ບັນດານັກດັບເພີງໃນພາກໃຕ້ຂອງລັດຄາລິຟໍເນຍ ກໍາລັງຕໍ່ສູ້ກັບໄຟປ່າຂະໜາດໃຫຍ່ຫຼາຍແຫ່ງໃນຂົງເຂດນະຄອນ ລອສ ແອນ ເຈີເລັສ ໃຫ້ຢູ່ພາຍໃຕ້ການຄວບຄຸມໃນວັນຈັນມື້ນີ້ ເນື່ອງຈາກນັກພະຍາກອນອາກາດອອກມາເຕືອນວ່າ ລົມແຮງທີ່ພັດມາຄັ້ງໃໝ່ອາດເຮັດໃຫ້ເກີດ “ໄຟໄໝ້ລຸກລາມອີກຄັ້ງ.”
ກົມອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດອອກມາເຕືອນວ່າ ໄພຂົ່ມຂູ່ຈາກລົມຄັ້ງໃໝ່, ສ້າງຄວາມກັງວົນທີ່ສຸດທີ່ຈະເກີດຂື້ນໃນວັນອັງຄານມື້ອື່ນນີ້, ຄາດວ່າຄວາມໄວຂອງລົມຈະມີຮອດ 80 ກິໂລແມັດຕໍ່ຊົ່ວໂມງ ແລະຄວາມແຮງຂອງລົມຮອດ 110 ກິໂລແມັດຕໍ່ຊົ່ວໂມງ.
ຄວາມແຮງຂອງລົມ ແລະສະພາບແຫ້ງແລ້ງຢູ່ໃນພື້ນທີ່ ທີ່ບໍ່ມີຝົນຕົກໜັກມາເປັນເວລາຫຼາຍກວ່າ 8 ເດືອນ ສົ່ງຜົນເຮັດໃຫ້ເກີດໄຟໄໝ້ທີ່ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 24 ຄົນ ເຊິ່ງໄດ້ສ້າງຄວາມເສຍຫາຍຫຼາຍຕື້ໂດລາ ນັບຕັ້ງແຕ່ເລີ້ມຕົ້ນຂຶ້ນໃນຊ່ວງນຶ່ງອາທິດທີ່ຜ່ານມາ.
ລົມທີ່ພັດຊ້າລົງໃນຊ່ວງນີ້ ໄດ້ເຮັດໃຫ້ເຈົ້າໜ້າທີ່ດັບເພີງ ສາມາດຄວບຄຸມໄຟໄດ້ບາງສ່ວນ ໂດຍໄດ້ຮັບຄວາມຊ່ວຍເຫຼືອຈາກການຫວ່ານນ້ຳ ແລະສານຄວບຄຸມໄຟ.
ໃນຈຳນວນໄຟໄໝ້ຂະໜາດໃຫຍ່ສາມຄັ້ງທີ່ຍັງໄໝ້ຢູ່ໃນຂົງເຂດນະຄອນ ລອສ ແອນເຈີເລັສ, ກົມດັບເພີງຂອງລັດຄາລິຟໍເນຍກ່າວໃນຕອນແລງຂອງວັນອາທິດວານນີ້ວ່າ ໄຟທີ່ໄໝ້ໃນຂົງເຂດ ພາລິເຊດ ຖືກຄວບຄຸມໄປແລ້ວ 13 ເປີເຊັນ ແລະໄດ້ເຜົາໄໝ້ກິນເນື້ອທີ່ຈໍານວນ 96 ກິໂລແມັດມົນທົນ.
ເຈົ້າໜ້າທີ່ກ່າວວ່າ 8 ຄົນໃນຈໍານວນຜູ້ເສຍຊີວິດ ແມ່ນຍ້ອນໄຟປ່າ ພາລິເຊດ ຢູ່ບໍລິເວນຂົງເຂດ ພາລິເຊດ ປາຊີຟິກ.
ຜູ້ເສຍຊີວິດ 16 ຄົນ ແມ່ນມາຈາກໄຟປ່າ ອີຕັນ (Eaton), ເຊິ່ງຕັ້ງຢູ່ໃນພື້ນທີ່ເລິກເຂົ້າໄປໃນໃນຂົງເຂດ ປາຊາເດນາ ແລະ ອາລຕາເດນາ (Altadena) ຕອນເໜືອ, ເຊິ່ງຄວບຄຸມໄດ້ແລ້ວ 27 ເປີເຊັນ ແລະຖືກເຜົາໄໝ້ປະມານ 60 ກິໂລແມັດມົນທົນ.
ກົມດັບເພີງຂອງລັດຄາລິຟໍເນຍກ່າວວ່າ ແປວໄຟອີກແຫ່ງນຶ່ງ ແມ່ນໄຟປ່າ ເຮີສທ໌ (Hurst) ໃນບໍລິເວນຂົງເຂດ ຊີລມາຣ໌ (Sylmar), ແມ່ນຄວບຄຸມໄດ້ແລ້ວ 89 ເປີເຊັນ, ລຸນຫຼັງໄຟໄດ້ເຜົາໄໝ້ເນື້ອທີ່ຫຼາຍກວ່າ 3 ກິໂລແມັດມົນທົນ.
ໄຟໄໝ້ທັງໝົດ ໄດ້ທໍາລາຍສິ່ງກໍ່ສ້າງຫຼາຍກວ່າ 12,000 ແຫ່ງ.
ປະຊາຊົນປະມານ 100,000 ຄົນ ຍັງຄົງຢູ່ພາຍໃຕ້ຄໍາສັ່ງໃຫ້ອົບພະຍົບໃນຕອນແລງຂອງວັນອາທິດວານນີ້, ໂດຍເຈົ້າໜ້າທີ່ກ່າວວ່າ ຈະບໍ່ອະນຸຍາດໃຫ້ປະຊາຊົນກັບຄືນໄປໃນບໍລິເວນຕ່າງໆທີ່ມີຄວາມສ່ຽງຕໍ່ໄຟໄໝ້ ໃນຂະນະທີ່ຄໍາເຕືອນກ່ຽວກັບລົມແຮງຄັ້ງໃໝ່ຍັງຄົງມີຢູ່.
ໂຮງຮຽນບາງແຫ່ງທີ່ຖືກຍົກເລີກການຮຽນໃນອາທິດແລ້ວນີ້ ແມ່ນໄດ້ເປີດຄືນໃນວັນຈັນມື້ນີ້. ໃນນັ້ນ ທີມບານບ້ວງ ລອສ ແອນເຈີເລັສ ເລກເກີ້ (Los Angeles Lakers) ແລະ ທີມ ລອສ ແອນເຈີເລັສ ຄລິບເປີ (Los Angeles Clippers) ຂອງສະມາຄົມບານບ້ວງແຫ່ງຊາດ ກໍກຽມກັບມາເປີດເກມຄືນອີກຄັ້ງໃນວັນຈັນມື້ນີ້ ລຸນຫຼັງຖືກຍົກເລີກເກມໄປເນື່ອງຈາກເຫດການໄຟໄໝ້.
ຟໍຣັມສະແດງຄວາມຄິດເຫັນ