ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດເຈົ້າໜ້າທີ່ດ້ານສາທາລະນະສຸກ ຂອງທ່ານໄບເດັນ ຮຽກຮ້ອງໃຫ້​ເອົາແນວທາງໃໝ່ ໃນການຕໍ່ສູ້ ກັບໂຄວິດ-19


ຈາກຊ້າຍມື, ພະນັກງານທາງການແພດ ເຮັນຣີ ພອລ (Henry Paul), ເຣ ອະກິນເດລ (Ray Akindele), ວິລຕາ ບຣັຕທຸສ (Wilta Brutus) ແລະ ເລັສລີ ພາວເວີ້, ດໍາເນີນການທົດສອບການໄຫຼວຽນຂອງສານ ທີ່ກະຕຸ້ນການສ້າງພູມຄຸ້ມກັນ ຂອງຮ່າງກາຍ ຫຼື antigen ທີ່ສູນກວດສອບ ໃນເມືອງລອງບິຈ, ລັດແຄລິຟໍເນຍ, ວັນທີ 6 ມັງກອນ 2022.
ຈາກຊ້າຍມື, ພະນັກງານທາງການແພດ ເຮັນຣີ ພອລ (Henry Paul), ເຣ ອະກິນເດລ (Ray Akindele), ວິລຕາ ບຣັຕທຸສ (Wilta Brutus) ແລະ ເລັສລີ ພາວເວີ້, ດໍາເນີນການທົດສອບການໄຫຼວຽນຂອງສານ ທີ່ກະຕຸ້ນການສ້າງພູມຄຸ້ມກັນ ຂອງຮ່າງກາຍ ຫຼື antigen ທີ່ສູນກວດສອບ ໃນເມືອງລອງບິຈ, ລັດແຄລິຟໍເນຍ, ວັນທີ 6 ມັງກອນ 2022.

ເປັນເວລາເກືອບສອງປີແລ້ວໃນການລະບາດຂອງພະຍາດໂຄວິດ-19, ອະດີດທີ່ປຶກສາທາງດ້ານການແພດ 6 ທ່ານ ຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແນະນໍາການເຂົ້າເຖິງແນວທາງ ທີ່ແຕກຕ່າງອອກ​ໄປ.

ບັນດາທີ່ປຶກສາດັ່ງກ່າວ ໄດ້ຂຽນໃນວາລະສານຂອງສະມາຄົມທາງການແພດແຫ່ງອາເມຣິກາ ຫຼື JAMA ໃນມື້ວັນພະຫັດວານນີ້, ໂດຍໄດ້ຂຽນສາມບົດຄວາມ ກ່ຽວກັບການຮຽກຮ້ອງໃຫ້ປະຊາຊົນຊາວອາເມຣິກັນຮຽນຮູ້ທີ່ຈະດໍາລົງຊີວິດຮ່ວມກັບໄວຣັສ ໃນ “ຄວາມປົກກະຕິແນວໃໝ່” ແທນທີ່ຈະພະຍາມເພື່ອກໍາຈັດມັນໃຫ້ໝົດໄປ.

“ຖ້າບໍ່ມີແຜນຍຸດທະສາດສໍາລັບ ‘ຄວາມປົກກະຕິແນວໃໝ່’ ກັບພະຍາດໂຄວິດ-19 ໂດຍສະເພາະ, ປະຊາຊົນຈໍານວນຫຼາຍຢູ່ໃນສະຫະລັດ ຈະຕ້ອງປະເຊີນກັບປະສົບການຂອງການເຈັບປ່ວຍ ແລະການລົ້ມຕາຍທີ່ບໍ່ຈໍາເປັນ, ຄວາມບໍ່ເທົ່າທຽມກັນທາງດ້ານສຸຂະພາບຈະຂະຫຍາຍກວ້າງຂຶ້ນ ແລະຈະຕ້ອງສູນເສຍເງິນເປັນຈໍານວນຫຼາຍພັນຕື້ ຈາກລະບົບເສດຖະກິດຂອງສະຫະລັດ,” ເຊິ່ງຂຽນໂດຍ ດຣ. ອິເຊີກຽລ ອິມານູແອລ (Ezekiel Emanuel), ທ່ານໄມໂຄລ ອອສເຕີຮອມ (Michael Osterholm) ແລະ ດຣ. ຊີລີນ ກາວເດີ້ (Celine Gounder), ຜູ້ເຊິ່ງເຄີຍດໍາລົງຕໍາແໜ່ງ​ໃນຄະນະກໍາມະການທີ່ປຶກສາດ້ານການປ່ຽນແປງໂຄວິດ-19 ໃນປີ 2020, ໂດຍຂຽນນຶ່ງໃນສາມຂອງບົດຄວາມດັ່ງກ່າວ.

ບັນດາອະດີດເຈົ້າໜ້າທີ່ ໄດ້ຮຽກຮ້ອງໃຫ້ສ້າງ “ຂໍ້ມູນພື້ນຖານໂຄງລ່າງທີ່ທັນສະໄໝ,” ເຈົ້າໜ້າທີ່ທາງດ້ານສາທາລະນະສຸກ ລວມເຖິງໂຮງຮຽນພະຍາບານ ແລະອື່ນໆອີກ ໃຫ້ຫຼາຍຂຶ້ນ.

ພວກເຂົາເຈົ້າໄດ້ຂຽນວ່າ “ສອງປີທີ່ຢູ່ໃນຊ່ວງຂອງການລະບາດໃຫຍ່, ສະຫະ ລັດ ຍັງຄົງເພິ່ງພາອາໄສຂໍ້ມູນຈາກ ອິສຣາແອລ ແລະສະຫະລາດຊະອານາຈັກຢ່າງໜັກ ໃນການປະເມີນປະສິດທິພາບ ແລະຄວາມທົນທານຂອງຢາວັກຊີນໂຄວິດ-19, ແລະອັດຕາຂອງຢາວັກຊີນ ໃນການເຂົ້າເຖິງການຕິດເຊື້ອນັ້ນ.”

ພວກເຂົາເຈົ້າໄດ້ຮຽກຮ້ອງໃຫ້ມີການເຂົ້າເຖິງການກວດພະຍາດໃນລາຄາທີ່ຖືກ ແລະໄວກວ່າ, ລວມເຖິງເພີ້ມການກວດກາຕິດຕາມລະບົບອາກາດແລະລະບົບ ນໍ້າເປື້ອນ ກ່ອນເກີດການລະບາດອື່ນໆ ທີ່ອາດຈະເປັນໄປໄດ້ອີກຄັ້ງ.

ພວກເຂົາເຈົ້າ ຍັງໄດ້ຮຽກຮ້ອງໃຫ້ມີຄໍາສັ່ງກ່ຽວກັບຢາວັກຊີນ ແລະການພັດທະ ນາຢາວັກຊີນ ສໍາລັບໄວຣັສສາຍພັນໃໝ່ອື່ນໆໂດຍເປັນ​ການສະເພາະ.

ອ່ານຂ່າວນີ້ ເປັນພາສາອັງກິດ

XS
SM
MD
LG