ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະດີດລັດຖະມົນຕິ ກະຊວງຍຸຕິທຳ ທ່ານ ເຈັຟ ເຊັສເຊິນ ກັບທ່ານ ທອມມີ ທູເບີວິລ ປະເຊີນໜ້າກັນ ໃນການເລືອກຕັ້ງຂັ້ນຕົ້ນ


ຜູ້ສະໜັບສະໜູນທ່ານ ເຈັຟ ເຊັສເຊິນ ຖືປ້າຍໂຄສະນາຫາສຽງ ໃນຂະນະທີ່ເຂົາເຈົ້າຟັງທ່ານກ່າວຄຳປາໄສ ໃນງານສະເຫຼີມສະຫຼອງ ຜ່ານທາງອອນໄລນ໌ ລຸນຫຼັງການເລືອກຕັ້ງຂັ້ນຕົ້ນຂອງລັດ, ທີ່ເມືອງ ໂມໂບລ, ລັດ ອາລາບາມາ 3 ມີນາ, 2020. (AP Photo/Vasha Hunt)
ຜູ້ສະໜັບສະໜູນທ່ານ ເຈັຟ ເຊັສເຊິນ ຖືປ້າຍໂຄສະນາຫາສຽງ ໃນຂະນະທີ່ເຂົາເຈົ້າຟັງທ່ານກ່າວຄຳປາໄສ ໃນງານສະເຫຼີມສະຫຼອງ ຜ່ານທາງອອນໄລນ໌ ລຸນຫຼັງການເລືອກຕັ້ງຂັ້ນຕົ້ນຂອງລັດ, ທີ່ເມືອງ ໂມໂບລ, ລັດ ອາລາບາມາ 3 ມີນາ, 2020. (AP Photo/Vasha Hunt)

ບັນດາຜູ້ລົງຄະແນນສຽງໃນສາມລັດຂອງ ສະຫະລັດ ໄດ້ປ່ອນບັດຂອງເຂົາເຈົ້າ ສຳລັບການເລືອກຕັ້ງຂັ້ນຕົ້ນໃນວັນອັງຄານມື້ນີ້ ເພື່ອເລືອກເອົາຜູ້ສະໝັກທີ່ຈະໄປແຂ່ງຂັນ ໃນການເລືອກຕັ້ງທີ່ຖືກຕິດຕາມຢ່າງໃກ້ຊິດ, ໃນຂະນະທີ່ພັກເດໂມແຄຣັດ ແລະ ຣີພັບບລີກັນ ຕໍ່ສູ້ກັນເພື່ອການຄວບຄຸມສະພາສູງ ໃນການເລືອກຕັ້ງແຫ່ງຊາດຂອງເດືອນພະຈິກທີ່ຈະມາເຖິງນີ້.

ໃນການແຂ່ງຂັນຂັ້ນຊີ້ຂາດຂອງພັກຣີພັບບລີກັນທີ່ລັດ ອາລາບາມາ, ບັນດາຜູ້ ລົງຄະແນນສຽງແມ່ນກຳລັງຈະຕັດສິນລະຫວ່າງອະດີດລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານ ເຈັຟ ເຊັສເຊິນ ກັບ ທ່ານ ທອມມີ ທູເບີວີລ, ອະດີດຄູສອນກິລາເຕະບານອາເມຣິກັນ ຂອງມະຫາວິທະຍາໄລ ອໍເບີນ ຜູ້ທີ່ໄດ້ຮັບການຮັບຮອງຂອງປະທານາທິບໍດີ ດໍໂນລ ທຣຳ.

ຜູ້ຊະນະເລີດ ຈະໄປແຂ່ງຂັນ ກັບສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ ດັກ ໂຈນສ໌ ໃນເດືອນພະຈິກ.

ທ່ານ ເຊັສເຊິນ ໄດ້ກຳຕຳແໜ່ງມາເປັນເວລາ 20 ປີແລ້ວ, ແຕ່ໄດ້ລາອອກ ສະນັ້ນທ່ານຈຶ່ງສາມາດນຳພາກະຊວງຍຸຕິທຳ ເວລາທີ່ທ່ານ ທຣຳ ເຂົ້າກຳຕຳ ແໜ່ງໃນປີ 2017. ທ່ານໄດ້ເຮັດໃຫ້ທ່ານ ທຣຳ ໂມໂຫເວລາທີ່ທ່ານໄດ້ຖອນ ຕົນເອງອອກຈາກການສືບສວນສອບສວນ ກ່ຽວກັບ ຣັດເຊຍ ແຊກແຊງໃນການເລືອກຕັ້ງປີ 2016 ຍ້ອນການປະຊຸມ ທີ່ທ່ານໄດ້ຈັດຫຼາຍຄັ້ງກ່ອນວັນເລືອກຕັ້ງກັບເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສະຫະລັດ.

ທ່ານ ທຣຳ ໄດ້ສືບຕໍ່ຕຳໜິວິຈານທ່ານ ເຊັສເຊິນ, ລວມທັງຂໍ້ຄວາມທີ່ຂຽນໃນວັນເສົາທີ່ຜ່ານມາທີ່ເອີ້ນທ່ານວ່າ “ໄພພິບັດຜູ້ທີ່ໄດ້ເຮັດໃຫ້ພວກເຮົາທຸກຄົນຜິດຫວັງ.”

ທ່ານ ເຊັສເຊິນ ໄດ້ປະຕິເສດຄຳເວົ້າຂອງທ່ານ ທຣຳ ວ່າ “ເປັນການດູຖູກແບບເດັກນ້ອຍ,” ແລະ ທ່ານໄດ້ສົງໄສ ກ່ຽວກັບ ຄວາມໜ້າເຊື່ອຖືຂອງທ່ານ ທູເບີ-ວິລ, ໂດຍເວົ້າວ່າຄູ່ແຂ່ງຂອງທ່ານ “ອາ ໄສຄວາມຫຼູຫຼາ, ຫົວຂໍ້ການສົນທະນາທີ່ຖືກຂຽນໂດຍທີ່ປຶກສາ ແລະ ໂຄສະນາໂທລະພາບ ແທນທີ່ຈະຕອບຄຳຖາມ ຫຼື ໂຕ້ວາທີ ຍ້ອນລາວຢ້ານວ່າລາວອາດຫຼົງປ່ອຍຄວາມລັບທີ່ລາວກຳລັງໃຊ້ຢູ່.”

ໃນລັດ ເທັກຊັສ, ມັນມີການແຂ່ງຂັນຂັ້ນຊີ້ຂາດຂອງພັກເດໂມແຄຣັດ ລະຫວ່າງ ອະດີດທະຫານຜ່ານເສິກ ທ່ານນາງ ແມຣີ ເຈັນນິງສ໌ ເຮກາ ກັບ ສະມາຊິກສະ ພາສູງທ່ານ ຣອຍສ໌ ເວັສ. ຜູ້ຊະນະ ເລີດຈະໄປແຂ່ງກັບສະມາຊິກສະພາສູງສັງກັດພັກຣີພັບບລີກັນທ່ານ ຈອນ ຄໍນິນ.

ທ່ານ ຄໍນິນ ໄດ້ເປັນຜູ້ແທນລັດ ເທັກຊັສ ມາໄດ້ສາມສະໄໝແລ້ວ ແລະ ການຢັ່ງຫາງສຽງໄດ້ສະແດງໃຫ້ເຫັນວ່າ ທ່ານນຳໜ້າທ່ານນາງ ເຮກາ ຫຼື ທ່ານ ເວັສ໌.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG