ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ກຳ​ມະ​ກ​ານ ຕຸ​ລາ​ການ ສະ​ພາ​ສູງ ຈະ​ລົງ​ຄະ​ແນນ​ສຽງ ໃນ​ເຊົ້າວັນ​ສຸກ ນີ້


In this combination image of Reuters photos,
ທ່ານ​ນາງ​ຄ​ຣິ​ສ​ຕຽນ ແບ​ລ​ຊີ ຝອດ (ຊ້າຍ) ແລະ​ທ່ານ​ແບັດ ຄາ​ແວ​ນໍ ຜູ້​ທີ່​ຖືກ​ສະ​ເໜີ​ແຕ່ງ​ຕັ້ງ ໃຫ້​ເປັນ​ຜູ້​ພິ​ພາກ​ສາ ສານ​ສູງ​ສຸດ ຂອງ​ສະ​ຫະ​ລັດ.
In this combination image of Reuters photos, ທ່ານ​ນາງ​ຄ​ຣິ​ສ​ຕຽນ ແບ​ລ​ຊີ ຝອດ (ຊ້າຍ) ແລະ​ທ່ານ​ແບັດ ຄາ​ແວ​ນໍ ຜູ້​ທີ່​ຖືກ​ສະ​ເໜີ​ແຕ່ງ​ຕັ້ງ ໃຫ້​ເປັນ​ຜູ້​ພິ​ພາກ​ສາ ສານ​ສູງ​ສຸດ ຂອງ​ສະ​ຫະ​ລັດ.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອ​ງ​ສະ​ພາ​ສູງ ມີ​ໝາຍ​ກຳ​ນົດ​ທີ່​ຈະ​ລົງ​ຄະ​ແນນ​ສຽງໃນ​ຕອນ
​ເຊົ້າ​ວັນ​ສຸກມື້ນີ້ ກ່ຽວ​ກັບ​ ການ​ຮັບ​ຮອງ​ເອົາ ການສະ​ເໜີ​ແຕ່ງ​ຕັ້ງ​ໃຫ້ ທ່ານ​ແບ​ຣັດ ຄາ​ແວນໍ
ເປັນ​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ​ຂອງສະ​ຫະ​ລັດ ນຶ່ງມື້​ຫຼັງ​ຈາກ​ໄດ້ມີ​ການ​ໃຫ້​ການ​ທີ່​ຮ້ອນ​ແຮງ
ຂອງ​ຜູ້​ພິ​ພາກ​ສາ​ສານອຸ​ທອນ ແລະ ​ທ່ານ​ນາງ ​ຄ​ຣິ​ສ​ຕີນ ​ແບ​ລ​ຊີ ຝອດ ແມ່​ຍິງ​ຜູ້​ທີ່​ກ່າວ​ຫາ​
ທ່ານ​ວ່າ ລວນ​ລາມ​ທາງ​ເພດ​ຕໍ່​ທ່ານນາງນັ້ນ.

​ຄະ​ນະ​ກຳ​ມະ​ການ ທີ່​ປະ​ກອບ​ດ້ວຍສະ​ມາ​ຊິກ ​ພັກ​ຣີ​ພັບ​ບ​ລີ​ກັນ 11 ຄົນ ແລະ​ ພັກເດ​ໂມ
​ແຄ​ຣັດ 10 ຄົນ​ນັ້ນ ຈະ​ເປັນ​ຜູ້​ຕັດ​ສິນ ​ກ່ຽວ​ກັບ​ວ່າ ຈະ​ສະ​ເໜີ​ແນະ​ໃຫ້​ສົ່ງເລື້ອງ​ຂອງ​ທ່ານ
ຄາ​ແວນໍ ​ໄປ​ໃຫ້​ສະ​ພາ​ສູງ​ຄົບ​ຄະ​ນະ ຊຶ່ງ​ຈະ​ເລີ້ມ​ຂັ້ນ​ຕອນ​ໃນການ​ລົງ​ຄະ​ແນນ​ສຽງໃນ​ວັນ
​ເສົາ​ມື້​ອື່ນນີ້.

​ຮູບ​ທ່ານ​ຄາ​ແວ​ນໍ ທີ່​ກຳ​ລັງ​ໃຫ້​ການ ຕໍ່​ຄະ​ນະ​ກຳ​ມະ​ການ ຂອງ​ສະ​ພ​າ​ສູງ (ວັນ​ທີ 27 ກັນ​ຍາ 2018)
​ຮູບ​ທ່ານ​ຄາ​ແວ​ນໍ ທີ່​ກຳ​ລັງ​ໃຫ້​ການ ຕໍ່​ຄະ​ນະ​ກຳ​ມະ​ການ ຂອງ​ສະ​ພ​າ​ສູງ (ວັນ​ທີ 27 ກັນ​ຍາ 2018)

