ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດປະທານາທິບໍດີ ອາເຈັນຕີນາ ຖືກຟ້ອງ ຮ້ອງ ກ່ຽວກັບ ການສໍ້ລາດບັງຫຼວງ


ປະທານາທິບໍດີຂອງປະເທດ ອາເຈັນຕີນາ ທ່ານນາງ Cristina Fernandez de Kirchner ຍິ້ມໃນລະຫວ່າງ ພິທີໜຶ່ງຂອງ
ມື້ສຸດທ້າຍໃນການດຳລົງຕຳແໜ່ງ ຂອງທ່ານນາງ ຢູ່ທຳນຽບ
ປະທານາທິບໍດີໃນນຄອນຫຼວງ Buenos Aires, ອາເຈັນຕີນາ.
ປະທານາທິບໍດີຂອງປະເທດ ອາເຈັນຕີນາ ທ່ານນາງ Cristina Fernandez de Kirchner ຍິ້ມໃນລະຫວ່າງ ພິທີໜຶ່ງຂອງ ມື້ສຸດທ້າຍໃນການດຳລົງຕຳແໜ່ງ ຂອງທ່ານນາງ ຢູ່ທຳນຽບ ປະທານາທິບໍດີໃນນຄອນຫຼວງ Buenos Aires, ອາເຈັນຕີນາ.

ອະດີດປະທານາທິບໍດີ ອາເຈັນຕີນາ ທ່ານນາງ Cristina Fernandez ໄດ້ຖືກຟ້ອງຮ້ອງ ໃນຂໍ້ກ່າວຫາ ກ່ຽວກັບ ການຊີ້ນຳກົນໄກການສໍ້ລາດບັງຫຼວງ ໃນຂະນະທີ່ພະຍາຍາມເຊື່ອງ ເງິນຫຼາຍລ້ານໂດລາໃນອາຄານທີ່ມີບັນດາແມ່ຊີອາໄສຢູ່.

ໄອຍະການລັດຖະບານກາງໄດ້ຕັ້ງຂໍ້ຫາໃສ່ທ່ານນາງ Fernandez ແລະ ພວກເຈົ້າໜ້າທີ່ ຄົນອື່ນໆໃນລັດຖະບານຂອງທ່ານນາງ, ລວມທັງລັດຖະມົນຕີກະຊວງໂຍທາ ຜູ້ທີ່ຖືກຈັບ ກຸມໃນເດືອນມິຖຸນາທີ່ຜ່ານມາ, ໃນການສົມຮູ້ຮ່ວມຄິດລັກເງິນທຶນຂອງລັດຖະບານທີ່ມີຈຸດ ປະສົງສຳລັບມອບໃຫ້ໂຄງການສ້າງຫົນທາງສາທາລະນະ ລະຫວ່າງປີ 2003 ແລະ 2015.

ພ້ອມດຽວກັນນັ້ນ ຜູ້ທີ່ມີລາຍຊື່ຢູ່ໃນການຟ້ອງຮ້ອງກໍມີອະດີລັດຖະມົນຕີແຜນການ ທ່ານ Julio de Vido, ອະດີດລັດຖະມົນຕີກະຊວງໂຍທາ ທ່ານ Jose Lopez ແລະ ທ່ານ Lazaro Baez, ຜູ້ທີ່ບໍລິສັດຂອງລາວຖືກກ່າວຫາວ່າ ໄດ້ຮັບຜົນປະໂຫຍດຈາກກົນໄກດັ່ງ ກ່າວ.

ທ່ານ Baez ຖືກຈັບກຸມໃນເດືອນມິຖຸນາທີ່ຜ່ານມາ ຫຼັງຈາກໄດ້ພະຍາຍາມທີ່ຈະສະສົມ ເງິນໄວ້ໃນໂບດກາໂຕລິກຢູ່ນອກນະຄອນຫຼວງ Buenos Aires.

ຜູ້ພິພາກສາໄດ້ຍຶດເງິນເຖິງ 633 ລ້ານໂດລາໃນຊັບສິນຂອງຈຳເລີຍແຕ່ລະຄົນ, ເຖິງແມ່ນ ວ່າມັນຍັງບໍ່ທັນແນ່ນອນເທື່ອວ່າ ຊັບສິນຂອງພວກເຂົາເຈົ້າມີມູນຄ່າສູງຂະໜາດນັ້ນກໍ ຕາມ.

ທ່ານນາງ Fernandez ໄດ້ປະຕິເສດຂໍ້ກ່າວຫາ, ແລະ ໄດ້ກ່າວຫາປະທານາທິບໍດີ ອາ ເຈັນຕີນາຄົນປະຈຸບັນທ່ານ Mauricio Macri ກ່ຽວກັບ ການຈັດການລະບົບຕຸລາການ ເພື່ອນຳຕົວທ່ານນາງມາລົງໂທດ. ນອກນັ້ນ ອະດີດປະທານາທິບໍດີ ຍັງໄດ້ຂໍໃຫ້ມີການ ກວດສອບ ກ່ຽວກັບ ສັນຍາຕ່າງໆໃນກະຊວງໂຍທາທິການ ໃນລະຫວ່າງການປົກຄອງ ປະເທດຂອງທ່ານນາງອີກດ້ວຍ.

ໄອຍະການຂອງທ່ານນາງ, ທ່ານ Gregorio Dalbon ກ່າວວ່າ ລາວບໍ່ໄດ້ເປັນຫ່ວງ ກ່ຽວກັບ ຂໍ້ກ່າວຫາ ແລະ ຈະຂໍອຸທອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG