ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິດທິພົນ ຈາກຕ່າງປະເທດ ໄດ້ແກ່ຍາວການຕໍ່ສູ້ ກັບພວກຫົວຮຸນແຮງໃນ ຟີລິບປິນ


ຄວັນດຳຈາກການໂຈມຕີທາງອາກາດຢູ່ເທິງວັດອິສລາມ ໃນເມືອງ ມາຣາວີ, ພາກໃຕ້ຂອງປະເທດ ຟີລິບປິນ. 9 ມິຖຸນາ, 2017.
ຄວັນດຳຈາກການໂຈມຕີທາງອາກາດຢູ່ເທິງວັດອິສລາມ ໃນເມືອງ ມາຣາວີ, ພາກໃຕ້ຂອງປະເທດ ຟີລິບປິນ. 9 ມິຖຸນາ, 2017.

ອິດທິພົນຕ່າງປະເທດ ກຳລັງເພີ່ມຄວາມລຶກລັບໃໝ່ ທີ່ບໍ່ເພິ່ງປາຖະໜາຫຼາຍຂຶ້ນກວ່າເກົ່າ ສຳລັບການຕໍ່ສູ້ຂອງລັດຖະບານ ຟີລິບປິນ ກັບ ກຸ່ມມຸສລິມຫົວຮຸນແຮງ ທີ່ບາງຄົນສົງໄສ
ວ່າ ບໍ່ໄດ້ຕໍ່ສູ້ຍ້ອນເຫດຜົນທາງສາສະໜາ.

ກອງກຳລັງຕິດອາວຸດຂອງ ຟີລິບປິນ ກ່າວວ່າ ພວກເຂົາເຈົ້າໄດ້ຕັດກຸ່ມ Maute, ເປັນອົງ
ການກໍ່ການຮ້າຍທີ່ຕ້ອງສົງໄສໃນເກາະ ມິນດານາວ ທີ່ຕັ້ງຢູ່ພາກໃຕ້ຂອງປະເທດ, “ອອກ
ເປັນເສດສ່ວນ”
ຫຼັງຈາກການຕໍ່ສູ້ກັບພວກເຂົາມາ ນັບຕັ້ງແຕ່ວັນທີ 23 ພຶດສະພາ. ພວກ
ເຂົາໄດ້ຂ້າຄົນຈຳນວນຫຼວງຫຼາຍ ແລະ ໄດ້ຈັບກຸມພໍ່ແມ່ຂອງອ້າຍນ້ອງສອງຄົນຜູ້ທີ່ໄດ້ກໍ່
ຕັ້ງກຸ່ມຂຶ້ນມາ.

ແຕ່ຕອນນີ້ ບັນດາເຈົ້າໜ້າທີ່ ຟີລິບປິນ ໄດ້ສົງໄສປະຊາຊົນຈາກປະເທດ ມຸສລິມ ທີ່ຢູ່ໃກ້
ຄຽງເຊັ່ນ ອິນໂດເນເຊຍ ໃນການຕໍ່ສູ້ຄຽງຂ້າງພວກຫົວຮຸນແຮງໃນເມືອງ Marawi ທີ່ຖືກ
ທຳລາຍໂດຍສົງຄາມ ແລະ ອາດຈະສົ່ງເງິນໄປໃຫ້ພວກເຂົາອີກດ້ວຍ.

ທ່ານ Antonio Conteras ໄດ້ກ່າວວ່າ “ຟີລິບປິນ ມັກຈະເປັນຜູ້ທີ່ເພິ່ງພາອາໄສໄດ້
ໜ້ອຍທີ່ສຸດ ໃນການຕໍ່ສູ້ກັບການກໍ່ການຮ້າຍ. ພວກເຮົາມີເຂດຊາຍແດນທີ່ແຊກຊຶມ
ເຂົ້າໄດ້ງ່າຍຫຼາຍ. ພວກເຮົາແມ່ນປະເທດໝູ່ເກາະ. ພວກເຮົາກໍມີອຳນາດທາງທະ
ເລທີ່ອ່ອນແອເຊັ່ນກັນ. ດັ່ງນັ້ນມັນຈຶ່ງງ່າຍຫຼາຍທີ່ຈະເຂົ້າມາໃນ ຟີລິບປິນ.”

ລັດຖະມົນຕີປ້ອງກັນປະເທດ ຟີລິບປິນ ທ່ານນາງ Delfin Lorenzana ໄດ້ກ່າວຕໍ່ສື່ມວນ
ຊົນ ຟີລິບປິນ ໃນວັນທີ່ 2 ມິຖຸນາ ທີ່ຜ່ານມາວ່າ ໃນຈຳນວນ 134 ຄົນຜູ້ທີ່ຫ້ອງການປະ
ທານາທິບໍດີ ກ່າວວ່າໄດ້ຖືກ “ຂ້າຕາຍ” ໃນການໂຈມຕີຢູ່ເມືອງ Marawi ນັ້ນ ມີຄົນຊາອຸ
ດີ ອາເຣເບຍ 2 ຄົນ, ອິນໂດເນເຊຍ 2 ຄົນ, ມາເລເຊຍ 2​ຄົນ, ເຢເມນ ໜຶ່ງຄົນ ແລະ
Chechnya ຄົນໜຶ່ງ.

ຄົນສັນຊາດ ຄູເຫວດ ແລະ ຊີເຣຍ ກໍໄດ້ເຂົ້າມອບຕົວໃນເດືອນພຶດສະພາທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG