ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບັນດານັກພະຍາກອນອາກາດ ກ່າວວ່າ ເຮີຣິເຄນນານາ ຄາດວ່າຈະຖະຫຼົ່ມ ປະເທດເບລິສ ວັນພະຫັດມື້ນີ້


ຄົນກຳລັງເອົາແປ້ນອັດຝາ ແລະປະຕູ ເພື່ອປ້ອງກັນ ພາຍຸນານາ ຈະມາເຖິງ ໃນລະດັບ 1 ຂອງລົມແຮງ 74 ຫາ 95 ກິໂລແມັດ ຕໍ່ຊົວໂມງ ວັນທີ 02 ພະຈິກ 2020.
ຄົນກຳລັງເອົາແປ້ນອັດຝາ ແລະປະຕູ ເພື່ອປ້ອງກັນ ພາຍຸນານາ ຈະມາເຖິງ ໃນລະດັບ 1 ຂອງລົມແຮງ 74 ຫາ 95 ກິໂລແມັດ ຕໍ່ຊົວໂມງ ວັນທີ 02 ພະຈິກ 2020.

ປະເທດເກາະ ເບລີສ ກຳລັງຕຽມຮັບມືກັບການມາເຖິງຂອງເຮີຣິເຄນ ນານາ ໃນວັນພະຫັດ
ມື້ນີ້.ສູນກາງເຮີຣິິເຄນແຫ່ງຊາດ ທີ່ມີຫ້ອງການຕັ້ງຢູ່ ສະຫະລັດ ໄດ້ອອກຄຳເຕືອນ ສຳລັບ
ເຂດຊາຍຝັ່ງຂອງ ເບລີສ ລົງໄປທາງພາກໃຕ້ສູ່ຊາຍແດນປະເທດ ກົວເຕມາລາ.

ກ່ອນທີ່ມັນໄດ້ກາຍເປັນພາເຮີຣິເຄນນັ້ນ, ພາຍຸນານາ ໄດ້ຖະຫຼົ່ມເກາະ ໂຣອາຕານ ຂອງປະເທດ ຮອນດູຣາສ ດ້ວຍລົມແຮງ ແລະຝົນຕົກໜັກ ໃນວັນພຸດວານນີ້ ໃນຂະນະທີ່ມັນໄດ້ຫັນໄປສູ່ເບລີສ.

ຄຳເຕືອນ ກ່ຽວກັບ ພາຍຸລະດູໄດ້ມີຜົນບັງຄັບໃຊ້ຈາກຊາຍຝັ່ງເມືອງ ເບລີສ ເຊິ່ງຕັ້ງຢູ່ທາງພາກເໜືອ ຂອງເມືອງ ເບລີສ ຊີຕີ້, ໄປຫາຊາຍແດນເມັກຊິໂກ.

ພາຍຸລະດູຮ້ອນໂອມາ ຊຶ່ງຍັງໄດ້ກໍ່ຕົວຂຶ້ນຢູ່ມະຫາສະໝຸດ ແອັດແລນຕິກ ໃນວັນອັງຄານທີ່ຜ່ານມາ ໄດ້ຫລົດຄວມແຮງລົງມາເປັນພາຍຸລະດູຮ້ອນ ຢູ່ຕາມຊາຍຝັ່ງພາກຕາເວັນອອກສຽງເໜືອຂອງ ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG