ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ຕ່າງປະເທດ ກ່າວວ່າ ບູຣຸນດີ ບໍ່ໄດ້ຕົກຢູ່ໃນແປວໄຟ


ທະຫານບູຣຸນດີຄົນໜຶ່ງ ພ້ອມດ້ວຍປືນຂອງລາວ ແລະລູກ ຈະຫລວດ ຢືນຍາມຢູ້ຖະໜົນທີ່ເປົ່າແປນ ໃນນະ​ຄອນ Bujumbura ປະເທດ Burundi.
ທະຫານບູຣຸນດີຄົນໜຶ່ງ ພ້ອມດ້ວຍປືນຂອງລາວ ແລະລູກ ຈະຫລວດ ຢືນຍາມຢູ້ຖະໜົນທີ່ເປົ່າແປນ ໃນນະ​ຄອນ Bujumbura ປະເທດ Burundi.

ລັດຖະມົນຕີການຕ່າງປະເທດຂອງ Burundi ໄດ້ປະຕິເສດໃນ
ວັນຈັນວານນີ້ວ່າປະເທດແມ່ນກຳລັງຢູ່ໃນພາວະຄວາມຮຸນແຮງ
ທີ່ເພີ່ມສູງຂຶ້ນ.

ທ່ານ Alain Aime Nyamitweໄດ້ກ່າວໃນກອງປະຊຸມສຸກເສີນ
ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຜ່ານທາງ ວີດີໂອ
ຈາກນະຄອນຫຼວງ Bujumbura ທີ່ປະເທດ “ໂດຍທົ່ວໄປແລ້ວ
ແມ່ນງຽບສະຫງົບ ແລະ ປະຊາຊົນແມ່ນເຄື່ອນທີ່ໄປມາຢ່າງສັນຕິ.”

ທ່ານໄດ້ກ່າວວ່າ ມັນມີບາງຊຸມຊົນຢູ່ໃນນະຄອນຫຼວງເຊິ່ງອາຊະ
ຍາກຳແມ່ນ “ກຳລັງເກີດຂຶ້ນຢູ່” ແຕ່ຄຳຖາມທີ່ໄດ້ກ່າວໂດຍທູດ
ແຫ່ງສະຫະພາບ ອາຟຣິກາ, ຜູ້ທີ່ໄດ້ສະແດງຄວາມເປັນຫ່ວງວ່າຄວາມຮຸນແຮງແມ່ນ
ກຳລັງກະຈາຍອອກໄປນອກນະຄອນຫຼວງ.

ທ່ານລັດຖະມົນຕີການຕ່າງປະເທດໄດ້ກ່າວວ່າ“ກົງກັນຂ້າມກັບຂໍ້ມູນບາງສະບັບທີ່ໄດ້ຖືກ
ສົ່ງໄປທົ່ວສື່ສັງຄົມໂດຍພວກຝ່າຍຄ້ານຫົວຮຸນແຮງ, Burundi ບໍ່ໄດ້ເດືອດຮ້ອນເປັນໄຟ,” “ມັນມີການເຄື່ອນໄຫວບາງຢ່າງໃນການພະຍາຍາມດຶງດູດຄວາມສົນໃຈຂອງຊຸມຊົນນາ
ນາຊາດຕໍ່ອາຊະຍາກຳຕ່າງໆ, ແຕ່ວ່າພວກເຂົາຖືກຄວບຄຸມໃຫ້ຢຸດເຊົາ.”

ແຕ່ວ່າທູດ ສະຫະພາບ ອາຟຣິກາ ທ່ານ Tete Antonio ໄດ້ກ່າວຕໍ່ສະພາວ່າ ການເພີ່ມ
ຂຶ້ນຂອງຄວາມຮຸນແຮງ ແລະ ການລະເມີດສິດທິມະນຸດຢ່າງຮຸນແຮງໃຫ້ເຮັດໃຫ້ປະຊາຊົນ
Burundi 200,000 ຄົນໜີອອກໄປ Tanzania, Rwanda, Uganda, ສະທາລະນະ
ລັດ ປະຊາທິປະໄຕ ຄັອງໂກ.

ທ່ານ Antonio ໄດ້ກ່າວວ່າ “ເປົ້າໝາຍຂອງການສັງຫານເຈົ້າໜ້າທີ່ການເມືອງ ແລະ
ທະຫານ, ການຂ້າຜູ້ພິພາກສາພິເສດ, ການທໍລະມານ, ພ້ອມກັບຄວາມໂຫດຮ້າຍອື່ນໆ,
ຄວາມອະມະນຸດ ແລະ ການປະຕິບັດທີ່ເສື່ອມເສຍ, ການຈັບກຸມ,ການປະທະກັນ ລະ
ຫວ່າງຕຳຫຼວດ ແລະ ທະຫານຕິດອາວຸດ,ການພົບເຫັນສົບຄົນຕາຍຢ່າງເປັນປະຈຳໃນ
ຖະໜົນຂອງບາງຊຸມຊົນ, ໄດ້ກາຍເປັນຊາຕາກຳທີ່ເກີດຂຶ້ນຢູ່ທຸກມື້ຂອງປະຊາກອນ
Burundi.”

XS
SM
MD
LG