ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາ ລັດຖະມົນຕີ ຕ່າງປະເທດ ອາຊ່ຽນ ປະຊຸມກັນ ທີ່ ມຽນມາ


ບັນດາລັດຖະມັນຕີຕ່າງປະເທດ ​ແລະ​ຜູ້ຕາງໜ້າ​ ຈາກທົ່ວເອ​ເຊຍ ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ເລີ້ມ​ເຈລະຈາຫາລື​ກັນ ​​ໃນມຽນມາ
ບັນດາລັດຖະມັນຕີຕ່າງປະເທດ ​ແລະ​ຜູ້ຕາງໜ້າ​ ຈາກທົ່ວເອ​ເຊຍ ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ເລີ້ມ​ເຈລະຈາຫາລື​ກັນ ​​ໃນມຽນມາ
ບັນດາ​ລັດຖະມົນຕີຕ່າງປະ​ເທດ ​ແລະ​ຜູ້ຕາງໜ້າ​ ຈາກທົ່ວເອ​ເຊຍ
​ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ເລີ້ມ​ເຈລະຈາຫາລື​ກັນ ໃນມຽນມາ ຊຶ່ງ​
ເປັນ​ການ​ປະຊຸມ ​ລະດັບ​ສູງສຸດເທຶ່ອທໍາ​ອິດ ຂອງອາຊ່ຽນ ນັບ​ຕັ້ງ​ແຕ່ມຽນມາຊຶ່ງຄັ້ງນຶ່ງເຄີຍຖືກໂດດດ່ຽວໄດ້​ເຂົ້າ​ຮ່ວມ​ຢູ່ກຸ່ມດັ່ງກ່າວ ​
ໃນ​ປີ 1997.

ໃນ​ຄຳກ່າວຄຳປາໄສເປີດກອງປະຊຸມ ຢູ່​ທີ່ເມືອງ​ໂບຮານ Bagan
ນັ້ນ ລັດຖະມົນຕີ​ຕ່າງປະ​ເທດມຽນມາ ທ່ານ Wunna Maung
Lwin ​ໄດ້​ເນັ້ນ​ໜັກ ​ເຖິງຄວາ​ມສໍາຄັນ ໃນການເສີມຂະຫຍາຍ
ຄວາມສຳພັນກັບບັນດາ​ປະເທດພາຄີຍຸດທະສາດເຊັ່ນ ຈີນແລະ
​ອິນ​ເດຍເພື່ອ​ຈະ​ໄດ້​ບັນລຸ​ແຜນການເປັນປະຊາ​ຄົມບັນດາປະຊາ
ຊາດໃນ​ເຂດ​ເອ​ເຊຍ​ອາຄະ​ເນ ຫລື​ອາ​ຊ່ຽນ ໃນ​ປີ 2015.

​ໂຄສົກ ປະທານາທິບໍດີ ມຽນມາ ທ່ານ Ye Htut ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ພະຫັດ
ວານ​ນີ້​ວ່າ ນະ​ໂຍບາຍຂອງມຽນມາ ​ໃນ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ ແລະກັນ​ກັບຈີນ ນັ້ນ​ເປັນ​ພະ
ລັງ​ໃນ​ການ​ແກ້​ໄຂ​ບັນ​ຫາຢູ່​ໃນ​ຂົງ​ເຂດ ຮ່ວມ​ທັງ​ບັນຫາຂັດແຍ້​ງເລື່ອງ​ເຂດ​ນໍ້າ​ແດນດິນ​ ໃນ
​ທະ​ເລ​ຈີນ​ໃຕ້. ​ປະເທດ​ສະມາຊິກ ຂອງ​ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນ​ເຂດເອ​ເຊຍ​ອາ
ຄະ​ເນ ປະກອບ​ມີ ຫວຽດນາມ ຟິລິບ​ປີນ ບຣູ​ໄນ​ ​ແລະ​ມາ​ເລ​ເຊຍ ຕ່າງກໍ​ພົວພັນ​ກັບ​ບັນຫາ
ຂັດ​ແຍ້​ງ​ເລື່ອງເຂດ​ນໍ້າ​ແດນ​ດິນ​ກັບຈີນ ​ຢູ່​ທະ​ເລ​ຈີນ​ໃຕ້.

ລັດຖະມົນຕີ​ຕ່າງປະ​ເທດມຽນມາ ທ່ານ Wunna Maung Lwin ​ໄດ້​ກ່າວ​ຕໍ່ບັນດາ​ນັກຂ່າວ
ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ປະ​ເທດ​ຂອງ​ທ່ານ ຍັງ​ຈະ​ປະຕິບັດຢ່າງ ​ຍຸຕິທຳຕໍ່ສະຫະລັດ ຊຶ່ງ
ກ່າວ​ວ່າ ​ຕົນບໍ່ໄດ້ເອົາທ່າທີ​ກ່ຽວກັບ​ການ​ຂັດແຍ້​ງເລື່ອງ ເຂດນໍ້າແດນດິນແຕ່​ໄດ້ຕິຕຽນ​ຈີນ
​ຢູ່​ເປັນ​ປະ​ຈໍາ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ຈີນ ທີ່ສະຫະລັດເອີ້ນວ່າ ເປັນການຮຸກຮານນັ້ນ.
XS
SM
MD
LG