ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Ford ຈະສ້າງໂຮງງານຜະລິດລົດໃນໄທ


ບໍລິສັດ​ຜະລິດ​ລົດ​ Ford ຂອງ​ສະຫະລັດ ​ໄດ້​ປະກາດ​ແຜນການ​ທີ່​ຈະສ້າງ​ໂຮງງານ​ຜະລິດ​ລົດ ມູນ​ຄ່າ 450 ລ້ານ$ ຢູ່​ໃນ​ປະ​ເທດ​ໄທ ​ເພື່ອ​ຕອບສະໜອງ​ ຄວາມ​ຮຽກຮ້ອງ​ຕ້ອງການ​ລົດ​ ທີ່​ເພິ່ມທະວີ​ຂື້ນ​ນັບ​ມື້​ຢູ່​ໃນ​ຂົງ​ເຂດ. ບັນດາ​ນັກວິ​ເຄາະ​ຂ່າວ​ກ່າວ​ວ່າ ​ແຜນການ​ລົງທຶນ​​ທີ່​ວ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຊື່ອ​ໝັ້ນ ວ່າ ໄທ​ຈະ​ຍັງ​ຄົງ​ເປັນ​ສູນ​ກາງ​ຜະລິດ​ລົດຊັ້ນນຳ​ຂອງ​ຂົງ​ເຂດເອ​ເຊຍ​ຢູ່ ​ເຖິງ​ແມ່ນ​​ໄທ​ໄດ້​ປະສົບ​ກັບ​ຄວາມ​ວຸ້ນວາຍ​ທາງ​ການ​ເມືອງ​​ເມື່ອ​ບໍ່​ນານ ມາ​ນີ້ ​ແລະ​ມີ​ການ​ແຂ່ງຂັນ​ຈາກ​ປະ​ເທດ​ຈີນ ກໍ​ຕາມ.

ບັນດາ​ຜູ້ບໍ​ລິຫານ​ບໍລິສັດ​ຝອດ​ກ່າວ​ວ່າ ໂຮງງານ​ແຫ່ງ​ໃໝ່ນີ້ຈະ​ສ້າງ​ຂື້ນທີ່ຣະຍອງ ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ຂອງ​ກຸງ​ເທ​ບ ​ພາຍ​ໃນ​ປີ 2012 ​ແລະ​ຈະ​ຜະລິດ​ລົດ​ໂດຍສານອອກ ປີ​ລ່ະປະມານ 150,000 ຄັນ ຊື່ງ​ສ່ວນໃຫ​ຍ່​ແມ່ນຈະ​ສົ່ງ​ອອກໄປ ຂາຍ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ​ປະ​ເທດ​ອອສ​ເຕຣ​ເລຍ.

ແຜນການ​ຜະລິດ​ລົດທີ່​ວ່າ​ນີ້ ຈະ​ສ້າງ​ໜ້າ​ວຽກ​ໃໝ່​ຂຶ້ນ ຫລາຍ​ເຖິງ 11,000 ວຽກ ທັງ​ຢູ່​ທີ່ໂຮງງານ​ແຫ່ງ​ໃໝ່ ​ແລະ​ສ້າງ​ຂຶ້ນ​ໂດຍ​ທາງ​ອ້ອມ ຜ່ານ​ພວກ​ບໍລິສັດ​ສະໜອງ​ວັດຖຸ​ຕ່າງໆ ​ແລະ​ພວກ​ບໍລິສັດ​ຂາຍ​ລົດ. ບໍລິສັດ​ຝອດ​ກ່າວ​ວ່າ ຕົນ​ຈະ​ຊື້ສ່ວນ​ປະກອບ​ຕ່າງໆ​ຂອງ​ລົດ ຈາກ​ບໍລິສັດ​ໄທ ​ໃນມູນ​ຄ່າ​ຫລາຍ​ເຖິງ 800​ ລ້ານ$ ຕໍ່​ປີ.

ທ່ານ Joe Hinrichs ປະທານ​ບໍລິສັດ​ຝອດ ປະຈຳ​ພາກພື້ນ​ເອ​ເຊຍ​ປາຊີ​ຟິກ​ແລະ​ອັຟຮິ​ກາ ​ເປັນ​ຜູ້​ປະກາດ​ຂ່າວ​ການ​ລົງທຶນ​ທີ່ວ່າ​ນີ້ ຢູ່ກຸງ​ເທບ ເມື່ອ​ວັນ​ພະຫັດ ອາທິດ​ແລ້ວນີ້ ຊື່ງ​ທ່ານ​ໄດ້​ກ່າວ​ວ່າ ​ເຫດຜົນ​ນຶ່ງ​ທີ່ພວກ​ທ່ານ​ເລືອກ​ເອົາ​ປະ​ເທດ​ໄທ ​ເປັນ​ບ່ອນ​ສ້າງ​ໂຮງງານ​ໃໝ່ນັ້ນ ກໍ​ຍ້ອນ​ການ​ສະໜັບສະໜູນ​ຂອງ​ໄທ ທີ່​ໃຫ້​ແກ່ອຸດສາຫະກຳ​ລົດ​ໂອ​ໂຕ. ທ່ານ​ກ່າວ​ຕໍ່ໄປ​ວ່າ:

