ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກທ່ອງທ່ຽວຕ່າງປະເທດ ທີ່ໄປທ່ຽວນະຄອນຫຼວງ ວຽງຈັນ ເພີ່ມຂຶ້ນຫລາຍກວ່າ 20%


ພະທາດຫລວງ ຊຶ່ງເປັນທີ່ດຶງດູດນັກທ່ອງທ່ຽວອັນນຶ່ງໃຫ້ ຄົນໄປຊົມນະຄອນຫລວງວຽງຈັນ
ພະທາດຫລວງ ຊຶ່ງເປັນທີ່ດຶງດູດນັກທ່ອງທ່ຽວອັນນຶ່ງໃຫ້ ຄົນໄປຊົມນະຄອນຫລວງວຽງຈັນ

ນັກທ່ອງທ່ຽວຕ່າງປະເທດຈໍານວນ 870,000 ກວ່າຄົນ ເດີນທາງໄປທ່ອງທ່ຽວນະຄອນ ຫຼວງວຽງຈັນ ໃນຊ່ວງ 9 ເດືອນຂອງປີນີ້ ໂດຍເພີ່ມຂຶ້ນຈາກໄລຍະດຽວກັນຂອງປີກາຍ ຫຼາຍ ກວ່າ 20%.

ທ່ານ ຄໍາປະດິດ ເຂັມມານິດ ຫົວໜ້າແຜນແນກການທ່ອງທ່ຽວນະຄອນຫຼວງວຽງຈັນ ຖະ
ແຫຼງຢືນຢັນວ່າ ທຸລະກິດພາກບໍລິການ ແລະທ່ອງທຽວໃນເຂດນະຄອນຫຼວງວຽງຈັນ ຍັງ
ຄົງມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນ ຢ່າງຕໍ່ເນື່ອງໂດຍຈະເຫັນໄດ້ຈາກໃນໄລຍະ 9 ເດືອນທີ່
ຜ່ານມາຂອງປີ 2011 ຊຶ່ງປາກົດວ່າມີນັກທ່ອງທ່ຽວຕ່າງ ປະເທດຫຼາຍກວ່າ 870,000 ຄົນ
ທີ່ໄດ້ເດີນທາງເຂົ້າມາທ່ອງທ່ຽວໃນເຂດນະຄອນຫຼວງ ຊຶ່ງເພີ່ມຂຶ້ນຈາກ ໄລຍະດຽວກັນຂອງ
ປີກາຍຫຼາຍກວ່າ 20%.

ຍິ່ງໄປກວ່ານັ້ນ, ດ້ວຍການຂະຫຍາຍໂຕໃນລະດັບດັ່ງກ່າວນີ້ຍັງເຮັດໃຫ້ເຊື່ອວ່າໃນຕະຫຼອດປີ
2011 ນີ້ຈະມີນັກທ່ອງທ່ຽວໃນເຂດນະຄອນຫຼວງຈໍານວນລວມກັນທັງໝົດເກືອບເຖິງ 1
ລ້ານຄົນ, ຊຶ່ງຈະເຮັດໃຫ້ ທຸລະກິດຈາກພາກບໍລິການ ແລະທ່ອງທ່ຽວ ໃນເຂດນະຄອນຫຼວງ ມີເງິນຕາຕ່າງປະເທດໄຫລເຂົ້າສູ່ລະບົບ ທຸລະກິດຄິດເປັນມູນຄ່າລວມເຖິງ 110 ລ້ານໂດລາ ແລະຍັງຄາດໝາຍດ້ວຍວ່າ ຈໍານວນນັກທ່ອງທ່ຽວ ຕ່າງປະເທດຈະເດີນທາງເຂົ້າມາໃນເຂດ
ນະຄອນຫຼວງຫຼາຍຂຶ້ນອີກ ໃນຕະຫຼອດປີການທ່ອງທ່ຽວລາວ 2012.

ປະຕູໄຊ ທີ່ໃຈກາງນະຄອນຫລວງວຽງຈັນ
ປະຕູໄຊ ທີ່ໃຈກາງນະຄອນຫລວງວຽງຈັນ

ສ່ວນກ່ຽວກັບການກະກຽມ
ຄວາມພ້ອມໃນດ້ານຕ່າງໆ
ເພື່ອຮັບຮອງປີການທ່ອງທ່ຽວ
ລາວດັ່ງກ່າວນີ້ທ່ານ ຄໍາປະ
ດິດ ກໍໄດ້ໃຫ້ການຊີ້ແຈງໃນ
ສ່ວນຂອງເຂດນະຄອນຫຼວງ
ວ່າ:

ພຶ້ນຖານຮອງຮັບພວກເຮົາ
ກໍໄດ້ເອົາໃຈໃສ່ໃນການພັດ

ທະນາໂຄງການຕ່າງໆຕິດ
ພັນກັບທິດນໍາຂອງການ
ນໍານະຄອນຫຼວງວຽງຈັນໃນການປະຕິບັດນະໂຍບາຍ ສ ກໍຄືການສ້າງພຶ້ນຖານ
ໂຄງລ່າງຂອງຕົວເມືອງຫັ່ນ ເພື່ອໃຫ້ສະຖານທີ່ຕ່າງໆຫັ່ນໄດ້ກາຍເປັນທີ່ຮັບຮອງ ແລະຮັບໃຊ້ການບໍລິການຂອງສັງຄົມກໍຄືນັກທ່ອງທ່ຽວ ບໍ່ວ່າຈະເປັນຮ້ານຄ້າ,
ຮ້ານຂາຍ ກໍຄືສະຖານທີ່ພັກຜ່ອນແບບສາທາລະນະໃຫ້ມີຫຼາຍບ່ອນເພີ່ມຂຶ້ນ.

