ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດນັກການທູດ ສະຫະລັດ ຖືກແຕ່ງຕັ້ງ ໃຫ້ເປັນ ຫົວໜ້າດ້ານການເມືອງ ຂອງ ສປຊ


ທ່ານນາງ ໂຣສແມຣີ ດີຄາຣໂລ (Rosemary DiCarlo) ຜູ້ທີ່ເປັນ ຮອງເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ໃນເວລານັ້ນ, ກ່າວຖະແຫລງ ຕໍ່ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຢູ່ທີ່ສຳນັກງານໃຫຍ່, ວັນທີ 5 ສິງຫາ 2014.
ທ່ານນາງ ໂຣສແມຣີ ດີຄາຣໂລ (Rosemary DiCarlo) ຜູ້ທີ່ເປັນ ຮອງເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ໃນເວລານັ້ນ, ກ່າວຖະແຫລງ ຕໍ່ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຢູ່ທີ່ສຳນັກງານໃຫຍ່, ວັນທີ 5 ສິງຫາ 2014.

ໃນວັນພຸດ ວານນີ້ ເລຂາທິການໃຫຍ່ ອັງການສະຫະປະຊາຊາດ ໄດ້ແຕ່ງຕັ້ງ ອະດີດ
ນັກການທູດມືອາຊີບຂອງສະຫະລັດ ໃຫ້ເປັນຫົວໜ້າດ້ານການເມືອງຂອງອົງການນີ້.

ທ່ານ ແອນໂຕນີໂອ ກູແຕເຣສ ໄດ້ສະເໜີຊື່ ທ່ານນາງ ໂຣສແມຣີ ດີຄາຣໂລ
(Rosemary DiCarlo) ໃຫ້ເປັນ ຮອງເລຂາທິການໃຫຍ່ ຮັກສາການດ້ານການເມືອງ.
ທ່ານນາງ ເປັນແມ່ຍິງຄົນທຳອິດ ທີ່ໄດ້ຮັບຕຳແໜ່ງນີ້.

ນັບຕັ້ງແຕ່ ເດືອນສິງຫາ ປີ 2015 ມາ ທ່ານນາງ ດີຄາຣໂລ ໄດ້ເປັນປະທານ ຄະນະ
ກຳມະການແຫ່ງຊາດ ດ້ານການນະໂຍບາຍຕ່າງປະເທດ ຂອງອາເມຣິກາ ແລະ ເປັນ
ເຈົ້າໜ້າທີ່ອາວຸໂສປະຈຳ ຢູ່ທີ່ ມະຫາວິທະຍາໄລ ແຢວ.

ກ່ອນໜ້າຕຳແໜ່ງທີ່ກ່າວມານັ້ນ ທ່ານນາງ ໄດ້ປະຕິບັດໜ້າທີ່ເປັນ ຮອງເອກອັກຄະລັດ
ຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ຈາກປີ 2010 ຫາ 2015. ໃນລະຫວ່າງ
ການເຮັດວຽກຢູ່ໃນ ກະຊວງການຕ່າງປະເທດຂອງທ່ານນາງນັ້ນ ທ່ານນາງ ຍັງໄດ້ຖືກ
ສົ່ງໄປປະຈຳການຢູ່ທີ່ ສະຖານທູດສະຫະລັດ ປະຈຳ ນະຄອນຫຼວງ ມົສກູ ຂອງຣັດເຊຍ
ແລະ ນະຄອນຫຼວງ ອັອສໂລ ຂອງນໍເວ.

ທ່ານນາງ ດີຄາຣໂລ ເປັນຜູ້ທີ່ເຄົາລົບນັບຖື ຢ່າງກວ້າງຂວາງ ແລະ ການປະກາດແຕ່ງ
ຕັ້ງ ຂອງທ່ານນາງ ກໍໄດ້ຮັບການຕອບຮັບເປັນຢ່າງດີ ໃນທັນທີທັນໃດ ໂດຍບັນດານັກ
ການທູດທ່ານອື່ນໆ ຢູ່ໃນສື່ສັງຄົມ.

ໃນເວລານັ້ນ-ຮອງເລຂາທິການໃຫຍ່ ຮັກສາການດ້ານການເມືອງ ທ່ານ ເຈັຟຟຣີ ແຟລແມນ (Jeffrey Feltman) ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ໃນປະເທດ ໂຄລອມເບຍ, ວັນທີ 3 ມີນາ 2015.
ໃນເວລານັ້ນ-ຮອງເລຂາທິການໃຫຍ່ ຮັກສາການດ້ານການເມືອງ ທ່ານ ເຈັຟຟຣີ ແຟລແມນ (Jeffrey Feltman) ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ໃນປະເທດ ໂຄລອມເບຍ, ວັນທີ 3 ມີນາ 2015.

ສ່ວນເອກອັກຄະລັດຖະທູດຝຣັ່ງ ປະຈຳ ນະຄອນຫຼວງວໍຊິງຕັນ ທ່ານ ເຈີຣາດ ອາຣາດ
ຜູ້ທີ່ໄດ້ປະຕິບັດໜ້າທີ່ໃນຕຳແໜ່ງ ເອກອັກຄະລັດຖະທູດ ປະຈຳ ສະຫະປະຊາຊາດ
ກ່ອນໜ້ານີ້ ໃນລະຫວ່າງທີ່ ທ່ານນາງ ດີຄາຣໂລ ທຳໜ້າທີ່ຢູ່ທີ່ສະຫະປະຊາຊາດ ຢູ່ນັ້ນ
ກໍໄດ້ສະແດງຄວາມສັນລະເສີນຂອງທ່ານ ແລະ ໄດ້ກ່າວຕື່ມວ່າ “ເປັນນັກການທູດທີ່
ດີຫຼາຍ.”

“ຄວາມປາດຖະໜາທີ່ດີທີ່ສຸດ ແກ່ນັກການທູດຜູ້ມີປະສົບການ” ນັ້ນແມ່ນຂໍ້ຄວາມທີ່
ຂຽນໂດຍ ທູດພິເສດອົງການສະຫະປະຊາຊາດ ຂອງສະຫະພາບຢູໂຣບ ທ່ານ ໂຈອາວ
ແວລ ເດີ ອາລມີດາ (Joao Vale de Almeida). ທ່ານຂຽນຕໍ່ໄປວ່າ “ສາມາດຮັບຮອງ
ໄດ້ດ້ວຍຕົວຂອງຂ້າພະເຈົ້າ ແລະ ຈະໄດ້ຮັບການສະໜັບສະໜູນຢ່າງເຕັມສ່ວນ ຂອງ
ທູດພິເສດສະຫະພາບຢູໂຣບ ຢູ່ທີ່ອົງການສະຫະປະຊາຊາດ.”

ທ່ານນາງ ດີຄາຣໂລ ໄດ້ຮັບຕຳແໜ່ງແທນ ຊາວອາເມຣິກັນ ອີກຄົນນຶ່ງ ຄື ອະດີດ
ເຈົ້າໜ້າທີ່ກະຊວງການຕ່າງປະເທດ ທ່ານ ເຈັຟຟຣີ ແຟລແມນ (Jeffrey Feltman)
ຜູ້ທີ່ໄດ້ຖືກແຕ່ງຕັ້ງ ພາຍໃຕ້ ທ່ານ ພານ ກີ-ມູນ ໃນເດືອນກໍລະກົດ ປີ 2012 ແລະ
ຈະອອກຈາກອົງການສະຫະປະຊາຊາດ ໃນສັບປະດາໜ້ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG