ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກແຮງງານ ຕ່າງດ້າວ ໜີອອກຈາກ ຊາອຸດີ ອາຣາເບຍ (ວີ​ດີ​ໂອ)


Foreign Workers Flee Saudi Arabia Amid Crackdown
please wait

No media source currently available

0:00 0:00:36 0:00
ລິງໂດຍກົງ

ພວກແຮງງານຕ່າງດ້າວ ໜີຈາກ ຊາອຸດີ ອາຣາເບຍ ທ່າມກາງການປາບປາມຂອງລັດຖະບານ.

ພວກ​ແຮງ​ງານ​ຫຼາຍ​ພັນ​ຄົນ ສ່ວນ​ຫຼາຍ​ມາ​ຈາກ​ທະວີບອາ​ຟຣິກາ
​ໄດ້​ເຕົ້າ​ໂຮມ​ກັນທີ່​ກຸງ Riyadh ນະຄອນຫຼວງ​ຂອງ​ຊາ​ອຸ​ດີ​ອາຣາ​
ເບຍ ພາກັ​ນຊອກ​ຫາ​ທາງ​ກັບ​ຄືນ​ປະເທດ​ຫຼັງ​ຈາກ​ປະຊາຊົນ 2
ຄົນ​ເສຍ​ຊີວິດ​ຈາກ​ການ​ປະ​ທະ​ກັນ​ຫຼາຍ​ຄັ້ງໃນ​ຄືນ​ຜ່ານ​ມາ​ນີ້
ລະຫວ່າງ​ພວກ​ແຮງ​ງານ​ຕ່າງ​ດ້າວ​ແລະ​ພວກ​ອາສາ​ສະ​ໝັກ​ຮັກ
ສາ​ຄວາມ​ສະຫງົບ​ຊາ​ອຸດີ​ອາຣາ​ເບຍ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ
​ຕຳຫຼວດ​ນັ້ນ.

ຢ່າງ​ໜ້ອຍ​ປະຊາຊົນ 68 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ
​ຫຼາຍ​ບັ້ນ​ໃນ​ວັນ​ເສົາ​ຜ່ານມາ​ນີ້ ​ແລະ​ຕຳຫຼວດ​ກ່າວ​ວ່າ ພວກ​ເຂົາ
​ເຈົ້າໄດ້​ຈັບ​ກຸມ​ຊາວ​ຕ່າງ​ດ້າວ 561 ຄົນ.

ລັດຖະບານ​ໄດ້​ເລີ້ມ​ທຳ​ການ​ທັບ​ມ້າງ​ພວກ​ແຮງ​ງານ​ຕ່າງດ້າວ ຫຼັງ​ຈາກ​ຊ່ວງ​ໃຫ້​ອະ​ໄພ​ໂທດ​ມາ​ເປັນ​ເວລາ 7 ​ເດືອນ​ຍຸຕິ​ລົງ​ໃນ​ວັນ​ທີ 3 ​ເດືອນນີ້ ​ເພື່ອ​ໃຫ້​ພວກ​ແຮງ​ງານ​ຕ່າງດ້າວ​ປ່ຽນ​ຖານະ​ຂອງ​ເຂົາ​ເຈົ້າ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ. ສື່​ມວນ​ຊົນ​ຊາ​ອຸ​ດີ​ອາຣາ​ເບຍ ​ແຈ້ງ​ໃຫ້​ຊາບ​ວ່າ ຕຳຫຼວດ​ໄດ້​ທຳ​ການ​ຈັບ​ກຸມ​ປະຊາຊົນ 16 ພັນ​ຄົນ​ມາ​ຮອດ​ການ​ສັບປະດາ​ຜ່ານ​ມາ ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ທຳ​ການ​ອອກ​ກວດ​ກາ​ໃນ​ຫົວ​ເມືອງ​ຕ່າງໆ ບຸກ​ເຂົ້າ​ກວດ​ຄົ້ນໃນ​ຮ້ານ​ຄ້າ​ແລະ​ສະຖານ​ທີ່ກໍ່ສ້າງ​ແຫ່ງ​ຕ່າງໆ.

ບັນດາ​ເຈົ້າ​ໜ້າ​ທີ່​ຊາ​ອຸ​ດີ ກ່າວ​ວ່າ ​ໃນ​ລະຫວ່າງ​ການ​ໃຫ້​ອະ​ໄພ​ໂທດ ພວກ​ແຮງ​ງານ​ຕ່າງດ້າວ 4 ລ້ານ​ຄົນ ຊຶ່ງ​ສ່ວນ​ຫຼາຍ​ມາ​ຈາກ​ທະວີ​ບອາ​ຟຣິກາ ​ແລະ​ເອ​ເຊຍ ​ໄດ້​ຮັບ​ເອກະສານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ປະມານ 1 ລ້ານ​ຄົນ ພາກັນ​ໜີ​ອອກ​ຈາກ​ປະ​ເທດ​ໄປ. ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ຍັງ​ມີ​ພວກ​ແຮງ​ງານ​ຕ່າງ​ດ້າວ​ທີ່​ຜິ​ດກົດໝາຍ​ຍັງ​ເຫຼືອ​ຢູ່​ໃນ​ປະ​ເທດ​ຫຼາຍ​ປານ​ໃດ.

ຊາ​ອຸ​ດີ ອາຣາ​ເບຍ ຊຶ່ງ​ເປັນ​ປະ​ເທດ​ທີ່ມີ​ການ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ອາຫຣັບ ກຳລັງ​ຊຸກຍູ້​ໃຫ້​ສ້າງ​ໜ້າ​ວຽກ​ຂຶ້ນ​ອີກ ສຳລັບ​ພົນລະ​ເມືອງ​ຂອງ​ຕົນ ​ເພື່ອ​ຫລີກ​ເວັ້ນການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ນັ້ນ. ຣາຊະ​ອານາຈັກ​ຊາ​ອຸ​ດີ​ອາຣາ​ເບຍ ​ເອົາ​ເລື້ອງ​ການ​ສ້າງ​ໜ້າ​ວຽກ​ຂຶ້ນ​ເປັນ​ບູລິ​ມະ​ສິດ ຫຼັງຈາກ​ການ​ລຸກ​ຮື​ຂຶ້ນ​ຫຼາຍ​ຄັ້ງ​ໃນ​ປີ 2011 ​ເພື່ອ​ໂຄ່ນ​ລົ້ມ​ຜູ້ນຳ​ຂອງ​ຕົນ​ໃນ​ທົ່ວ​ພາກ​ຕາ​ເວັນ​ອອກ​ກາງ​ນັ້ນ.

XS
SM
MD
LG