ກະຊວງແຜນການແລະການລົງທຶນລາຍງານວ່າ ການລົງທຶນໂດຍກົງຈາກຕ່າງປະເທດ
ທີ່ເຂົ້າມາໃນລາວໃນຊ່ວງ 6 ເດືອນທໍາອິດຂອງປີ 2012 ນີ້ ມີມູນຄ່າລວມຫຼາຍກວ່າ
2,500 ລ້ານໂດລາ ໂດຍໃນນີ້ກໍແບ່ງເປັນການລົງທຶນໃນຮູບຂອງເຄຶ່ອງຈັກ ແລະເຄຶ່ອງ
ໄມ້ເຄຶ່ອງມືຕ່າງໆ ຄິດເປັນມູນຄ່າລວມເກີນກວ່າ 1,900 ລ້ານ ໂດລາ ສ່ວນທີ່ເຫຼືອອີກ
ຫຼາຍກວ່າ 560 ລ້ານໂດລານັ້ນ ກໍເປັນເງິນສົດທີ່ບັນດາບໍລິສັດຕ່າງຊາດນໍາເຂົ້າມາໃຊ້
ເປັນເງິນທຶນໝຸນວຽນໃນການດໍາເນີນທຸລະກິດຢູ່ໃນລາວ.
ສໍາລັບພາກສ່ວນທີ່ບໍລິສັດຕ່າງຊາດໄດ້ພາກັນເຂົ້າມາລົງທຶນຫຼາຍທີ່ສຸດໃນໄລຍະດັ່ງ
ກ່າວນີ້ກໍຄືການຂຸດຄົ້ນບໍ່ແຮ່ ຕິດຕາມດ້ວຍການລົງທຶນໃນພາກກະສິກໍາ-ປາໄມ້ ຕາມ
ລໍາດັບ ສ່ວນກຸ່ມທຸລະກິດທີ່ມີມູນຄ່າການລົງທຶນຫຼາຍທີ່ສຸດນັ້ນ ກໍຍັງຄົງເປັນບັນດາ
ວິສາຫະກິດຈາກຫວຽດນາມ ຊຶ່ງກໍເຮັດໃຫ້ຫວຽດນາມຍັງຄົງສາມາດ ຄອງແຊມປ໌ໃນ
ຖານະຜູ້ລົງທຶນອັນດັບ 1 ທີ່ມີມູນຄ່າການລົງທຶນຫຼາຍທີ່ສຸດໃນລາວ ໄດ້ຕໍ່ໄປອີກດ້ວຍ.
ທັງນີ້ໂດຍນັບແຕ່ປີ 1993 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ມີບັນດາບໍລິສັດຈາກຫວຽດ
ນາມໄດ້ພາກັນເຂົ້າມາລົງທຶນຢູ່ໃນລາວຫຼາຍກວ່າ 430 ໂຄງການ ຊຶ່ງຄິດ ເປັນມູນຄ່າ
ລົງທຶນລວມຫຼາຍກວ່າ 5,100 ລ້ານໂດລາ ໂດຍບັນດາບໍລິສັດຈາກ ຫວຽດນາມກໍໄດ້
ເນັ້ນໜັກການລົງທຶນໃນດ້ານການຂຸດຄົ້ນບໍ່ແຮ່ ດ້ານພະລັງໄຟຟ້າ ດ້ານການບໍລິການ
ແລະດ້ານກະສິກໍາ-ປາໄມ້.
ໂດຍສະເພາະແມ່ນດ້ານພະ
ລັງງານໄຟຟ້ານັ້ນກໍປາກົດວ່າ
ມີບໍລິສັດຈາກຫວຽດນາມ 7
ລາຍທີ່ໄດ້ລົງທຶນກໍ່ສ້າງເຂື່ອນ
ຜະລິດກະແສໄຟຟ້າຈໍານວນ
15 ໂຄງການຢູ່ໃນລາວ. ໂດຍ
ມີເປົ້າໝາຍທີ່ຈະສົ່ງກະແສ
ໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່
ຫຼືບໍ່ໜ້ອຍກວ່າ 3,357 ເມກາ
ວັດ ໄປຕອບສະໜອງການ
ຊົມໃຊ້ກະແສໄຟຟ້າໃນຫວຽດ
ນາມນັບຈາກທ້າຍປີ 2015
ເປັນຕົ້ນໄປ.
ສ່ວນເຂດທີ່ພາກທຸລະກິດຂອງຫວຽດນາມໄດ້ລົງທຶນຫຼາຍທີ່ສຸດໃນລາວນັ້ນ ກໍຄື ເຂດນະ
ຄອນວຽງຈັນ ຊຶ່ງຄິດເປັນ 52% ຂອງມູນຄ່າການລົງທຶນທັງໝົດຂອງຫວຽດນາມໃນລາວ
ສ່ວນທີ່ເຂດແຂວງເຊກອງ ຈໍາປາສັກ ແລະອັດຕະປື ຕາມລໍາດັບ ສ່ວນເຂດທີ່ບໍ່ມີການລົງທຶນ
ຈາກຫວຽດນາມເລີຍກໍມີພຽງແຂວງບໍ່ແກ້ວ ເທົ່ານັ້ນ ຫາກແຕ່ກໍເຊື່ອໝັ້ນວ່າພາກທຸລະກິດ
ຫວຽດນາມຈະພາກັນຂະຫຍາຍການລົງ ທຶນໄປໃນທຸກແຂວງທົ່ວປະເທດລາວໃນໄລຍະ
ໝໍ່ໆນີ້.
ທັງນີ້ກໍເນຶ່ອງຈາກວ່າທັງສອງປະເທດໄດ້ເປີດກວ້າງການຮ່ວມມືທາງເສດຖະກິດລະຫວ່າງ
ກັນນັບຈາກປີ 1993 ແລະໄດ້ມີການຕົກລົງໃນສັນຍາວ່າດ້ວຍການສົ່ງ ເສີມແລະປົກປ້ອງ
ການລົງທຶນລະຫວ່າງກັນນັບຕັ້ງແຕ່ປີ 1996 ເປັນຕົ້ນມາແລ້ວ ໂດຍໃນປັດຈຸບັນ ທາງການ
ທັງສອງຝ່າຍກໍກໍາລັງຮ່ວມກັນພິດຈາລະນາປັບປຸງສັນ ຍາວ່າດ້ວຍການສົ່ງເສີມ ແລະປົກ
ປ້ອງການລົງທຶນດັ່ງກ່າວໃຫ້ມີຄວາມທັນສະໄໝ ອີກດ້ວຍ ດັ່ງທີ່ທ່ານສົມດີ ດວງດີ ລັດຖະ
ມົນຕີວ່າການກະຊວງແຜນການແລະ ການລົງທຶນໄດ້ຖະແຫຼງຊີ້ແຈງວ່າ:
“ເພື່ອຕອບສະໜອງການສົ່ງ
ເສີມການລົງທຶນໃນສະພາບ
ແວດລ້ອມເສດຖະກິດ-ສັງຄົມ
ອັນໃໝ່ນີ້ ສອງປະເທດພວກ
ເຮົາກໍາລັງດໍາເນີນການທົບທວນ
ສັນຍາສະບັບດັ່ງກ່າວຮ່ວມກັນ
ແລະຄາດວ່າຈະໃຫ້ສໍາເລັດໃນ
ທ້າຍປີນີ້ ພ້ອມດຽວກັນນັ້ນ
ສອງຝ່າຍ ໄດ້ເອົາໃຈໃສ່ກໍານົດ
ທິດທາງລະອຽດ ແລະສ້າງ
ເງື່ອນໄຂອໍານວຍຄວາມສະ
ດວກໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂອງທຸກພາກສ່ວນເສດຖະກິດຂອງແຕ່ລະຝ່າຍ
ໃຫ້ເຂົ້າໄປລົງທຶນໃນປະເທດຂອງກັນແລະກັນ.”
ພາຍໃຕ້ສັນຍາວ່າດ້ວຍການສົ່ງເສີມແລະປົກປ້ອງການລົງທຶນດັ່ງກ່າວນີ້ ທັງສອງຝ່າຍໄດ້
ຕົກລົງຮ່ວມກັນວ່າຈະສົ່ງເສີມການພົວພັນທາງເສດຖະກິດຫຼາຍຮູບແບບ ທີ່ມີການອໍານວຍ
ຄວາມສະດວກໃຫ້ພາກທຸລະກິດການຄ້າ ການລົງທຶນ ແລະການພັດທະນາການເຊື່ອມຕໍ່
ດ້ານຄົມມະນາຄົມຂົນສົ່ງຢ່າງຄົບຊຸດ ເພື່ອເຊື່ອມໂຍງກັນຕັ້ງແຕ່ພາກເໜືອເຖິງພາກໃຕ້
ໃຫ້ໄດ້ຢ່າງເປັນຮູບທໍາ.