ທ່ານສາລີ ພິມ​ພິນິດ ຫົວໜ້າສຳນັກງານ​ສົ່ງ​ເສີມ​ການ​ຕະຫລາດ​ຂອງອົງການທ່ອງທ່ຽວແຫ່ງ
ຊາດລາວ​ໄດ້​ໃຫ້ການຢືນຢັນ​ວ່າ ອົງການທ່ອງທ່ຽວແຫ່ງຊາດລາວໄດ້ສະເໜີແຜນການ​ລະ
ອຽດຕໍ່ຄະນະ​ລັດຖະບານ​ລາວ​ກ່ຽວກັບດໍາເນີນງານ ໃນຕະຫລອດປີການທ່ອງທ່ຽວລາວຢ່າງ
ເປັນທາງ​ການແລ້ວ.

ພາຍ​ໃຕ້ແຜນການ​ດັ່ງກ່າວ​ນີ້ ນອກຈາກອົງການທ່ອງທ່ຽວແຫ່ງຊາດລາວຈະ​ໄດ້​ຕັ້ງ​ເປົ້າໝາຍ
ທີ່​ຈະດຶງ​ດູດ​ເອົານັກທ່ອງທ່ຽວຊາວຕ່າງຊາດ​ໃຫ້ ພາກັນ​ມາ​ທ່ອງ​ທ່ຽວ​ໃນ​ລາວໃຫ້​ໄດ້ບໍ່ໜ້ອຍ
ກວ່າ 2.6 ລ້ານ​ຄົນ​ໃນ​ຕະຫລອດ​ປີ 2012 ​ແລ້ວກໍ​ຍັງ​ໄດ້​ແນ​ໃສ່​ການກຽມຄວາມ​ພ້ອມ​ທັງ​ໃນ​
ດ້ານ​ໂຮງ​ແຮມ, ຮ້ອນ​ອາຫານ, ສະຖານ​ທີ່​ທ່ອງ​ທ່ຽວ ​ແລະ​ການ​ບໍລິການ​ຕ່າງໆ ສຳລັບຮອງ
ຮັບ​ປີ​ທ່ອງ​ທ່ຽວລາວ​ໃຫ້​ໄດ້ຢ່າງມີ​ປະສິດທິພາບ ​ແລະ​ໃຫ້​ເປັນ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງທ່ຽວ
ຊາວ​ຕ່າງ​ຊາດ​ ອີກ​ດ້ວຍ.

ວັດພະແກ້ວທີ່ນະຄອນຫລວງວຽງຈັນ
ວັດພະແກ້ວທີ່ນະຄອນຫລວງວຽງຈັນ

ປັດຈຸບັນ​ນີ້ ທົ່ວ​ປະ​ເທດ​ລາວ​ມີ​ໂຮງ​ແຮມ 357 ​ແຫ່ງ, ບ້ອານ​ພັກ 1,127 ​ແຫ່ງ, ຮ້ານອາຫານ 1,246 ​ແຫ່ງ ​ແລະ​ສະຖານ​ທີ່​ທ່ອງ​ທ່ຽວທຳ​ມະ​ຊາດ ​ແລະ​ວັດທະນະທຳ 1,493 ແຫ່ງ. ຫາກ​ແຕ່​ວ່າ​ໃນ​ຈຳນວນ​ນີ້ ມີ​ພຽງ 456 ​ແຫ່ງ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ການ​ພັດທະນາໃຫ້​ສາມາດ​ຮັບຮອງ​ນັກ​ທ່ອງ​ທ່ຽວ​ໄດ້​ແລ້ວ ​ສ່ວນ​ໂຮງ​ແຮມ ​ແລະ​ບ້ານ​ພັກ​ໃນທົ່ວປະ​ເທດ​ນັ້ນ ກໍ​ສາມາດ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ໄດ້​ທັງໝົດ 37,500 ຄົນ​ຕໍ່ຄືນ.

ນອກຈາກນີ້ ຖ້າຫາກວ່າ ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງລະຫວ່າງຈີນກັບລາວສໍາ
ເລັດແລ້ວ ໃນປີ 2015 ກໍຍັງຈະສົ່ງຜົນດີຕໍ່ການພັດທະນາການທ່ອງທ່ຽວໃນລາວອີກດ້ວຍ
ຊຶ່ງທາງ​ການລາວຄາດໝາຍວ່າ ຈະ​ມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 2.8 ລ້ານຄົນ
ທີ່ຈະເດີນທາງ ເຂົ້າໄປລາວໃນປີ 2015. ສ່ວນປີທີ່ຜ່ານມານັ້ນ ປາກົດວ່າມີນັກທ່ອງທ່ຽວ
ຊາວຕ່າງຊາດເກືອບ 2.2 ລ້ານຄົນ ເດີນທາງເຂົ້າໄປທ່ຽວໃນລາວ.

XS
SM
MD
LG