“ນອກນີ້ແລ້ວ ພວກເຮົາຍັງເຫັນການເຕີບ​ໂຕ ບໍ່​ພຽງ​ແຕ່​ຢູ່ໃນຈີນ ແລະ ອິນເດຍ ແຕ່ຢູ່ໃນໄທເຊັ່ນກັນ ກັບໃນສະມາຄົມອາຊ່ຽນ ແລະຂົງເຂດ ເອເຊຍ-ແປຊິຟິກ. ດັ່ງນັ້ນ ພວກ​ເຮົາ​ຈຶ່ງຈຳ​ເປັນຕ້ອງເພິ່ມຄວາມສາ ມາດຂຶ້ນ ຢູ່​ໃນ​ບ່ອນ​ເຫລົ່ານັ້ນທັງໝົດ ເພື່ອສະໜັບສະໜູນຄ້ຳຈູນ ຕະຫລາດທີ່ນັ້ນ ແລະນັ້ນກໍຄື ສິ່ງທີ່ພວກເຮົາກຳລັງ ເຮັດຢູ່ໃນເວລານີ້.”

ເປັນ​ທີ່ຄາດ​ກັນ​ວ່າ ​ໂຄງການ​ລົງທຶນ​ຫລາຍຮ້ອຍລ້ານ$ນີ້ ຈະຊ່ວຍ​ສົ່ງ​ເສີມ​ອຸດສາຫະກຳລົດ​ໂອ​ໂຕ​ຂອງໄທ​ໃຫ້​ຟື້ນ​ໂຕ​ຄືນ ຫລັງ​ຈາກ​ທີ່​ໄດ້​ຊົບ​ເຊົາຕົກ​ຕໍ່າ​ລົງ ຍ້ອນ​ວິ​ກິດ​ການ​ດ້ານ​ການ​ເງິນ​ຂອງ​ໂລກ ​ແລະ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ວຸ້ນວາຍ​ທາງ​ການ​ເມືອງ​ໃນ​ໄທ ​ເມື່ອ​ໄວໆ​ມານີ້.

ຕັ້ງ​ແຕ່ເດືອນ​ມີນາຫາພຶດສະພາປີນີ້ ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ລະຫວ່າງ ທະຫານ​ແລະ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​ໃນ​ນະຄອນຫລວງ​ບາງກອກ​ຫລື​ກຸງ​ເທບ ​ໄດ້​ເຮັດ​ໃຫ້ມີ​ຄົນ​ເສຍ​ຊີວິດ 90 ຄົນ ​ແລະ 2,000 ຄົນ​ໄດ້ຮັບ​ບາດ​ເຈັບ ຊື່ງ​ສ່ວນ​ໃຫຍ່​ແມ່ນ​ພວກ​ປະ​ທ້ວງ.

ສູນ​ກາງ​ການ​ຜະລິດ​ຂອງ​ໄທ ທີ່​ຕັ້ງຢູ່​ໃນ​ເຂດແຄມ​ທະ​ເລນັ້ນ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ແມ່ນບໍ່​ໄດ້ຮັບ​ການ​ກະທົບກະ​ເທືອ​ນ ແຕ່ວ່າ​ຄວາມ​ວຸ້ນວາຍ​ບໍ່ສະຫງົບ​ທີ່​ໄດ້ເກີດ​ຂຶ້ນ ກໍ​ໄດ້​ເຮັດ​ໃຫ້ມີ​ຄວາມ​ກັງວົນ​ເປັນ​ຫ່ວງ​ ກ່ຽວ​ກັບ​ການ​ລົງທຶນ​ຢູ່​ໃນ​ໄທ.

ທ່ານ John Bonnell ຜູ້ອຳນວຍການ​ອາວຸ​ໂສ​ຝ່າຍ​ຂ່າວ​ກອງ​ດ້ານ​ຕະຫລາດ ຂອງ​ບໍລິສັດ J.D. Power and Associates ກ່າວ​ວ່າ ການ​ລົງທຶນ​ຂອງ​ບໍລິສັດ​ຝອດ​ໃນ​ໄທ ສະ​ແດງ​ໃຫ້ເຫັນ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ໃນ​ອະນາຄົດ​ຂອງ​ອຸ​ດສາ​ຫະກຳ​ລົດ​ໂອ​ໂຕ​ຂອງ​ໄທ.

“ສຳລັບປະເທດໄທແລ້ວ ໂດຍສະເພາະ​ແມ່ນ​ລຸນ​ຫລັງເຫດການວຸ້ນວາຍ ທີ່ໄທ ໄດ້ປະເຊີນເມື່ອປະມານນຶ່ງເດືອນຜ່ານມານັ້ນ ມັນເປັນການລົງ​ຄະ​ແນນສຽງສະ​ແດງຄວາມໝັ້ນໃຈ ແລະ​ເປັນການຢືນຢັນວ່າອຸດສາຫະກຳຜະລິດລົດຍົນຂອງ ໄທ ຍັງຈະເປັນສູນກາງການຜະລິດສຳລັບ​ພວກບໍລິສັດ​ຜະລິດລົດລາຍໃຫຍ່ໆ ຂອງໂລກ. ແລະບໍລິສັດລົດຝອດ ກໍເປັນບໍລິສັດຜະລິດລົດລະດັບແນວໜ້າ ​ແລະ​ເຖິງ​ແມ່ນ​ບໍ່​ໄດ້​ມີ​ຖານະ​ທີ່​ແຂງ​ແຮງ ຢູ່​ຕະຫລາດ​ພາຍ​ໃນ​ປະ​ເທດ ​ແຕ່​ກໍ​ມາສືບຕໍ່ລົງທຶນສຳລັບຕະຫລາດສົ່ງອອກນັ້ນ ຈຶ່ງຖືວ່າມັນເປັນຮ່ອງຮອຍທີ່ດີ ສຳຫລັບໄທ ໃນເວລານີ້.”

ທ່ານ Bonnell ກ່າວ​ອີກ​ວ່າ ບໍລິສັດ​ຜະລິດ​ລົດ ນິສສັນ ກັບ​ຮອນ​ດ້າ ກໍ​ມີ​ແຜນການ​ທີ່ຈະ​ຂະຫຍາຍ​ການ​ລົງທຶນ ຢູ່​ໃນ​ປະ​ເທດ​ໄທ​ເຊ່ນ​ກັນ ​ແລະ​ທາານ​ຄາດ​ວ່າ ​ບໍລິ​ສັດໂຕ​ໂຢຕ້າ ກໍ​ຈະ​ກະທຳ​ຕາມເຊ່ນ​ກັນ.

ແຕ່ເຖິງ​ແມ່ນ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ປະ​ເທດ​ໄທ​ກໍ​ຕາມ ປະ​ເທດ​ຈີນ ຊຶ່ງ​ເປັນ​ຕະຫລາ​ດລົດ​ທີ່​ໃຫຍ່​ທີ່ສຸດ​ຂອງ​ໂລກ​ນັ້ນ ກໍ​ຍັງຄົງ​ສືບ​ຕໍ່ເປັນຈຸດ​ເພ່ງ​ເລັງ​ຂອງ​ພວກບໍລິສັດ​ຜະ​ລິດ​ລົດ​ທັງຫລາຍ​ຢູ່.

ປີ​ກາຍ​ນີ້ ຈີນ​ຜະລິດ​ລົດ​ອອກ​ປະມານ 14 ລ້ານ​ຄັນ ​ແລະ​ເປັນ​ທີ່​ຄາດ​ກັນ​ວ່າ ​ໂຕ​ເລກ​ນັ້ນ ຈະ​ເພິ່ມຂຶ້ນປະມານ 1 ລ້ານ​ຄັນ ​ໃນ​ປີນີ້. ສ່ວນ​ປະ​ເທດ​ໄທ​ນັ້ນ ຜະ​ລິດ​ລົດ​ໄດ້ ບໍ່​ຮອດ 7 ​ແສນ​ຄັນໃນ​ແຕ່​ລະປີ ​ແລະ​ສົ່ງ​ອອກ​ຂາຍ​ປະມານ​ເຄິ່ງນຶ່ງຂອງ​ຈຳນວນ​ນັ້ນ.

ບໍລິສັດ​ຝອດ​ກຳລັງ​ລົງທຶນ ​ເປັນ​ເງິນ​ຈຳນວນນຶ່ງ​ພັນ​ລ້ານ$ ​ເພື່ອ​ຂະຫຍາຍ​ກິດຈະການຜະລິດ​ລົດ​ຂອງ​ຕົນ​ຢູ່ໃນ​ປະ​ເທດ​ຈີນ ​ແລະ​ໃນ​ປີ​ກາຍ​ນີ້ ກໍ​ໄດ້​ຍ້າຍ​ສຳນັກງານ​ໃຫຍ່ຂອງ​ຕົນປະຈຳ​ເຂດ​ເອ​ເຊຍ ອອກຈາກ​ກຸງ​ເທບ​ໄປ​ຍັງ​ຊຽງ​ໄຮ້ ເພື່ອ​ສຸມ​ຄວາມສົນ​ໃຈ​ໃສ່​ຕະຫລາດ​ຈີນ.

XS
SM
MD
LG