ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕ່າງປະເທດ ຄົ້ນຫານໍ້າມັນ ໃນທະເລຈີນໃຕ້ ໂດຍປາສະຈາກ ເຫດການຂັດແຍ້ງກັນ


ດາດຟ້າກຳປັ່ນ ມູນິນ ຂອງບໍລິສັດ ບລູວໍເທີ "Bluewater" ຢູ່ເທິງບໍ່ນໍ້າມັນ, 250 ກິໂລແມັດ ທາງພາກຕາເວັນອອກ
ສຽງໃຕ້ຂອງ ເກາະ ຮົງກົງ, ໃນທະເລຈີນໃຕ້.
ດາດຟ້າກຳປັ່ນ ມູນິນ ຂອງບໍລິສັດ ບລູວໍເທີ "Bluewater" ຢູ່ເທິງບໍ່ນໍ້າມັນ, 250 ກິໂລແມັດ ທາງພາກຕາເວັນອອກ ສຽງໃຕ້ຂອງ ເກາະ ຮົງກົງ, ໃນທະເລຈີນໃຕ້.

ການຄົ້ນພົບນໍ້າມັນທີ່ບໍ່ມີໃຜໂຕ້ແຍ້ງໃນທະເລ ບ່ອນທີ່ລັດຖະບານຂອງ 6 ປະເທດ
ອື່ນໆໄດ້ຕໍ່ສູ້ເພື່ອອຳນາດອະທິປະໄຕ, ໂດຍບໍລິສັດນໍ້າມັນຂອງ ເກົາຫຼີໃຕ້ ນັ້ນ, ໄດ້
ສະແດງໃຫ້ເຫັນວິທີທີ່ບຸກຄົນພາຍນອກ ເກັບກ່ຽວແຫຼ່ງຊັບພະຍາກອນຕ່າງໆ ໂດຍ
ປາສະຈາກການເພີ່ມຄວາມຂັດແຍ່ງທາງການເມືອງທີ່ມີມາຫຼາຍທົດສະວັດນັ້ນ.

ບໍລິສັດກັ່ນນໍ້າມັນ ເກົາຫຼີໃຕ້ ຊື່ວ່າ SK Innovation ໄດ້ຄົ້ນພົບນໍ້າມັນດິບຢູ່ໃນພື້ນທີ່
ຂອງທະເລຈີນໃຕ້, ອີງຕາມການກ່າວຂອງບໍລິສັດນັ້ນໃນວັນພະຫັດທີ່ຜ່ານມາ.

ຕົວຢ່າງຂອງເຂົາເຈົ້າໄດ້ສະແດງໃຫ້ເຫັນວ່າ ບໍລິສັດຕ່າງໆຈາກຫຼາຍປະເທດ ທີ່ບໍ່ມີ
ຜົນປະໂຫຍດທາງການເມືອງ ໃນທະເລຈີນໃຕ້ທີ່ອຸດົມ ສົມບູນໄປດ້ວຍຊັບພະຍາ
ກອນທຳມະຊາດນັ້ນ ແມ່ນສາມາດທີ່ຈະຊອກຫານໍ້າມັນ ແລະ ແກ໊ສທຳມະຊາດດ້ວຍ
ການເຮັດສັນຍາກັບນຶ່ງໃນບັນດາຜູ້ອ້າງເອົາກຳມະສິດນັ້ນ. ລັດຖະບານພວກນັ້ນ
ປົກກະຕິຈະເຊົ່າຂອບເຂດເສດຖະກິດພິເສດກວ້າງ 370 ກິໂລແມັດຂອງເຂົາເຈົ້າ
ແທນທີ່ຈະກາຍອອກໄປໃນທະເລ ບ່ອນທີ່ຄວາມຂັດແຍ້ງມີຄວາມເປັນໄປໄດ້ວ່າຈະ
ເກີດຂຶ້ນ, ອີງຕາມການກ່າວຂອງບັນດານັກວິເຄາະທັງຫຼາຍ.

ແຜນທີ່ການອ້າງກຳມະສິດເຂດແດນທະເລຈີນໃຕ້.
ແຜນທີ່ການອ້າງກຳມະສິດເຂດແດນທະເລຈີນໃຕ້.

ທ່ານ ໂອ ເອ ຊຸນ "Oh Ei Sun," ອາຈານສອນວິຊາການສຶກສາສາກົນ ທີ່ມະຫາ ວິທະ
ຍາໄລ ນານຢາງ ທີ່ ສິງກະໂປ ໄດ້ກ່າວວ່າ “ນີ້ບໍ່ແມ່ນເລື່ອງທີ່ບໍ່ປົກກະຕິ, ແຕ່ແນ່ນອນ
ເມື່ອໃດກໍຕາມ ທີ່ມັນມີການຄົ້ນພົບ, ຄົນກໍຈະເຮັດຕາໂຕຂຶ້ນມາ, ໂດຍສະເພາະໃນປັດ
ຈຸບັນນີ້ ການອ້າງເອົາກຳມະສິດຕ່າງໆນາໆພວກນີ້ ໃນເຂດແດນທະເລຈີນໃຕ້ ແລະ
ກົ້ນທະເລ ໄດ້ມີຄວາມເຄັ່ງຕຶງຂຶ້ນ.”

ລັດຖະບານຈາກ 6 ປະເທດ ໄດ້ອ້າງເອົາກຳມະສິດ ໃນທະເລ ທີ່ມີເນື້ອທີ່ 3 ລ້ານ 5
ແສນຕາລາງກິໂລແມັດ ທີ່ຍາວຢຽດ ຈາກເກາະໄຕ້ຫວັນ ຫາປະເທດ ສິງກະໂປ ຊຶ່ງມີ
ປະເທດ ບຣູໄນ, ຈີນ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ ແລະ ຫວຽດນາມ.

ຄວາມຂັດແຍ້ງຂອງເຂົາເຈົ້າ ຂຶ້ນຢູ່ກັບການຄວບຄຸມນໍ້າມັນ ແລະ ແກ໊ສໃຕ້ທະເລ. ອົງ
ການຂໍ້ມູນພະລັງງານ ສະຫະລັດ ກະປະມານວ່າ ມີ ນໍ້າມັນມູນຄ່າ 11 ຕື້ຖັງ ນອນຢູ່ໃຕ້
ທະເລ ພ້ອມກັບແກ໊ສທຳມະຊາດ ຫຼາຍພັນຕື້ແມັດກ້ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG