ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ບັນດາບໍລິສັດ ຕ່າງຊາດໄດ້ລົງທຶນ ໄປຫຼາຍກວ່າ 10,000 ລ້ານໂດລາ ເພື່ອກໍ່ສ້າງເຂື່ອນໃນ ລາວ


ໂຮງໄຟຟ້າ ຜະລິດດ້ວຍຖ່ານຫິນ ຫົງສາລິກໄນຕ໌
ໂຮງໄຟຟ້າ ຜະລິດດ້ວຍຖ່ານຫິນ ຫົງສາລິກໄນຕ໌

ບັນດາບໍລິສັດຕ່າງຊາດລົງທຶນໄປຫຼາຍກວ່າ 10,000 ລ້ານໂດລາ ເພື່ອກໍ່ສ້າງເຂື່ອນໃນ ລາວ ໄດ້ເຖິງ 28 ໂຄງການທີ່ສາມາດຜະລິດພະລັງງານໄຟຟ້າໄດ້ເພີ່ມຂຶ້ນເຖິງ 4,374 ເມກະວັດໃນຊ່ວງປິ 2011-2015.

ທ່ານ ວິຣະພົນ ວິຣະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ໄດ້ລາຍ ງານຕໍ່ກອງປະຊຸມຄົ້ນຄວ້າວິໄສທັດ 2030 ດ້ານພະລັງງານ ແລະ ບໍ່ແຮ່ທີ່ມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເປັນປະທານໃນກອງປະຊຸມ ເມື່ອບໍ່ດົນມານີ້ ວ່າໃນຊ່ວງປີ 2011-2015 ມີບັນດາຕ່າງຊາດທີ່ໄດ້ລົງທຶນໄປຫຼາຍກວ່າ 10,000 ລ້ານໂດລາເພື່ອການ ກໍ່ສ້າງເຂື່ອນໄຟຟ້າໄດ້ແລ້ວສຳເລັດເຖິງ 28 ໂຄງການ ແລະ ສາມາດຜະລິດພະລັງງານ ໄຟຟ້າໄດ້ລວມກັນເຖິງ 4,374 ເມກະວັດ.

ໂດຍຈາກຜົນສຳເລັດດັ່ງກ່າວ ຍັງໄດ້ເຮັດໃຫ້ມີເຂື່ອນທີ່ຜະລິດພະລັງງານໄຟຟ້າໄດ້ແລ້ວ ເຖິງ 40 ໂຄງການທີ່ມີກຳລັງຕິດຕັ້ງລວມ 6,304 ເມກະວັດ ຊຶ່ງເພີ່ມຂຶ້ນຈາກປີ 2010 ເຖິງ 3.2 ເທົ່າ ທັງຍັງມີສະຖານີຈ່າຍໄຟຟ້າ 53 ແຫ່ງ ແລະ ລະບົບສາຍສົ່ງກະແສໄຟຟ້າຍາວ ກວ່າ 50,000 ກິໂລແມັດ ທີ່ສາມາດຕອບການຊົມໃຊ້ໄຟຟ້າໃຫ້ກັບປະຊາຊົນໄດ້ແລ້ວ 1,010,100 ຄອບຄົວ ທີ່ຄິດເປັນ 90 ເປີເຊັນຂອງຄອບຄົວທັງໝົດໃນ ລາວ ຈຶ່ງຍັງເຫຼືອ ອີກ 122,800 ກວ່າຄອບຄົວທີ່ຈະຕ້ອງຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າໄປໃຫ້ ເຖິງທັງໝົດພາຍ ໃນປີ 2020 ຕໍ່ໄປ.

ທາງດ້ານລັດວິສາຫະກິດ ໄຟຟ້າລາວ ລາຍງານວ່າການຊົມໃຊ້ພະລັງງານໄຟຟ້າສູງສຸດ ໃນປີ 2015 ຜ່ານມາແມ່ນຢູ່ທີ່ລະດັບ 989 ເມກະວັດ ໂດຍຄິດເປັນການເພີ່ມຂຶ້ນໃນອັດ ຕາສະເລ່ຍເຖິງ 20 ເປີເຊັນຕໍ່ປີ ຊຶ່ງກໍເຮັດໃຫ້ຄາດການໄດ້ວ່າການຊົມໃຊ້ພະລັງງານໄຟ ຟ້າໃນ ລາວ ຈະເພີ່ມຂຶ້ນເປັນ 7,093 ເມກະວັດພາຍໃນປີ 2030.

ໂດຍໃນປະຈຸບັນ ປະເທດ ລາວ ມີແຫຼ່ງຜະລິດໄຟຟ້າດ້ວຍພະລັງງານນຳ້ 40 ແຫ່ງ ແລະ ໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກຖ່ານລິກໄນທ໌ 1 ແຫ່ງມີກຳລັງຕິດຕັ້ງ ລວມ 6,304 ເມກະວັດທີ່ຜະລິດໄຟຟ້າໄດ້ທັງໝົດ 33,315 ລ້ານກິໂລວັດ/ໂມງຕໍ່ປີ ຫຼື ເພີ່ມຂຶ້ນເຖິງ 200 ເທົ່າທຽບໃສ່ປີ 1975 ຊຶ່ງກໍເຮັດໃຫ້ທາງການ ລາວ ເຊື່ອໝັ້ນວ່າຈະສາ ມາດຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າໄປໃຫ້ປະຊາຊົນໄດ້ຊົມໃຊ້ ຢ່າງທົ່ວເຖິງທັງ 100 ເປີເຊັນໃນປີ 2020 ໄດ້ຢ່າງແນ່ນອນ.

ທັງນີ້ເນື່ອງຈາກວ່າທາງການ ລາວ ທັງໃນລະດັບສູນກາງ ແລະ ລະດັບທ້ອງຖິ່ນໄດ້ລົງ ນາມໃນບັນທຶກຄວາມເຂົ້າໃຈ MOU ຮ່ວມກັບບໍລິສັດເອກະຊົນ ລາວ ແລະ ຕ່າງຊາດ ກ່ຽວກັບ ການພັດທະນາແຫຼ່ງພະລັງງານໄຟຟ້າໄປແລ້ວຈຳນວນທັງໝົດ 357 ໂຄງການ ທົ່ວປະເທດມີກຳລັງຕິດຕັ້ງລວມເຖິງ 26,147 ເມກະວັດ ແລະ ຄິດເປັນກຳລັງການຜະລິດ ກະແສໄຟຟ້າລວມກັນໄດ້ເຖິງ 115,118 ລ້ານກິໂລວັດ/ໂມງຕໍ່ປີ.

ໂດຍການລົງນາມໃນ MOU ດັ່ງກ່າວນີ້ ທາງການ ລາວ ໄດ້ວາງເປົ້າໝາຍໄວ້ວ່າຈົນເຖິງ ທ້າຍປີ 2019 ຈະມີເຂື່ອນໄຟຟ້າທີ່ສ້າງແລ້ວສຳເລັດເພີ່ມຂຶ້ນອີິກ 45 ໂຄງການ ຊຶ່ງຈະ ເຮັດໃຫ້ ລາວ ມີເຂື່ອນທີ່ຜະລິດໄຟຟ້າເຖິງ 85 ໂຄງການ ໂດຍມີກຳລັງຕິດຕັ້ງລວມ 10,000 ເມກະວັດ ແລະ ຄິດເປັນກຳລັງການຜະລິດກະແສໄຟຟ້າໄດ້ເກືອບ 50,000 ລ້ານກິໂລວັດ/ໂມງໃນປີ 2019 ຊຶ່ງຖືເປັນບາດກ້າວສຳຄັນຂອງການພັດທະນາ ລາວ ໃຫ້ ເປັນຜູ້ສົ່ງອອກໄຟຟ້າລາຍໃຫຍ່ ຫຼື ເປັນໝໍ້ໄຟຂອງ ເອເຊຍ ໃນໄລຍະຕໍ່ໄປ ດັ່ງທີ່ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ການຢືນ ຢັນວ່າ.

"ລັດວິສາຫະກິດໄຟຟ້າ ລາວ ຕ້ອງນຳໃຊ້ກົນໄຟຊື້-ຂາຍ ແລກປ່ຽນພະລັງງານໄຟຟ້າ ກັບພາຍນອກ ແບບລະບົບສູ່ລະບົບ ໄຟຟ້າ ລາວ ສາມາດຂາຍພະລັງງານໄຟຟ້າໃຫ້ ກັບ ສິງກະໂປ ຊຶ່ງປະຈຸບັນນີ້ກໍມີການສຶກສາຢູ່ ຄາດວ່າຈະບັນລຸໃນຕໍ່ໜ້ານີ້ ພ້ອມກັນ ນັ້ນ ກໍຕອບສະໜອງໄຟຟ້າໃຫ້ກັບຂະແໜງຫຼັກ ກໍຄືວຽກງານການກະສິກຳ ແລ້ວກະ ຮັບໃຊ້ຂົງເຂດອຸດສາຫະກຳຂະໜາດໃຫຍ່ໃຫ້ທົ່ວເຖິງ ແລະ ພຽງພໍ."

ທາງດ້ານ ທ່ານ ດາວວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະ ແຜນການພະລັງງານ ກະຊວງພະລັງານ ແລະ ບໍ່ແຮ່ ຢືນຢັນວ່າລັດຖະມົນຕີພະລັງງານຈາກ ລາວ, ໄທ, ມາເລ ເຊຍ ແລະ ສິງກະໂປ ມີກຳນົດທີ່ຈະຮ່ວມກັນລົງນາມໃນ MOU ວ່າດ້ວຍການເຊື່ອມຕໍ່ລະ ບົບສາຍສົ່ງກະແສໄຟຟ້າ ລະຫວ່າງກັນໃນມໍ່ໆນີ້ ຊຶ່ງກ່ອນໜ້ານີ້ທາງການຂອງທັງ 4 ປະ ເທດກໍໄດ້ຈັດທຳຂໍ້ຕົກລົງຮ່ວມກັນສຳເລັດແລ້ວ ໂດຍປະກອບມີເນື້ອໃນສຳຄັນ 4 ດ້ານ ດ້ວຍກັນ ກໍຄືດ້ານເທັກນິກ, ດ້ານພາສີອາກອນ, ດ້ານລະບຽບກົດໝາຍ ແລະ ດ້ານການ ບໍລິຫານທີ່ຈະຖືເປັນການປະຕິບັດຮ່ວມກັນຕໍ່ໄປ ທັງຍັງຈະຖືເປັນຕົ້ນແບບຂອງການ ປະ ຕິບັດແຜນການຮ່ວມມືດ້ານພະລັງງານຂອງ ອາຊຽນ ຫຼື ASEAN Power Grid ອີກ ດ້ວຍ.

XS
SM
MD
LG