ສະ​ມາ​ຄົມ​ພວກ​ນັກ​ກົດ​ໝາຍ​ອາ​ເມ​ຣິ​ກັນທີ່​ເອີ້ນ​ຫຍໍ້​ວ່າ ABA ໄດ້​ຮຽກ​ຮ້ອງ​ໃນ​ຕອນແລງ
ວັນ​ພະ​ຫັດ​ວານນີ້ ໃຫ້​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ແລະ​ສະ​ພາ​ສູງ​ ຄົບ​ຄະ​ນະເລື່ອນ​ເວ
​ລາໃນ​ການ​ລົງ​ຄະ​ແນນ​ສຽງ​ອອກ​ໄປ ຈົນ​ກວ່າ​ອົງ​ການ​ສັນ​ຕິ​ບານ​ກາງ​ຫຼື​ເອັ​ຟ​ບີ​ອາຍມີ​ເວ
​ລາ​ພຽງ​ພໍ ເພື່ອ​ຈະ​ສືບ​ສວນ​ເບິ່ງ​ປະ​ຫວັດ​ໂດຍ​ເຕັມກ່ຽວ​ກັບ​ການ​ກ່າວ​ອ້າງ​ຂອງທ່ານ​ນາງ
​ຝອດ ແລະ​ແມ່​ຍິງ​ຄົນ​ອື່ນໆ.

ໜັງ​ສື​ຂອງ​ສະ​ມາ​ຄົມ​ພວກ​ນັກ​ກົດ​ໝາຍອ​າ​ເມ​ຣິ​ກັນ ທີ່​ສົ່ງ​ໄປ​ຫາ​ພວກ​ຜູ້​ນຳ​ຂອງຄະ​ນະ
​ກຳ​ມະ​ການ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ທຳ​ການ​ຂໍ​ຮ້ອງ​ນີ້​ເພາະ​ວ່າ ສະ​ມາ​ຄົມ ABA ເຄົາ​ລົບ​
ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ ແລະ​ຂັ້ນ​ຕອນ​ພາຍ​ໃຕ້​ກົດໝາຍ ການ​ແຕ່ງ​ຕັ້ງ​ໃນ
​ແຕ່​ລະ​ເທື່ອ ເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ສານ​ສູງ​ສຸດ​ຂອງປະ​ເທດ​ພວກ​ເຮົາ ແມ່ນ​ມີ​ຄວາມ
ສຳ​ຄັນ​ຫຼາຍກວ່າ​ທີ່​ຈະ​ເລັ່ງ​ລັດ​ໃນ​ການ​ລົງ​ຄະແນນ​ສຽງ.”

Kavanaugh and Accuser Face Off in Dramatic Hearing
please wait

No media source currently available

0:00 0:03:03 0:00

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ພັກ​ຣີ​ພັບ​ບ​ລີ​ກັນ​ຈະ​ມີ​ຄະ​ແນນ​ພຽງ​ພໍ​ຫຼື​ບໍ່​ເພື່ອຮັບ​ຮອງ​
ເອົາ​ການ​ສະ​ເໜີ​ແຕ່ງ​ຕັ້ງ​ຂອງ​ພວກ​ທ່ານ ຫຼັງ​ຈາກ​ໄດ້​ມີ​ການ​ໃຫ້​ການແບບ​ຮ້ອນ​ແຮງ​ໃນ​
ວັນ​ພະ​ຫັດ​ວານນີ້ ເວ​ລາ​ທ່ານ​ຄາ​ແວ​ນໍໄດ້​ປະ​ຕິ​ເສດ​ດ້ວຍຄວາມ​ໂກດ​ແຄ້ນ ​ຕໍ່​ການ​ກ່າວ​
ຫາ​ວ່າ​ທ່ານ​ລວນ​ລາມ​ທາງ​ເພດ ​ທ່ານ​ນາງ​ຝອດທີ່​ງານພາ​ຕີ້​ແຫ່ງ​ນຶ່ງ​ໃນ​ປີ 1982 ໃນ​ເວ
ລາ​ທີ່​ພວກ​ທ່ານ ຍັງ​ເປັນ​ໄວ​ລຸ້ນ​ຢູ່ນັ້ນ. ບຸກ​ຄົນ​ທັງ​ສອງ ​ຕ່າງ​ກໍ​ໄດ້​ເລົ່າ​ ເລື້ອງ​ລາວ​ຂອງ​
ພວກ​ທ່ານໃຫ້​ຄະ​ນະ​ກຳ​ມະ​ການຕຸ​ລາ​ການ​ຟັງ ໃນ​ການ​ໃຫ້​ການ​ທີ່​ຍືດ​ຍາວ​ ເປັນ​ເວ​ລາ​
ເກືອບ 9 ຊົ່ວ​ໂມງ.

ທ່ານ​ນາງ​ຄ​ຣິ​ສ​ຕີນ ແບ​ລ​ຊີ ຝອດ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ ຂອງ​ສະ​ພາ​ສູງ
ທ່ານ​ນາງ​ຄ​ຣິ​ສ​ຕີນ ແບ​ລ​ຊີ ຝອດ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ ຂອງ​ສະ​ພາ​ສູງ

​ໃນ​ຕອນ​ແລງ​ ຂອງວັນ​ພະ​ຫັດ​ວານນີ້ ສະ​ມາ​ຊິກ​ສະ​ພາ​ສູງ ບອບ ຄອກ​ເກີ ຈາກລັດ​ເທັນ
​ເນ​ສ​ຊີ​ປະ​ກາດ​ວ່າ ທ່ານ​ຈະ​ລົງ​ຄະ​ແນນ​ສຽງສະ​ໜັບ​ສະ​ໜຸນ​ໃຫ້​ທ່ານ​ຄາແວ​ນໍ ເຂົ້າ​ໄປ​ນັ່ງ
​ຢູ່​ໃນ​ສານ​ສູງ​ສຸດ ໃນ​ຂະ​ນະ​ທີ່​ທ່ານ​ກ່າວ​ວ່​າ ມັນ​ເປັນ​ຄວາມ​ກ້​າຫານ​ທີ່​ທ່ານ​ນາງ​ຝອດ​ໄດ້
​ໄປ​ໃຫ້​ການ ແຕ່​ກໍ​ບໍ່​ມີ​ຫຼັກ​ຖານ​ໃດໆ​ ສະ​ໜັບ​ສະ​ໜຸນ​ຕໍ່ການ​ກ່າວ​ຫາ​ຂອງ​ທ່ານ​ນາງ.

ສ່ວນ​ສະ​ມາ​ຊິກ​ສະ​ພາ​ສູງ​ແຈັ​ຟ ເຟ​ລັກ ຈາກ​ລັດ​ອາ​ຣີ​ໂຊ​ນາ ກ່າວ​ວ່າ ທ່ານ​ກໍ​ເຕັມ​ໃຈ​ທີ່ຊັ່ງ​
ຊາ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ທ່ານ ຫຼັງ​ຈາກ​ໄດ້​ຮັບ​ຟັງ​ ຄຳ​ໃຫ້​ການ ຂອງ​ທ່ານ​ນາງ​ຝອດ
ແລະ​ທ່ານ​ຄາ​ແວ​ນໍ​ແລ້ວ.

ຜູ້​ຖືກ​ສະ​ເໜີ​ແຕ່ງ​ຕັ້ງ ໃຫ້​ເປັນ​ຜູ້​ພ​ິ​ພາກ​ສາ​ສານ​ສູງ​ສຸດ ທ່ານ​ແບ​ຣັດ ຄາ​ແວ​ນໍ
ຜູ້​ຖືກ​ສະ​ເໜີ​ແຕ່ງ​ຕັ້ງ ໃຫ້​ເປັນ​ຜູ້​ພ​ິ​ພາກ​ສາ​ສານ​ສູງ​ສຸດ ທ່ານ​ແບ​ຣັດ ຄາ​ແວ​ນໍ

​ເມື່ອ​ມີ​ການ​ຖາມ​ວ່າ ທ່ານ​ຈະ​ລົງ​ຄະ​ແນນ​ສຽງ​ແບບ​ໃດ​ນັ້ນ ທ່ານເຟ​ລັກ​ຕອບ​ວ່າ “ປ່ອຍ​
ໃຫ້​ຂ້ອຍ​ຈັດ​ການ​ກັບ​ມັນ​ເອງ.”

​ທ່ານ​ນາງຮາຍ​ດີ ຮີດ​ແຄມ​ປ໌ ສະ​ມາ​ຊິກ​ສະ​ພາ​ສູງ ​ພັກ​ເດ​ໂມ​ແຄ​ຣັດ​ ຈາກ​ລັດ​ດາໂກ​ຕ້າ
​ເໜືອ ກໍ​ກ່າວ​ວ່າ ທ່ານ​ນາງ​ຕ້ອງ​ການ​ເວ​ລາ ທີ່​ຈະ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ວ່າຈະ​ລົງ​ຄະ​ແນນ​
ສຽງ​ແບບ​ໃດ. ທ່ານ​ນາງ​ຈະ​ລົງ​ສະ​ໝັກ​ຕື່ມ​ອີກ ຢູ່​ໃນ​ລັດ ​ທີ່​ມີ​ການລົງ​ຄະ​ແນນ​ສຽງ​ເປັນ​
ສ່ວນ​ໃຫຍ່ ໃຫ້​ແກ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ.

Kavanaugh Has Supporters, Opponents Among Women
please wait

No media source currently available

0:00 0:02:19 0:00

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG