ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາຕ່າງປະເທດ ພາກັນກັບເຂົ້າມາຮຽນຢູ່ໃນສະຫະລັດ ນັບຕັ້ງແຕ່ການລະບາດໃຫຍ່


ແຟ້ມ-ນັກສຶກສາ ພາກັນຍ່າງຜ່ານຫໍສະໝຸດ Widener ເຊິ່ງຕັ້ງຢູ່ໃນວິທະຍາເຂດຂອງມະຫາວິທະຍາໄລຮາເວີດ, ໃນເມືອງແຄມບຣີຈ, ລັດແມັດຊາຈູເຊັດ, ວັນທີ 16 ກໍລະກົດ 2019. ລາຍງານປີ 2022 ສະແດງໃຫ້ເຫັນວ່າ ການລົງທະບຽນຂອງນັກສຶກສາຕ່າງປະເທດເພີ້ມຂຶ້ນ ຫຼັງຈາກຕ້ອງຫຼຸດລົງມາໃນລະຫວ່າງການລະບາດໃຫຍ່ຂອງພະຍາດໂຄວິດ-19.
ແຟ້ມ-ນັກສຶກສາ ພາກັນຍ່າງຜ່ານຫໍສະໝຸດ Widener ເຊິ່ງຕັ້ງຢູ່ໃນວິທະຍາເຂດຂອງມະຫາວິທະຍາໄລຮາເວີດ, ໃນເມືອງແຄມບຣີຈ, ລັດແມັດຊາຈູເຊັດ, ວັນທີ 16 ກໍລະກົດ 2019. ລາຍງານປີ 2022 ສະແດງໃຫ້ເຫັນວ່າ ການລົງທະບຽນຂອງນັກສຶກສາຕ່າງປະເທດເພີ້ມຂຶ້ນ ຫຼັງຈາກຕ້ອງຫຼຸດລົງມາໃນລະຫວ່າງການລະບາດໃຫຍ່ຂອງພະຍາດໂຄວິດ-19.

ບັນດານັກສຶກສາຕ່າງປະເທດ ເລີ້ມພາກັນກັບຄືນມາສະຫະລັດ ລຸນຫຼັງທີ່​ໄດ້ມີຄວາມຈໍາເປັນຕ້ອງໂຈະການຮຽນໃນລະຫວ່າງການລະບາດໃຫຍ່ຂອງພະຍາດໂຄວິດ-19, ອີງຕາມບົດລາຍງານ ການເປີດປະຕູປີ 2022 ຂອງ​ອົງ​ການແລກ ປ່ຽນການສຶກສາລະຫວ່າງປະເທດ ຫຼື IEE.

ໃນລະຫວ່າງການສົນທະນາຫຼ້າສຸດກັບບັນດານັກຂ່າວ, ເຈົ້າໜ້າທີ່ຂອງມະຫາວິ ທະຍາໄລກ່າວວ່າ ການລົງທະບຽນເຂົ້າຮຽນ ຂອງນັກສຶກສາຕ່າງປະເທດ ໄດ້ເພີ້ມຂຶ້ນເກືອບ 4 ເປີເຊັນ ໃນສົກການສຶກສາປີ 2021-2022 ຈາກປີກ່ອນ, ແລະເພີ້ມຂຶ້ນເກືອບ 9 ເປີເຊັນ ໃນພາກການຮຽນລະດູໃບໄມ້ຫຼົ່ນຂອງປີ 2022 ຈາກປີໃນກ່ອນນັ້ນ, ເຊິ່ງການລົງທະບຽນເຂົ້າຮຽນ ຂອງນັກສຶກສາຕ່າງປະເທດ ຫຼຸດລົງເຖິງ 15 ເປີເຊັນ ໃນສົກການສຶກສາ ປີ 2020-2021.

ມີນັກສຶກສາຕ່າງປະເທດເກືອບ 1 ລ້ານຄົນ ຈາກຫຼາຍກວ່າ 200 ປະເທດທີ່ມາສຶກສາຢູ່ສະຫະລັດ ໃນປີການສຶກສາ 2021-2022,​ ເຊິ່ງສ່ວນຫຼາຍ ແມ່ນບັນດານັກສຶກສາປະລິນຍາໂທ ທີ່ໄດ້ເລື່ອນການລົງທະບຽນຂອງພວກເຂົາເຈົ້າອອກໄປ ຈົນກວ່າພວກເຂົາເຈົ້າຈະສາມາດມາສຶກສາຕໍ່ຢູ່ໃນສະຫະລັດດ້ວຍໂຕຂອງພວກເຂົາເຈົ້າເອງ.

“ໃນສົກປີການສຶກສາ 2020-2021 ທີ່ຜ່ານມາ ເຊິ່ງພວກທ່ານອາດຈະຍັງຈື່ໄດ້ ເນື່ອງຈາກບັນຫາການລະບາດຂອງພະຍາດໂຄວິດ-19, ສົ່ງຜົນເຮັດໃຫ້ການລົງທະບຽນຮຽນໃໝ່ ຫຼຸດລົງຮອດ 46 ເປີເຊັນ,” ອີງຕາມການລາຍງານຂອງທ່ານ ເມຍກາ ມາເທລ (Mirka Martel), ຜູ້ອໍານວຍການໃຫຍ່ ສູນຄົ້ນຄວ້າຂອງອົງ​ການ IIE. “ບັນດານັກສຶກສາຕ່າງປະເທດຫຼາຍຄົນ ພາກັນຕັດສິນໃຈເລື່ອນການລົງທະບຽນຂອງພວກເຂົາເຈົ້າອອກໄປ ຫຼືໂຈະແຜນການຮຽນຂອງພວກເຂົາເຈົ້າໄວ້. ສໍາລັບປີການສຶກສາ 2021-2022 ນີ້, ພວກເຮົາເຫັນວ່າ ການລົງທະບຽນໃໝ່ເພີ້ມຂຶ້ນແບບທັນທີທັນໃດຮອດ 80 ເປີເຊັນ, ປີຕໍ່ປີມີນັກ ສຶກສາເຖິງ 261,000 ຄົນ. ນີ້ ເປັນການເພີ້ມຂຶ້ນຂອງຈໍານວນນັກສຶກສາເທົ່າກັບຈໍານວນກ່ອນການລະບາດໃຫຍ່, ແລະກໍເປັນການລົງທະບຽນໃໝ່ທີ່ເພີ້ມຂຶ້ນແບບພົ້ນເດັ່ນ ຂອງສະຖາບັນການສຶກສາຫຼາຍລະດັບຢູ່ໃນທົ່ວປະເທດ.”

ອົງ​ການ IIE ໄດ້ດໍາເນີນການສໍາຫຼວດວິທະຍາໄລ ແລະມະຫາວິທະຍາໄລ 3,000 ແຫ່ງຢູ່ໃນທົ່ວ 50 ລັດ, ເຊິ່ງໄດ້ດໍາເນີນງານຮ່ວມກັບສະ​ຖາ​ບັນ​ການ​ສຶກ​ສາ​ລະ​ຫວ່າງ​ປະ​ເທດ​ຫຼື IIE ພ້ອມດ້ວຍ​ຫ້ອງ​ການໆສຶກສາ ແລະວັດທະນະທໍາ ຂອງກະຊວງການຕ່າງປະເທດສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG