ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການລົງທຶນຂອງຕ່າງປະເທດ ໃນແຂວງຫຼວງພະບາງ ຫລຸດລົງກວ່າ 19%


ວັດຊຽງທອງ ທີ່ຫລວງພະບາງ
ວັດຊຽງທອງ ທີ່ຫລວງພະບາງ

ການລົງທຶນຈາກຕ່າງປະເທດ ໃນແຂວງຫຼວງພະບາງ ລົດລົງກວ່າ 19% ໃນແຜນການປີ 2010-2011ທີ່ຜ່ານມາ ຫາກແຕ່ວ່າການທ່ອງທ່ຽວກໍຍັງມີການຂະຫຍາຍຕົວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.

ທ່ານນາງສິລິພອນ ສຸພັນທອງ ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງ
ຫຼວງພະບາງ ໄດ້ຖະແຫຼງຊີ້ແຈງວ່າ ໃນຕະຫຼອດໄລຍະແຜນການປະຈໍາປີ 2010-2011
ຊຶ່ງໄດ້ສິ້ນສຸດລົງເມື່ອທ້າຍເດືອນກັນຍາທີ່ຜ່ານມານີ້ ມີການລົງທຶນຂອງຕ່າງປະເທດໃນ
ແຂວງຫຼວງພະບາງເພີ່ມຂຶ້ນ 52 ໂຄງການແລະມີມູນຄ່າລົງທຶນລວມກັນ 464 ກວ່າຕື້ກີບ
ຫຼືປະມານ 58 ລ້ານໂດລາ ໂດຍຖືເປັນມູນຄ່າການລົງທຶນທີ່ລົດລົງກວ່າ 19% ເມື່ອທຽບ
ກັບແຜນການປີ 2009-2010.

ສ່ວນສາເຫດທີ່ເຮັດໃຫ້ການລົງທຶນຈາກຕ່າງປະເທດໃນແຂວງຫຼວງພະບາງ ລົດລົງດັ່ງກ່າວ
ນັ້ນ ກໍມີທັງສາເຫດທີ່ເປັນປັດໃຈພາຍໃນແລະປັດໃຈພາຍນອກປະເທດ. ສໍາລັບປັດໃຈພາຍ
ໃນນັ້ນ ກໍຈະເປັນບັນຫາທີ່ກ່ຽວກັບຂໍ້ຈໍາກັດທາງດ້ານພຶ້ນຖານໂຄງລ່າງພາຍໃນແຂວງຫຼວງ
ພະບາງ ທີ່ຍັງບໍ່ສາມາດຈະຮອງຮັບໂຄງການລົງທຶນໄດ້ໃນຫຼາຍໆດ້ານ. ສ່ວນປັດໃຈພາຍ
ນອກນັ້ນ ກໍມີທັງບັນຫາໃນພູມມິພາກ ແລະໃນລະດັບສາກົນ ດັ່ງທີ່ທ່ານນາງ ສິລິພອນ
ໄດ້ຖະແຫຼງຊີ້ແຈງວ່າ:

ໂຮງແຮມອະມັນຕະຄະ ທີ່ນະຄອນ ຫລວງພະບາງ
ໂຮງແຮມອະມັນຕະຄະ ທີ່ນະຄອນ ຫລວງພະບາງ

ການຫຼຸດລົງຂອງມູນຄ່າການ
ລົງທຶນນັ້ນ ສາເຫດກໍແມ່ນ
ຍ້ອນບັນຫາວິກິດການທາງ
ດ້ານເສດຖະກິດການເງິນ
ຂອງໂລກ, ແລ້ວກໍບັນຫາ
ທາງດ້ານການມືອງຂອງປະ
ເທດໃກ້ຄຽງ, ບັນຫາໄພພິ
ບັດ ຫຼື ອື່ນໆ. ຊຶ່ງບັນຫາ
ດັ່ງກ່າວ ກໍແມ່ນເຮັດໃຫ້ນັກ
ລົງທຶນມີຄວາມລັງເລໃຈຕໍ່
ການເຂົ້າມາລົງທຶນໃນແຂວງຂອງພວກເຮົາ. ນອກຈາກນັ້ນແລ້ວ ພຶ້ນຖານໂຄງລ່າງ
ຈໍານວນນຶ່ງກໍຍັງບໍ່ທັນສາມາດຮັບປະກັນໄດ້ ໃຫ້ແກ່ການລົງທຶນ.

ການລົງທຶນຂອງຕ່າງປະເທດໃນແຂວງຫຼວງພະບາງ ໃນແຜນການທີ່ຜ່ານມານີ້ ສາມາດ
ແບ່ງເບັນການລົງທຶນໃນພາກກະສິກໍາ 50%, ພາກອຸດສາຫະກໍາ 27%, ແລະພາກບໍລິ
ການ 23% ຊຶ່ງໃນນີ້ ລວມເຖິງການລົງທຶນຂອງກຸ່ມທຸລະກິດຈາກຈີນ ທີ່ຈະໃຊ້ເງິນທຶນເຖິງ
45 ລ້ານໂດລາ ເພື່ອກໍ່ສ້າງໂຮງແຮມລະດັບ 5 ດາວ ຢູ່ເຂດບ້ານສັງຄະໂລກດ້ວຍ. ເນື່ອງ
ຈາກກຸ່ມທຸລະກິດຈີນໄດ້ເບິ່ງເຫັນວ່າ ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າໄປທ່ຽວ
ໃນແຂວງຫຼວງພະບາງ ເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນເອງ.

ຂະບວນແຫ່ນາງສັງຂານ ໃນເທດສະການບຸນປີໄໝ່ລາວ ທີ່ຫລວງພະບາງ, ວັນທີ 14 ເມສາ 2011.
ຂະບວນແຫ່ນາງສັງຂານ ໃນເທດສະການບຸນປີໄໝ່ລາວ ທີ່ຫລວງພະບາງ, ວັນທີ 14 ເມສາ 2011.

ທາງການພະແນກທ່ອງທ່ຽວ
ແຂວງຫຼວງພະບາງ ລາຍງານ
ວ່າໃນໄລຍະຈາກປີ 2006 ຫາ
2010 ນັ້ນ ມີນັກທ່ອງທ່ຽວ
ຕ່າງປະເທດເດີນທາງເຂົ້າໄປ
ທ່ອງທ່ຽວ ໃນແຂວງຫຼວງພະ
ບາງ ຫຼາຍກວ່າ 1 ລ້ານຄົນ ຊຶ່ງ
ກໍໄດ້ເຮັດໃຫ້ທຸລະກີດຈາກພາກ
ບໍລິການ ແລະທ່ອງທ່ຽວໃນ
ແຂວງຫຼວງພະບາງ ມີລາຍຮັບ
ລວມເກືອບເຖິງ 300 ລ້ານໂດ
ລາ ໂດຍສະເພາະແມ່ນ ໃນໄລ
ຍະ​ແຜນການປີ 2009-2010
ທີ່​ຜ່ານ​ມາ ​ກໍມີ​ນັກ​ທ່ອງ​ທ່ຽວຕ່າງ​ຊາດ​ຫລາຍ​ກວ່າ 240,000 ຄົນ ​ແລະກໍເພີ້ມຂຶ້ນເປັນ
ຫລາຍກວ່າ 280,000 ຄົນ ໃນໄລຍະແຜນການ​ປີ 2010-2011 ທີ່​ຜ່ານມາ. ສ່ວນໃນ
ແຜນການປີ 2011-12 ນີ້ ​ກໍເຊື່ອວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ຫລາຍ​ກວ່າ 3
ແສນ​ຄົນ​ ທີ່​ຈະເດີນທາງເຂົ້າໄປ​ທ່ອງ​ທ່ຽວ​ໃນ​ແຂວງ​ຫລວງ​ພະ​ບາງ ໃນຕະຫລອດທັງປີ.

ໃນປັດຈຸບັນນີ້, ໃນທົ່ວແຂວງຫຼວງພະບາງມີໂຮງແຮມ-ຣີສອດ 53 ແຫ່ງ ແລະບ້ານພັກ
ອີກ 255 ແຫ່ງທີ່ສາມາດຮອງຮັບນັກທ່ອງທ່ຽວໄດ້ 4,000 ກວ່າຄົນໃນແຕ່ລະມື້ ຫາກ
ແຕ່ວ່າ ດ້ວຍການທີ່ທາງການແຂວງຫຼວງພະບາງໄດ້ເນັ້ນໜັກໃສ່ການສົ່ງເສີມການລົງທຶນ
ເພື່ອການກໍ່ສ້າງໂຮງແຮມ-ຣີສອດ ແລະ ບ້ານພັກທີ່ໄດ້ມາດຕະຖານສາກົນຫຼາຍຂຶ້ນໃນ
ໄລຍະ 5 ປີຕໍ່ໄປນີ້ ກໍເຮັດໃຫ້ຄາດໝາຍໄດ້ວ່າ ທີ່ພັກໃນແຂວງຫຼວງພະບາງ ຈະສາມາດ
ຮອງຮັບແຂກຊາວຕ່າງຊາດໄດ້ຫຼາຍກວ່າ 7,000 ຄົນຕໍ່ມື້ ໃນປີ 2015.

XS
SM
MD
LG