ອະດີດກະສັດກໍາປູເຈຍ ສະເດັດເຈົ້າ ນະໂຣດົມ ສີຫານຸ ໄດ້ສີ້ນ
ພະຊົນ ແລ້ວ ຮວມພະຊົນມາຍຸໄດ້ 89 ປີ.
ບັນດາເຈົ້າໜ້າທີ່ລັດຖະບານກໍາປູເຈຍ ກ່າວວ່າ ອະດີດຜູ້ນໍາ
ປະເທດໄດ້ ສີ້ນພະຊົນດ້ວຍໂຣກຊະລາ ໃນວັນຈັນວານນີ້
ທີ່ກຸງປັກກິ່ງ ບ່ອນທີ່ພະອົງໄດ້ສະເດັດໄປຮັບການປິ່ນປົວ.
ສະເດັດເຈົ້າສີຫານຸ ໄດ້ຊົງຂື້ນຄອງລາດຊະບັນລັງໃນປີ 1941 ແລະໄດ້ຊົງປົກຄອງ ກໍາປູເຈຍ ແບບຂື້ນໆລົງໆ ຢູ່ເປັນເວລາ 60 ປີ.
ພະອົງໄດ້ຊົງໄດ້ຮັບການຍ້ອງຍໍ ວ່າ ນໍາພາອານາຈັກອັນເກົ່າແກ່ຂອງພະອົງ ຜ່ານຜ່າໄລຍະທີ່ໄດ້ເອກກະລາດຈາກຝຣັ່ງ ຜ່ານຜ່າສົງຄາມ ແລະການຂ້າລ້າງເຊື້ອຊາດເຜົ່າພັນໂດຍພວກຂະເໝນແດງ ໄປສູ່ການ ເປັນປະເທດປະຊາທິປະໄຕ ທີ່ບອບບາງ.
ໃນຊ່ວງໄລຍະສົງຄາມຫວຽດນາມນັ້ນ ສະເດັດເຈົ້າສີຫານຸ ໄດ້ຖືກໂຄ່ນລົ້ມເປັນເວລາສັ້ນໆ ໂດຍການກໍ່ລັດຖະປະຫານ ໃນຂະນະທີ່ພະອົງຊົງ ເດີນທາງອອກໄປນອກປະເທດ. ໃນ
ຄວາມພະຍາຍາມເພື່ອກັບຄືນມາກໍາອໍານາດອີກນັ້ນ ພະອົງໄດ້ໄປເຂົ້າຂ້າງກັບກຸ່ມຄອມມິວນິສ ຂະເໝນແດງ ຫົວຮຸນແຮງຈັດ ແຕ່ວ່າ ໃນປີ 1976 ໄດ້ຖືກພວກເຂົາຂັບໄລ່ອອກມາຢູ່ວົງນອກ ຊຶ່ງໄດ້ເຮັດ ໃຫ້ພະອົງມີຄວາມຢ້ານກົວ ອັນຕະລາຍຕໍ່ຊີວິດຂອງພະອົງເອງ.
ພວກຂະເໝນແດງໄດ້ກໍາອໍານາດມາຈົນຮອດປີ 1979 ແຕ່ວ່າ ຊື່ສຽງຂອງສະເດັດເຈົ້າສີຫານຸ ກໍຍັງສືບຕໍ່ມົວໝອງ ຍ້ອນການພົວພັນກັບກຸ່ມດັ່ງກ່າວ ທີ່ໄດ້ສົ່ງຜົນໃຫ້ມີການສູນເສຍຊີວິດ
ຂອງຊາວກໍາປູເຈຍ ເຖິງ 1 ລ້ານ 7 ແສນຄົນນັ້ນ.
ພະອົງໄດ້ສະເດັດກັບຄືນປະເທດ ຈາກການລີ້ໄພໃນປີ 1991 ແລະໄດ້ຂຶ້ນຄອງບັນລັງອີກ ໃນປີ 1993 ແລະໄດ້ກາຍມາເປັນຫລັກໝັ້ນ ຂອງການພັດທະນາປະເທດຂອງກໍາປູເຈຍ. ສະເດັດ
ເຈົ້າສີຫານຸ ໄດ້ຊົງສະລະບັນລັງໃຫ້ແກ່ພະໂອລົດ ຫລື ລູກຊາຍ ສະເດັດເຈົ້ານະໂຣດົມ ສີຫາໂມນີ ໃນປີ 2004 ໂດຍອ້າງພະຊົນມາຍຸທີ່ແກ່ພັນສາຫລາຍແລ້ວ ແລະ ບັນຫາດ້ານສຸຂະພາບ.
ປະມວນພາບຕ່າງໆ ຈໍານວນນຶ່ງຂອງມື້ລາງກະສັດ ສີຫານຸ: