ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕ່າງປະເທດລົງທຶນ ໃນລາວ ຫຼາຍກວ່າ 22 ຕື້ ໂດລາ ໃນໄລຍະ 24 ປີ


ພິທີເຊັນສັນຍາ ຮ່ວມມືດ້ານກະສິກໍາ ລະຫວ່າງລາວ ແລະໄທ.
ພິທີເຊັນສັນຍາ ຮ່ວມມືດ້ານກະສິກໍາ ລະຫວ່າງລາວ ແລະໄທ.
ການລົງທຶນໂດຍກົງຂອງຕ່າງປະເທດໃນລາວມີມູນຄ່າສະສົມ
ຫຼາຍກວ່າ 22 ຕື້ ໂດລາ ນັບຈາກປີ 1988 ເຖິງ ປີ 2012 ໂດຍ
ໃນນີ້ເປັນການລົງທຶນໃນພາກອຸດສາຫະກໍາຂຸດຄົ້ນແຮ່ທາດ
ຫຼາຍທີ່ສຸດ.

ທ່ານອາຈົງ ລາວເມົາ ຮັກສາການຫົວໜ້າກົມສົ່ງເສີມການລົງທຶນ
ກະຊວງແຜນການແລະການລົງທຶນໄດ້ຖະແຫຼງລາຍງານຕໍ່ກອງ
ປະຊຸມພົບປະແລກປ່ຽນລະຫວ່າງລັດຖະບານລາວກັບນັກທຸລະ
ກິດຈີນຄັ້ງທີ 3 ທີ່ໄດ້ຈັດຂຶ້ນຢ່າງເປັນທາງການເມື່ອບໍ່ດົນມານີ້ ຢູ່
ນະຄອນວຽງຈັນ ວ່າການລົງທຶນໂດຍກົງຂອງຕ່າງປະເທດ ໃນລາວ
ມີມູນຄ່າສະສົມເກີນກວ່າ 22 ຕື້ໂດລາ ນັບຈາກປີ 1988 ເຖິງປີ
2012 ທີ່ຜ່ານມາ ໂດຍມີການລົງທຶນທັງໝົດ 4,493 ໂຄງການ.

ເຂດເສດຖະກິດພິເສດສາມຫລ່ຽມຄໍາ ທີ່ລາວ ທີ່ລົງທຶນດ້ວຍບໍລິສັດຈີນ
ເຂດເສດຖະກິດພິເສດສາມຫລ່ຽມຄໍາ ທີ່ລາວ ທີ່ລົງທຶນດ້ວຍບໍລິສັດຈີນ

ສໍາລັບພາກທຸລະກິດທີ່ມີມູນຄ່າການລົງທຶນສະສົມຫຼາຍທີ່ສຸດ
ນັ້ນ ກໍຄືພາກອຸດສາຫະກໍາຂຸດຄົ້ນແຮ່ທາດທີ່ມີມູນຄ່າການລົງ
ທຶນສະສົມຫຼາຍກວ່າ 5.7 ຕື້ໂດລາ ຕິດຕາມດ້ວຍພາກສ່ວນ
ພະລັງງານທີ່ມີມູນຄ່າການລົງທຶນສະສົມເກີນກວ່າ 5.1 ຕື້ໂດ
ລ່າ. ສ່ວນໃນພາກກະສິກໍາກໍມີມູນຄ່າການລົງທຶນສະສົມເກີນ
ກວ່າ 2.7 ຕື້ໂດລາ ແລະ ຕິດຕາມດ້ວຍພາກບໍລິການທີ່ມີມູນ
ຄ່າການລົງທຶນ ສະສົມຫຼາຍກວ່າ 2.1 ຕື້ໂດລ່າ ຕາມລໍາດັບ.

ພ້ອມກັນນີ້ ທ່ານອາຈົງ ກໍຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ
ການລົງທຶນໂດຍກົງຂອງຕ່າງປະເທດໃນລາວ ຈະມີມູນຄ່າສະສົມເພີ່ມຂຶ້ນເປັນຫຼາຍກວ່າ
25 ຕື້ໂດລາ ພາຍໃນປີ 2015 ຢ່າງແນ່ນອນ ທັງນີ້ເນື່ອງຈາກລັດຖະບານລາວໄດ້ວາງ
ຄາດໝາຍໄວ້ວ່າ ຈະດຶງດູດເອົາການລົງທຶນຈາກຕ່າງປະເທດ ໃຫ້ໄດ້ໃນມູນຄ່າບໍ່ໜ້ອຍ
ກວ່າ 1.7 ຕື້ໂດລາໃນແຕ່ລະປີໃນຕະຫຼອດຊ່ວງປີ 2011-2015 ຊຶ່ງຜ່ານມາກໍປາກົດວ່າ
ປະຕິບັດໄດ້ເກີນກວ່າລະດັບຄາດໝາຍ ໂດຍສະເພາະແມ່ນໃນປີ 2012 ກໍສາມາດດຶງ
ດູດການລົງທຶນໄດ້ເກີນກວ່າ 2.5 ຕື້ໂດລ່າ ແລະໃນປີ 2013 ນີ້ ກໍເຊື່ອໝັ້ນວ່າ ການລົງ
ທຶນຈາກຕ່າງປະເທດ ຈະເພີ່ມຂຶ້ນໃນລະດັບດຽວກັນ ນັ້ນເອງ.

ສໍາລັບພາກສ່ວນທີ່ມີມູນຄ່າການລົງທຶນສະສົມໃນລາວຫຼາຍທີ່ສຸດນັ້ນກໍແມ່ນບັນດາລັດ
ວິສາຫະກິດແລະບໍລິສັດເອກກະຊົນຫວຽດນາມ ໂດຍຄິດໄລ່ນັບຈາກປີ 1989 ເຖິງປີ
2012 ທີ່ຜ່ານມາກໍປາກົດວ່າບັນດາລັດວິສາຫະກິດແລະບໍລິສັດເອກກະຊົນຫວຽດນາມ
ໄດ້ເຂົ້າມາລົງທຶນໃນລາວເຖິງ 429 ໂຄງການ ຄິດເປັນມູນຄ່າການລົງ ທຶນຫຼາຍກວ່າ
4.9 ຕື້ໂດລາ.

ຍິ່ງໄປກວ່ານັ້ນ ທາງການຫວຽດນາມຍັງໄດ້ຢືນຢັນຕໍ່ ກອງປະຊຸມພາກທຸລະກິດ ລາວ-
ຫວຽດນາມຢູ່ນະຄອນວຽງຈັນເມື່ອບໍ່ດົນມານີ້ວ່າຈະເພີ່ມການລົງທຶນໃນລາວ ຂຶ້ນເປັນ
2ເທົ່າພາຍໃນປີ 2015 ຊຶ່ງກໍມີຄວາມເປັນໄປໄດ້ສູງທີ່ຈະເກີດຂຶ້ນໄດ້ຢ່າງເປັນຮູບປະທໍາ ເພາະໄດ້ຮັບການສະໜັບສະໜຸນສົ່ງເສີມ ຈາກທາງການລາວເປັນຢ່າງດີ ດັ່ງທີ່ທ່ານສົມ
ດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນ ໄດ້ໃຫ້ການຢືນຢັນວ່າ:
ແບບຈໍາລອງເຂດເມືອງໃໝ່ໜອງທາ
ແບບຈໍາລອງເຂດເມືອງໃໝ່ໜອງທາ


ເພື່ອຕອບສະໜອງການສົ່ງເສີມການລົງທຶນໃນສະພາບ
ແວດລ້ອມເສດຖະກິດ- ສັງຄົມອັນໃໝ່ນີ້ ສອງປະເທດ
ພວກເຮົາກໍາລົງດໍາເນີນການທົບທວນສັນຍາຮ່ວມກັນ
ພ້ອມດຽວກັນນັ້ນ ສອງຝ່າຍກໍໄດ້ເອົາໃຈໃສ່ ກໍາໜົດທິດ
ທາງລະອຽດແລະສ້າງເງື່ອນໄຂອໍານວຍຄວາມສະດວກ
ໃຫ້ແກ່ບັນດາຫົວໜ້າໜ່ວຍທຸລະກິດຂອງທຸກພາກສ່ວນ
ເສດຖະກິດຂອງແຕ່ລະຝ່າຍ ໃຫ້ເຂົ້າໄປລົງທຶນໃນປະ
ເທດຂອງກັນແລະກັນ.”


ສ່ວນທີ່ຕິດຕາມມາເປັນອັນດັບທີ 2 ກໍແມ່ນບັນດາບໍລິສັດເອກກະຊົນໄທທີ່ລົງທຶນຢູ່ ໃນ
ລາວໃນໄລຍະດຽວກັນນີ້ຈໍານວນທັງໝົດ 742 ໂຄງການ ແລະຄິດເປັນມູນຄ່າການລົງ
ທຶນລວມເຖິງ 4,082 ລ້ານໂດລາ ຊຶ່ງກໍໃກ້ຄຽງກັນກັບການລົງທຶນຈາກຈີນ ທີ່ມີມູນຄ່າ
ລວມເຖິງ 3,952 ລ້ານໂດລາໃນຈໍານວນ 801 ໂຄງການ ແລະຕິດຕາມມາເປັນອັນດັບ
4 ກໍແມ່ນເກົາຫຼີໃຕ້ທີ່ມີມູນຄ່າລົງທຶນສະສົມ 748 ລ້ານ ໂດລາ ໃນ 287 ໂຄງການ.
ສ່ວນອັນດັບທີ 5 ກໍຄືຝຣັ່ງເສດທີ່ມີມູນຄ່າລົງທຶນສະສົມ 490 ລ້ານໂດລາໃນ 224 ໂຄງ
ການ. ສໍາລັບສະຫະລັດອະເມຣິການັ້ນ ຢູ່ອັນ ດັບທີ່ 9 ດ້ວຍມູນຄ່າລົງທຶນສະສົມ 150
ລ້ານໂດລ່າ ໃນ 113 ໂຄງການ ຕາມລໍາດັບ.
XS
SM
MD
LG