອາໄສຢູ່ໃນປະເທດ ແບລຈຽມ, ບໍ່ໄດ້ໃຫ້
ລາຍລະອຽດ ຫຼື ລະບຸເຖິງທີ່ຢູ່ຂອງທ່ານ, ເຖິງແມ່ນວ່າທ່ານ ແລະ ຜູ້ຊ່ວຍເຫຼືອຫຼາຍ
ຄົນໄດ້ຫຼົບໜີໄປນະຄອນຫຼວງ ບຣັສໂຊລສ ໃນສັບປະດາແລ້ວນີ້ກໍຕາມ ຫຼັງຈາກໄດ້
ຖືກປົດອອກຈາກຕຳແໜ່ງໂດຍອຳນາດການປົກຄອງ ສະເປນ.

ຜູ້ພິພາກສາສານແຫ່ງຊາດ ໄດ້ຮ່າງຄຳຮ້ອງຕໍ່ໄອຍະການປະເທດ ແບລຈຽມ ເພື່ອໃຫ້
ຄວບຄຸມຕົວທ່ານ ປູອິກເດີມັອນ ແລະ ຜູ້ຊ່ວຍຂອງທ່ານ 4 ຄົນ, ແລະ ໄດ້ອອກໃບ
ສັ່ງຄົ້ນສາກົນຕ່າງຫາກ ແລະ ໃບສັ່ງຈັບ ເພື່ອແຈ້ງຕຳຫຼວດສາກົນ ໃນກໍລະນີທີ່ເຂົາ
ເຈົ້າລົບໜີອອກຈາກປະເທດ ແບລຈຽມ.

ບັນດາໄອຍະການລັດຖະບານກາງ ແບລຈຽມ ໄດ້ກ່າວວ່າ ເຂົາເຈົ້າໄດ້ຮັບໃບສັ່ງຈັບ
ແລະ ອາດສອບຖາມທ່ານ ປູອິກເດີມັອນ ໃນສອງສາມວັນທີ່ຈະມາເຖິງນີ້.

ທະນາຍຄວາມຊາວ ແບລຈຽມ ຂອງທ່ານ ປູອິກເດີມັອນ ບໍ່ໄດ້ຕອບຄວາມຮຽກຮ້ອງ
ທີ່ຂໍໃຫ້ທ່ານໃຫ້ຄຳເຫັນ, ແຕ່ໄດ້ກ່າວວ່າ ລູກຄວາມຂອງທ່ານຈະຕໍ່ສູ້ກັບການສົ່ງຜູ້
ຮ້າຍຂ້າມແດນໄປ ສະເປນ ໂດຍບໍ່ພະຍາ ຍາມຂໍລີ້ໄພທາງການເມືອງ.

ທ່ານ ປູອິກເດີມັອນ ແລະ ຄົນອື່ນໆອີກ 4 ຄົນຖືກຕ້ອງການຕົວສຳລັບຄະດີອາຍາ 4 ຂໍ້,
ລວມມີ ການກະບົດ, ການຕໍ່ຕ້ານລັດຖະບານ ແລະ ການສໍ້ໂກງ ໃນການສຶືບສວນສອບ
ສວນຂອງ ສະເປນ ກ່ຽວກັບ ບົດບາດຂອງພວກເຂົາ ໃນການຜັກດັນເພື່ອແຍກຕົວຂອງ
ແຄວ້ນ ຄາຕາໂລເນຍອອກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG