ລະບົບການລົງຄະແນນສຽງເລືອກຕັ້ງ ສະຫະລັດ ປາກົດວ່າຈະປອດໄພ ແລະ ໝັ້ນຄົງກ່ອນການເລືອກຕັ້ງກາງສະໄໝຈະຖືກຈັດຂຶ້ນໃນເດືອນໜ້າ, ອີງຕາມບັນດາເຈົ້າໜ້າທີ່ອາວຸໂສ ສະຫະລັດ ຜູ້ທີ່ໄດ້ເຕືອນວ່າອັນຕະລາຍອັນຮີບດ່ວນອາດຖືກກໍ່ຂຶ້ນໂດຍປະເທດຕ່າງໆຄື ຣັດເຊຍ ແລະ ຈີນ ເພື່ອຊັກຊວນປະຊາຊົນ ອາເມຣິກັນ ໄປໃນທິດທາງອື່ນ.
ໃນການເລືອກຕັ້ງທີ່ຜ່ານມາ, ຜູ້ດຳເນີນການຫຼາຍປະເທດ ແລະ ບໍ່ຂຶ້ນກັບລັດ ແມ່ນໄດ້ເຂົ້າຫາໂລກເທັກໂນໂລຈີຢ່າງຕໍ່ເນື່ອງເພື່ອກວດກາເຄືອຂ່າຍຕ່າງໆຂອງ ສະຫະລັດ, ຊອກຫາຊ່ອງຫວ່າງທີ່ສາມາດໃຫ້ພວກເຂົາເຂົ້າແຊກແຊງໃນຂະບວນການເລືອກຕັ້ງ.
ແຕ່ເຖິງປັດຈຸບັນນີ້, ບັນດາເຈົ້າໜ້າທີ່ກ່າວວ່າ, ຜູ້ທີ່ອາດຈະເປັນຄົນແຊກແຊງການເລືອກຕັ້ງປາກົດວ່າໄດ້ຖືກຂັດຂວາງ.
ເຈົ້າໜ້າທີ່ອາວຸໂສຄົນນຶ່ງຈາກອົງການສັນຕິບານກາງ ຫຼື FBI ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ວ່າ “ອົງການ FBI ບໍ່ຮູ້ ກ່ຽວກັບ ການໂຄສະນາທາງຄອມພິວເຕີຂອງສັດຕູຄົນໃດ ທີ່ແນເປົ້າຢ່າງສະເພາະເຈາະຈົງໃສ່ການເລືອກຕັ້ງ ສະຫະລັດ,” ເຊິ່ງເປັນການກ່າວຢ້ຳເຖິງການປະເມີນຜົນເມື່ອບໍ່ດົນມານີ້ໂດຍບັນດາເຈົ້າໜ້າທີ່ຄອມພິວເຕີລະດັບສູງຂອງ ສະຫະລັດ ຄົນອື່ນໆ.
ເຈົ້າໜ້າທີ່ຄົນດັ່ງກ່າວ, ຜູ້ທີ່ໄດ້ເວົ້າໂດຍບໍ່ປະສົງອອກຊື່ພາຍໃຕ້ກົດລະບຽບທີ່ຖືກຕັ້ງໂດຍຫ້ອງການນັ້ນ ເພື່ອທີ່ຈະເວົ້າ ກ່ຽວກັບ ຂໍ້ມູນທີ່ລະອຽດອ່ອນ, ໄດ້ເຕືອນວ່າ ແນວໃດກໍ່ຕາມມັນມີ ແລະ ໄດ້ມີຄວາມພະຍາຍາມຮ່ວມກັນໂດຍສັດຕູຫຼາຍຝ່າຍຂອງ ສະຫະລັດ ເພື່ອຍຶດຄວາມສົງໄສທີ່ມີມາຕໍ່ເນື່ອງ ກ່ຽວກັບ ລະບົບການເລືອກຕັ້ງຂອງມັນເອງ.
ເຈົ້າໜ້າທີ່ຄົນນັ້ນໄດ້ກ່າວວ່າ “ໂດຍສະເພາະ, ພວກເຮົາເປັນຫ່ວງວ່າຜູ້ມຸ່ງຮ້າຍທາງຄອມພິວເຕີອາດພະຍາຍາມທີ່ຈະເຜີຍແຜ່ ຫຼື ຂະຫຍາຍການກ່າວອ້າງທີ່ຜິດ ຫຼື ເກີນຄວາມຈິງທີ່ເປັນອັນຕະລາຍຕໍ່ພື້ນຖານໂຄງລ່າງການເລືອກຕັ້ງ.”
ເຈົ້າໜ້າທີ່ອາວຸໂສອັນດັບສອງຂອງອົງການ FBI ໄດ້ກ່າວວ່າ ຣັດເຊຍ, ຈີນ ແລະ ອີຣ່ານ “ຈະສວຍໃຊ້ໂອກາດຈາກການບັນຍາຍ ກ່ຽວກັບ ຄວາມຊື່ສັດຂອງການເລືອກຕັ້ງທີ່ມີຂຶ້ນໃນລະບົບນິເວດ ສະຫະລັດ. ພວກເຮົາໄດ້ເຫັນມັນແລ້ວ, ໂດຍສະເພາະຈາກ ຣັດເຊຍ.”
ໃນນຶ່ງຕົວຢ່າງທີ່ເປັນໄປໄດ້, ເວັບໄຊ້ ຄູ່ຮ່ວມການເລືອກຕັ້ງ ທີ່ຊື່ສັດ ຫຼື EIP ໃນວັນຈັນວານນີ້ ໄດ້ໃຫ້ຄຳເຫັນໃນຂໍ້ຄວາມຢູ່ທວິດເຕີຫຼາຍອັນທີ່ຂຽນໂດຍນັກຂ່າວຄົນນຶ່ງທີ່ເຮັດວຽກໃຫ້ສື່ມວນຊົນລັດຖະບານ ຣັດເຊຍ ທີ່ສະເໜີວ່າ ເຄື່ອງຈັກການລົງຄະແນນສຽງຂອງ ສະຫະລັດ ແມ່ນມີແນວໂນ້ມທີ່ຈະຖືກລັກເຈາະຂໍ້ມູນ ແລະ ການຄວບຄຸມໃນຮູບແບບອື່ນໆ.”