ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ລັດຖະມົນຕີການຕ່າງປະເທດ ຂອງອີຣ່ານ ແລະຊາອຸດີ ອາຣາເບຍ ພົບ​ປະ​ກັນ ໃນຂະນະທີ່ຄວາມສໍາພັນເລີ້ມດີຂຶ້ນ


ລັດຖະມົນຕີການຕ່າງປະເທດຂອງອີຣ່ານ ທ່ານຮອ​ສ​ເຊນ ອາມີຣາບໂດລລາຮຽນ ພົບປະກັບລັດຖະມົນຕີການຕ່າງປະເທດຂອງຊາອຸດີ ອາຣາເບຍ ເຈົ້າຊາຍຟາຍຊາລ ບິນ ຟາຮານ ອາລ ຊາອູດ ໃນນະຄອນຫຼວງປັກກິ່ງ, ປະເທດຈີນ, ວັນທີ 6 ເມສາ 2023.
ລັດຖະມົນຕີການຕ່າງປະເທດຂອງອີຣ່ານ ທ່ານຮອ​ສ​ເຊນ ອາມີຣາບໂດລລາຮຽນ ພົບປະກັບລັດຖະມົນຕີການຕ່າງປະເທດຂອງຊາອຸດີ ອາຣາເບຍ ເຈົ້າຊາຍຟາຍຊາລ ບິນ ຟາຮານ ອາລ ຊາອູດ ໃນນະຄອນຫຼວງປັກກິ່ງ, ປະເທດຈີນ, ວັນທີ 6 ເມສາ 2023.

ຈີນ ເປັນເຈົ້າພາບຈັດການປະຊຸມ ໃນວັນພະຫັດມື້ນີ້ ລະຫວ່າງລັດຖະມົນຕີ​ຕ່າງ​ປະເທດ​ຂອງອີຣ່ານແລະຊາອຸດີ ອາຣາເບຍ ໃນຂະ​ນະ​ທີ່ບັນດາປະເທດ​ໃນ​ພາກຕາເວັນອອກກາງທັງ​ສອງ ​ພວມ​ເຮັດ​ວຽກເພື່ອຟື້ນຟູຄວາມສໍາພັນ ລຸນຫຼັງຄວາມເຄັ່ງຕຶງມາເປັນເວລາ 7 ປີ.

ກະຊວງການຕ່າງປະເທດຂອງ ອີຣ່ານ ກ່າວວ່າ ລັດຖະມົນຕີການຕ່າງປະເທດ ທ່ານຮອ​ສ​ເຊນ ອາມີຣາບໂດລລາຮຽນ (Hossein Amirabdollahian) ແລະຄູ່ຮ່ວມຕໍາແໜ່ງຝ່າຍຊາອຸດີ ເຈົ້າຊາຍ ຟາຍຊາລ ບິນ ຟາຮານ ອາລ ຊາອູດ, ໄດ້ໂອ້ລົມກ່ຽວກັບບາດກ້າວໄປສູ່ການເປີດສະຖານທູດ ແລະສະຖານກົງສຸນໃຫຍ່ຄືນອີກຄັ້ງ ພ້ອມທັງການເລີ້ມຕົ້ນຄວາມສໍາພັນສອງຝ່າຍ ຢ່າງເປັນທາງການຄືນໃໝ່ ລຸນຫຼັງການຕົກລົງເຫັນດີກ່ຽວກັບຂໍ້ສະເໜີ ທີ່ມີຈີນເປັນຜູ້ເຈລະຈາໄກ່ເກ່ຍ ໃນເດືອນທີ່ຜ່ານມາ.

ຊາອຸດີ ອາຣາເບຍ ໄດ້ຕັດສາຍສໍາພັນທາງການທູດ ເມື່ອປີ 2016 ລຸນຫຼັງບັນ ດາຜູ້ປະທ້ວງ ໄດ້ເຂົ້າໂຈມຕີສະຖານທູດຊາອຸດີ ໃນນະຄອນຫຼວງເຕຫະຣ່ານ ເພື່ອຕອບໂຕ້ຕໍ່ຊາອຸດີ ອາຣາເບຍ ທີ່ປະຫານຊີວິດນັກບວດມຸສລິມ ນິກາຍຊີໄອ.

ອີຣ່ານແລະຊາອຸດີ ອາຣາເບຍ ຍັງຢູ່ຄົນລະຝ່າຍກ່ຽວກັບຄວາມຂັດແຍ້ງຢູ່ໃນເຢເມນ, ເຊິ່ງ ອີຣ່ານ ໄດ້ໜຸນຫຼັງພວກກະບົດຮູຕີ ແລະ ຊາອຸດີ ອາຣາເບຍ ເປັນຜູ້ນໍາກອງກໍາລັງປະສົມ ໃນການສະໜັບສະໜຸນລັດຖະບານ ທີ່ສາ​ກົນ​ຮັບ​ຮູ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG