ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດນັກຂຽນຂ່າວ ຂອງໜັງສືພິມແອັບໂປ ເດລີ່ ໄດ້ຖືກຈັບກຸມ ໃນຂະນະທີ່ຜູ້ກ່ຽວກໍາລັງຫາທາງ ໜີອອກຈາກຮົງກົງ


ໃນວັນພະຫັດທີ 17 ມິຖຸນາ, ປີ 2021. ເຈົ້າໜ້າທີ່ຕໍາຫລວດຢືນເຝົ້າໜ້າສໍານັກງານໃຫຍ່ ຂອງແອັບໂປ ເດລີ່ ໃນຮົງກົງ ຫລັງຈາກ ຈັບກຸມຫົວໜ້າບັນນາທິການ ແລະຜູ້ບໍລະຫານລະດັບສູງອີກ 4 ຄົນຂອງໜັງສືພິມ ພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດ.
ໃນວັນພະຫັດທີ 17 ມິຖຸນາ, ປີ 2021. ເຈົ້າໜ້າທີ່ຕໍາຫລວດຢືນເຝົ້າໜ້າສໍານັກງານໃຫຍ່ ຂອງແອັບໂປ ເດລີ່ ໃນຮົງກົງ ຫລັງຈາກ ຈັບກຸມຫົວໜ້າບັນນາທິການ ແລະຜູ້ບໍລະຫານລະດັບສູງອີກ 4 ຄົນຂອງໜັງສືພິມ ພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດ.

ອົງການຂ່າວທ້ອງຖິ່ນໃນຮົງກົງ ກ່າວວ່າ ອະດີດນັກຂຽນຂ່າວປະຈຳຂອງໜັງສືພິມແອັບໂປ ເດລີ່ ຊຶ່ງເປັນໜັງສືພິມສະໜັບສະໜຸນປະຊາທິປະໄຕ ທີ່ຖືກຍຸບໄປແລ້ວ, ໄດ້ຖືກຈັບກຸມໃນຂະນະທີ່ຜູ້ກ່ຽວກໍາລັງຫາທາງໜີອອກຈາກຮົງກົງ.

ຕໍາຫລວດ ຮົງກົງ ລາຍງານວ່າ ຜູ້ຊາຍອາຍຸ 57 ປີຄົນນຶ່ງຜູ້ທີ່ບໍ່ໄດ້ເປີດເຜີຍຊື່ໄດ້ຖືກຈັບກຸມທີ່ສະໜາມບິນໃນກາງຄືນວັນອາທິດວານນີ້ ແລະຖືກຕັ້ງຂໍ້ຫາພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດ ໃນຖານສົງໄສສົມຮູ້ຮ່ວມຄິດກັບກອງກໍາລັງຕ່າງຊາດເພື່ອເຮັດໃຫ້ເກີດອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ.

ຄໍາຖະແຫລງຂອງຕໍາຫລວດບໍ່ໄດ້ເປີດເຜີຍໃຫ້ຮູ້ວ່າຜູ້ຊາຍຄົນນັ້ນເປັນໃຜ, ແຕ່ລາຍງານຂ່າວລະບຸວ່າ ລາວຄື ທ່ານຟັງ ໄວ-ກົງ (Fung Wai-Kong).

ສະມາຄົມນັກຂ່າວ ຮົງກົງ ໄດ້ປະນາມເຖິງການຈັບກຸມດັ່ງກ່າວຢູ່ໃນຖະແຫຼງການສະບັບນຶ່ງແລະເຕືອນວ່າ “ຫາກແມ້ແຕ່ປາກກາຂອງນັກຮຽນຮູ້ບໍ່ໄດ້ຮັບການເອື້ອ ອໍານວຍຄວາມສະດວກ, ຮົງກົງກໍ່ຈະບໍ່ເຫລືອຄວາມແຫ່ງເປັນເມືອງສາກົນ.”

ຫາກລາຍງານຖືກຕ້ອງ, ທ່ານຟັງ ຈະເປັນພະນັກງານຄົນທີ່ເຈັດຂອງ ແອັບໂປ ເດລີ່ ທີ່ຖືກຈັບໃນຊ່ວງບໍ່ເທົ່າໃດມື້ກ່ອນ ແລະຫລັງຈາກໜັງສືພິມ ປິດການດໍາເນີນງານ. ເນັກສ໌ດິຈິຕໍລ໌ ເຊິ່ງເປັນຜູ້ຈັດພິມໜັງສືພິມໄດ້ພິມອອກມາຄັ້ງສຸດທ້າຍ ຈໍານວນ 1 ລ້ານສະບັບ ໃນມື້ວັນພະຫັດອາທິດແລ້ວນີ້, 1 ມື້ຫລັງຈາກຜູ້ຈັດພິມໄດ້ປະກາດປິດກິດຈະການ ໂດຍອ້າງເຖິງ “ສະຖານະການໂດຍທົ່ວໄປໃນ ຮົງກົງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG