ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໄທ​ເປີດ​ສຳນັກງານ​ບໍລິການ​ແບບ​ປະຕູ​ດຽວ ໃຫ້​ແຮງ​ງານ​ລາວ ຢູ່​ໃນ​ປະ​ເທດ​ໄທ


ບັນດາແຮງງານລາວໃນປະເທດໄທ
ບັນດາແຮງງານລາວໃນປະເທດໄທ

ທາງ​ການ​ໄທ​ເປີດ​ສຳນັກງານ​ສຳລັບ​ໃຫ້​ບໍລິການ​ແບບ​ປະຕູ​ດຽວ ​ເພື່ອ​ຮ້ອງ​ຮັບການ​ຈ້າງ​
ແຮງ​ງານ​ລາວ ທີ່​ຈະ​ເດີນທາງ​ເຂົ້າ​ໄປ​ທຳ​ງານ ຢ່າງ​ຖືກຕ້ອງ ຢ່າງ​ຖືກຕ້ອງ ຕາມ​ກົດ​ໝາຍ
ຢູ່​ໃນ​ປະ​ເທດ​ໄທ ​ເປັນ​ການສະ​ເພາະ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ພົນ​ຕຳຫຼວດ​ເອກ ​ອາດຸນ ​ແສງ​ແກ້ວ ລັດຖະມົນຕີວ່າການ​ກະຊວງ​ແຮງ​ງານ​ໄທ ​
ໃຫ້ການ​ຢືນຢັນ​ວ່າການ​ເປີດ​ສຳ​ນັກ​ງານ​ສະ​ລັບ​ໃຫ້​ບໍລິການແບບ​ປະຕູ​ດຽວ
(One Stop Service)ຢູ່​ທີ່​ດ່ານ​ຊາຍ​ແດນ​ລະຫວ່າງ​ຈັງຫວັດ​ມຸກດາ​ຫານ​ກັບ
​ແຂວ​ງສະຫວັນ​ນະ​ເຂດ​ເມື່ອ​ບໍ່​ນານ​ມາ​ນີ້ ມີ ​ເປົ້າ​ໝາຍ​ເພື່ອ​ຮ້ອງ​ຮັບ​ການ​ຈ້າງ
​ແຮງ​ງານ​ລາວ​ທີ່​ເດີນທາງ​ເຂົ້າ​ມາ​ທຳ​ງານ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍຢູ່​ໃນ
​ປະ​ເທດ​ໄທ​ເປັນ​ການສະ​ເພາະ ທັງ​ກໍ​ຍັງ​ຈະ​ເປັນ​ການ​ອຳນວຍ​ຄວາມ​ສະດວກ
​ໃນ​ການ​ເດີນທາງ​ໃຫ້​ແກ່​ແຮງ​ງານ​ລາວ​ອີກ​ດ້ວຍ ​ເພາະ​ກ່ອນ​ໜ້າ​ນີ້ ​ແຮງ​ງານ​ລາວ
​ທີ່​ເດີນທາງ​ເຂົ້າ​ໄປ​ທຳ​ງານ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ໃນ​ໄທ ຈະ​ຕ້ອງ​ຜ່ານ​ດ່ານ​
ຊາຍ​ແດນ​ທີ່​ຂົວ​ມິດຕະພາບລາວ-​ໄທ ລະຫວ່າງ​ນະຄອນ​ວຽງ​ຈັນ​ໜອງ​ຄາຍ​ເທົ່າ​ນັ້ນ​.

ນອກຈາກ​ນັ້ນ ສຳນັກງານ​ດັ່ງກ່າວ ຍັງ​ຈະ​ມີ​ສ່ວນ​ຢ່າງ​ສຳຄັນ​ໃນ​ການ​ຮັບປະກັນ​
ດ້ານສະ​ຫວັດ​ດີກາ​ນ​ແລະ​ຄວາມ​ປອດ​ໄພ ​ໃຫ້​ກັບ​ແຮງ​ງານ​ລາວ​ທີ່​ທຳ​ງານ​ຢ່າງ​
ຖືກຕ້ອງ​ຕາມ​ກົດໝາຍ​ໃນ​ໄທ​ອີກ​ດ້ວຍ ດັ່ງ​ທີ່​ພົນ​ຕຳຫຼວດອາດຸນ ​ໄດ້​ໃຫ້ການ​
ຢືນຢັນ​ວ່າ: “ສູນ​ນີ້ ຈະ​ເປັນ​ສູນ​ທີ່​ໄດ້​ດູ​ແລ​ແຮງ​ງານ​ທີ່​ຈະ​ມາ​ທຳ​ງານ​ທີ່​ນີ້ ​ໄດ້ຮັບ​
ການ​ຄຸ້ມ​ຄອງຕາມ​ກົດໝາຍ​ໄທຢ່າງ​ດີ​ຍິ່ງ ​ເພື່ອ​ໃຫ້​ເກີດ​ຄວາມ​ສະ​ເໝີ​ພາບ
ເທົ່າ​ທຽມ​ກັນ​ແລະ​ຂໍ​ອວຍພອນ​ໃຫ້​ສູນ​ນີ້ ​ເປັນ​ສູນທີ່​ມີ​ປະສິດທິ​ພົນ ມີ​ຄວາມ
​ໝັ້ນຄົງ ຢັ່ງຢືນ
.”

ທາງ​ດ້ານ​ທ່ານ​ທອງ​ລຸນ ສິສຸ​ລິດ ນາຍົກລັດຖະມົນຕີຖະ​ແຫຼ​ງຍອມຮັບ​ວ່າ ຄຸນ​ນະ
ພາ​ບຝີ​ມີືແຮງ​ງານ​ລາວ ຍັງ​ຫ່າງ​ໄກ​ຈາກ​ລະດັບ​ມາດຕະຖານ​ສາກົນ​ໃນ​ທຸກໆດ້ານ
ຊຶ່ງ​ເຮັດ​ໃຫ້​ຈຳ​ເປັນຈະ​ຕ້ອງ​ເ​ລັ່ງການ​ພັດທະນາ​ຢ່າງ​ຮອບດ້ານ ​ເພື່ອ​ຍົກ​ລະດັບ
​ຄຸນ​ນະພາ​ບຝີ​ມື​ແຮງ​ງານ​ລາວ ​ໃຫ້​ສາມາດ​ແຂ່ງຂັນ​ໃນ​ຕະຫຼາດ​ແຮງ​ງານ​ສາກົນ
​ໃຫ້​ໄດ້​ຢ່າງ​ແທ້​ຈິງ ອັນ​ເຮັດ​ໃຫ້​ແຮງ​ງານ​ລາວ​ໄດ້​ຮັບ​ຄ່າ​ຈ້າງ​ສູງ​ຂຶ້ນ​ດ້ວຍ​ນັ້ນ​ເອງ.

ກ່ອນ​ໜ້າ​ນີ້ ທ່ານ​ວັນນະ​ລາດ ຫົງສາ​ທິລາດ ປະທານ​ກຳມະບານ​ແຂວງ​ສະຫວັນ​
ນະ​ເຂດ ຢືນຢັນ​ວ່າ​ສະຫະພັນ​ກຳມະບານ​ລາວ ​ໄດ້​ຮຽກຮ້ອງ​ຕໍ່​ລັດຖະບານ​ເພື່ອ
​ຂໍ​ໃຫ້​ພິຈາລະນາ​ປັບ​ຂຶ້ນ​ອັດຕາ​ຄ່າ​ຈ້າງ ຂັ້ນ​ຕ່ຳ​ຈາກ 9 ​ແສນ​ກີບຕໍ່​ເດືອນ​ໃຫ້​ເປັນ
​ອັດຕາ​ໃໝ່ ທີ່ສອດຄ່ອງ​ກັນ​ສະພາ​ຫວະ​ຄ່າ​ຄອງ​ຊີບ​ທີ່​ປັບ​ຕົວ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ
​ໃນ​ປັດຈຸ​ບັນ ທັງ​ຍັງ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ເຮັດ​ໃຫ້​ແຮງ​ງານລາວ ສ່ວນ​ໃຫຍ່​ພາກັນ
​ເດີນທາງ​ໄປ​ລັກລອບ​ທຳ​ງານ​ໂດນ​ຜິດ​ກົດໝາຍ​ໃນ​ປະ​ເທດ​ໄທ ​ເພີ່ມ​ຂຶ້ນ​ນັບ​ມື້​
ອີກ​ດ້ວຍ.

ທາງ​ດ້ານ ທ່ານ​ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ​ແລະ​
ສະ​ຫວັດ​ດີກາ​ນສັງຄົມ ຢືນຢັນ​ວ່າ ມີ​ແຮງ​ງານ​ຕ່າງ​ຊາດ ຫຼາຍ​ໝື່ນ​ຄົນ ທີ່​ບໍ່​ໄດ້​ແຈ້ງ
​ການ​ຂຶ້ນ​ທະບຽນ​ເພື່ອ​ຂໍອະນຸຍາດ​ທຳ​ງານ​ໃນ​ລາວ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ​
ໂດຍ​ໃນ​ໄລຍະ​ຜ່ານ​ມາ ປາກົດ​ວ່າ​ມີ​ແຮງ​ງານ​ຕ່າງ​ຊາດ​ທີ່​ໄດ້​ແຈ້ງ​ຂຶ້ນ​ທະບຽນ​ພຽງ
24,100 ຄົນ ​ເທົ່າ​ນັ້ນ ໂດຍ​ແຮງ​ງານ​ຊາວ​ຕ່າງ​ຊາດ​ຈະ​ຕ້ອງເສຍຄ່າ​ທຳນຽມ​ບັດ
​ອະນຸຍາດ​ຄົນ​ລະ 3 ລ້ານ 6 ​ແສນ ກີບ​ຕໍ່​ປີ ຈຶ່ງ​ເຊື່ອ​ວ່າ​ເປັນສາ​ເຫດ​ນຶ່ງ​ທີ່​ເຮັດ​ໃຫ້
​ແຮງ​ງານ​ຕ່າງ​ຊາດ​ພາກັນ​ຫຼົບ​ລ້​ຽງການ​ຂຶ້ນ​ທະບຽນ​ດັ່ງກ່າວ ​ໂດນ​ສະຫະພັນ​ກຳ
ມະບານ​ລາວ ລາຍ​ງານ​ວ່າ ມີ​ແຮງ​ງານ ຕ່າງ​ຊາດ​ຫຼາຍ​ກວ່າ 50 ພັນ ຄົນ ​ໃນ​ລາວ
ຈຶ່ງ​ເຊື່ອວ່າ ຍັງ​ມີ​ແຮງ​ງານ​ອີກ​ກວ່າ 27 ພັນ ຄົນ ທີ່​ບໍ່​ໄດ້​ຂຶ້ນ​ທະບຽນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ ​ໄດ້ວາງ​ແຜນການ​ພັດທະນາ​ແຮງ​ງານ​ມີ​ຝີມື
​ໃຫ້​ໄດ້ 658 ພັນ ຄົນ ​ເພື່ອ​ສະໜອງ​ໃຫ້​ບໍລິສັດ​ຕ່າງ​ຊາດ​ໃນ​ລາວ ​ໃຫ້​ໄດ້​ຢ່າງ​ພຽງພໍ
ທັງ​ຈະ​ສ້າງ​ມາດຕະຖານ​ຝີ​ມື​ແຮງ​ງານ​ໃຫ້​ໄດ້​ໃນ 25 ສາຂາ​ອາຊີບ​ແລະ​ອອກ​ໃບ
ຮັບ​ຮອງ​ມາດຕະຖານ​ຝີ​ມື​ແຮງ​ງານ​ໃນ 27 ສາຂາ​ອາຊີບ​ໃຫ້​ແຮງ​ງານ​ລາວ 12,500
ກວ່າ​ຄົນ ​ເພື່ອ​ໃຫ້​ສາມາດໄປ​ທຳ​ງານ​ໄດ້ໃນທຸກ​ປະ​ເທດ​ສະມາຊິກ​ໃນ​ອາ​ຊຽນດ້ວຍ​ກັນ.

ປັດຈຸບັນ ມີ​ແຮງ​ງານ​ລາວ​ທີ່​ຂໍອະນຸຍາດ​ທຳ​ງານ​ໃນ​ໄທ 158 ພັນ​ກວ່າ​ຄົນ ​ແບ່ງ​ເປັນ
87 ພັນ ຄົນ ທີ່​ມີ​ໜັງສື​ຮັບຮອງ​ຂອງ​ນາຍ​ຈ້າງ ​ແລະ 71 ພັນ ກວ່າ​ຄົນ ທີ່​ກະຊວງ​
ແຮງ​ງານ ​ໄທຮັບຮອງ​ສິດທິ ​ໃນ​ການ​ປັບສະຖານະ​ພາບ​ໃຫ້​ເປັນ​ແຮງ​ງານ​ທີ່​ຖືກຕ້ອງ​
ຕາມ​ກົດໝາຍ​ໃນ​ໄທ​ຕໍ່​ໄປ.


XS
SM
MD
LG