ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຍົາວະຊົນຍິງລາວ ທີ່ຖືກຫລອກ ໄປຄ້າປະເວນີຢູ່ໄທ ເຕືອນຜູ້ອື່ນ ບໍ່ໃຫ້ຫລົງເຊື່ອ ພວກນາຍໜ້າ


ເຍົາວະຊົນຍິງລາວຈໍານວນນຶ່ງ ທີ່ຖືກບັງຄັບໃຫ້ຂາຍບໍລິການທາງເພດ ຢູ່ໃນພາກໃຕ້ຂອງໄທ ທີ່ຖືກຕໍາຫລວດຊ່ວຍໄວ້
ໃນເດືອນທັນວາ, 2011 ນີ້
ເຍົາວະຊົນຍິງລາວຈໍານວນນຶ່ງ ທີ່ຖືກບັງຄັບໃຫ້ຂາຍບໍລິການທາງເພດ ຢູ່ໃນພາກໃຕ້ຂອງໄທ ທີ່ຖືກຕໍາຫລວດຊ່ວຍໄວ້ ໃນເດືອນທັນວາ, 2011 ນີ້

ເຍົາວະຊົນລາວເພດຍິງ ທີ່ຖືກບັງຄັບໃຫ້ຂາຍບໍລິການທາງເພດຢູ່ໃນໄທ ເຕືອນເຍົາວະຊົນ ລາວດ້ວຍກັນວ່າ ຢ່າຫຼົງເຊື່ອນາຍໜ້າຄ້າແຮງງານ ທີ່ຫຼອກໃຫ້ໄປເຮັດວຽກໂດຍຜິດກົດໝາຍ ຢູ່ໃນໄທ.

ແມ່ອັນເຂົາເຈົ້າ ອັນນັ້ນແລ້ວເດີ້ ຕໍາຫຼວດມາຊ່ວຍເຮົາແລ້ວ (ເຂົາມາ
ແລ້ວບໍ່ລູກເອີ້ຍ) ອື ຕອນນີ້ຕໍາຫຼວດກໍາລັງຊ່ວຍເຮົາຢູ່ ກໍາລັງມາພາມາ
ພັກຢູ່ພາມາອັນນັ້ນ.

ນີ້ແມ່ນສຽງການສົນທະນາລະຫວ່າງເຍົາວະຊົນລາວເພດຍິງຄົນນຶ່ງ ທີ່ຖືກຫຼອກ ແລະ ບີບບັງຄັບໃຫ້ຂາຍບໍລິການທາງເພດຢູ່ໃນ ຈັງຫວັດນະຣາທິວາດ ໃນພາກໃຕ້ຂອງໄທ ຊຶ່ງໄດ້ໂທລະສັບທາງໄກໄປແຈ້ງຂ່າວ​ໃຫ້ຜູ້ເປັນແມ່ ທີ່ຢູ່ໃນເມືອງລາວໃຫ້ຮັບຮູ້ວ່າ ທາງ
ການຕໍາຫຼວດໄທ ໄດ້ໃຫ້ການຊ່ວຍເຫຼືອຕົນ ແລະໝູ່ຄູ່ອີກ 40 ຄົນ ໃຫ້ລອດພົ້ນຈາກ
ຂະບວນການຄ້າມະນຸດແລ້ວ.

ທັງ​ນີ້ ເຈົ້າໜ້າທີ່ຕໍາຫລວດໄທ ພ້ອມດ້ວຍເຈົ້າໜ້າທີ່ກົມສອບສວນຄະດີພິເສດ ແລະຜູ້
ຕາງໜ້າຂອງມູນນິທິ ພິທັກສັດຕີໄທໄດ້ຮ່ວມກັນເຂົ້າກວດກາ ແລະໃຫ້ການຊ່ວຍເຫລືອ ແກ່ເຍົາວະຊົນລາວເພດຍິງ 41 ຄົນ ຢູ່ທີ່ຮ້ານຄາຣາໂອເກະແຫ່ງນຶ່ງ ໃນເຂດອໍາເພີ
ສຸໄຫງໂກ-ລົກ, ຈັງຫວັດ ນະຣາທິວາດ ໃນພາກໃຕ້ຂອງໄທ ເມື່ອອາທິດທີ່ຜ່ານມາ.

ການຊ່ວຍເຫລືອດັ່ງກ່າວ ໄດ້ມີຂຶ້ນພາຍຫລັງທີ່ເຍົາວະຊົນລາວເພດຍິງຄົນນຶ່ງໃນກຸ່ມນີ້ ໄດ້ໂທລະສັບກັບຄືນໄປຫາຜູ້ເປັນແມ່ຂອງຕົນ ຢູ່ໃນເຂດນະຄອນວຽງຈັນ ເພື່ອໃຫ້ໄປ
ຂໍການຊ່ວຍເຫລືອຈາກທາງການຕໍາຫລວດລາວ ທີ່ໄດ້ປະສານງານຮ່ວມກັນກັບທາງ
ການຕໍາຫລວດໄທອີກທອດນຶ່ງນັ້ນວ່າ ຕົນກັບໝູ່ຄູ່ອີກຫລາຍຄົນໄດ້ຖືກຫລອກ ແລະ ຖືກບີບບັງຄັບໂດຍເຈົ້າຂອງຮ້ານໃຫ້ຂາຍບໍລິການທາງເພດ ທັ້ງໆທີ່ວ່າ ກ່ອນໜ້າທີ່
ຈະເດີນທາງມາໄທນັ້ນ ນາຍໜ້າຄ້າແຮງງານໃນລາວໄດ້ຢືນຢັນວ່າ ງານທີ່ຈັດຫາໃຫ້
ຢູ່ໃນໄທນັ້ນ ເປັນງານບໍລິການຢູ່ຮ້ານອາຫານທໍາມະດາ.

ປ້າຍໂຄສະນາ ບໍ່ໃຫ້ຍິງໜຸ່ມຫລົງເຊື່ອຄົນ ແລະຖືກ ຫລອກໄປຂາຍ ໃຫ້ເປັນໂສເພນີຢູ່ໄທ
ປ້າຍໂຄສະນາ ບໍ່ໃຫ້ຍິງໜຸ່ມຫລົງເຊື່ອຄົນ ແລະຖືກ ຫລອກໄປຂາຍ ໃຫ້ເປັນໂສເພນີຢູ່ໄທ

ແຕ່ຢ່າງໃດກໍຕາມ ພາຍຫລັງ
ການສອບປາກຄໍາ ເຍົາວະ
ຊົນລາວເພດຍິງທັງ 41 ຄົນ
ດັ່ງກ່າວແລ້ວນັ້ນ ທາງການ
ໄທກໍພົບວ່າ ມີ 21 ຄົນທີ່ຖືກ
ຫລອກແລະຖືກບີບບັງຄັບ
ໃຫ້ຂາຍບໍລິການທາງເພດ
ເພື່ອໃຊ້ໜີ້ໃຫ້ບັນດານາຍ
ໜ້າຄ້າແຮງງານໃນລາວ
ແລະໄທ ຊຶ່ງເຍົາວະຊົນລາວ
ເພດຍິງແຕ່ລະຄົນນັ້ນ ຈະ
ຕິດໜີ້ຄ່າໃຊ້ຈ່າຍຕ່າງໆ ທີ່
ຈະຕ້ອງຊໍາລະໃຫ້ແກ່ບັນດາ
ນາຍໜ້າຕັ້ງແຕ່ 4 ໝື່ນບາດຂຶ້ນໄປ ຈົນເຖິງແສນກວ່າບາດ ໂດຍຂຶ້ນຢູ່ກັບຄວາມຍາກ ຄວາມງ່າຍຂອງການເດີນທາງເຂົ້າມາໃນໄທເປັນສໍາຄັນ. ສ່ວນອີກ 20 ຄົນທີ່ເຫລືອ
ນັ້ນ ໄດ້ໃຫ້ການຢືນຢັນວ່າ ພວກຕົນສະໝັກໃຈຂາຍບໍລິການທາງເພດ ໂດຍບໍ່ໄດ້ຖືກ
ບີບບັງຄັບແຕ່ຢ່າງໃດ.

ຊຶ່ງດ້ວຍພາລະໜີ້ສິນດັ່ງກ່າວ ຈຶ່ງເຮັດໃຫ້ເຍົາວະຊົນລາວເພດຍິງທຸກຄົນທີ່ຕົກເປັນ ເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດຢູ່ໃນໄທແລ້ວນັ້ນບໍ່ມີທາງເລືອກອື່ນໃດ
ເລີຍ ນອກຈາກການທີ່ຈະຕ້ອງຍອມຂາຍບໍລິການທາງເພດເພື່ອຫາເງິນມາໃຊ້ໜີ້ໃຫ້ໄດ້
ຢ່າງຄົບຖ້ວນ ຫາກບໍ່ສະນັ້ນແລ້ວກໍຈະຖືກທຸບຕີ ແລະຖືກທໍລະມານດ້ວຍວິທີການ
ຕ່າງໆ ເຊັ່ນການຖືກກັກຂັງໄວ້ໃນຫ້ອງມືດ ແລະການໃຫ້ອົດອາຫານ ຈົນກວ່າວ່າຊິ ຍອມຂາຍບໍລິການທາງເພດເປັນຕົ້ນ ແລະ ດ້ວຍຄວາມທຸກຍາກລໍາບາກຢ່າງແສນສາ
ຫັດດັ່ງກ່າວຈຶ່ງເຮັດໃຫ້ເຍົາວະຊົນລາວເພດຍິງຄົນດັ່ງກ່າວນີ້ໄດ້ ເຕືອນເຍົາວະຊົນລາວ
ດ້ວຍກັນວ່າ.

ກະຂໍໃຫ້ເພື່ອນໆຢູ່ລາວທຸກຄົນນັ້ນ ຈົ່ງລະວັງຖ້າເຂົາເຈົ້າຊວນມາເຮັດວຽກອັນນີ້
ຫຼືວ່າເຮັດງານຮ້ານອາຫານ ກະຂໍໃຫ້ເບິ່ງແລ້ວກະເບີ່ງລັກສະນະທ່າທາງຂອງ
ຄົນທີ່ຊວນ ຫຼືວ່າ ເປັນຕາໄວ້ໃຈໄດ້ບໍ່ ກະຂໍໃຫ້ລະມັດລະວັງທຸກຄົນນັ້ນແຫຼະ ກະເປັນຫວ່ງເພາະວ່າບໍ່ຢາກໃຫ້ຖືກຫຼອກ ຄືກັບພວກເຮົາທັງຫຼາຍຄົນນີ້.

ໃນຂະນະທີ່ເຄືອຂ່າຍເພື່ອການຄຸ້ມຄອງແຮງງານຕ່າງດ້າວໃນໄທກໍເຊື່ອວ່າ ມີແຮງງານ
ລາວ ທີ່ລັກລອບທໍາງານໂດຍຜິດກົດໝາຍໃນໄທຫລາຍກວ່າ 4 ແສນຄົນ ໂດຍເກີນກວ່າ
60% ເປັນແຮງງານເພດຍິງ ທີ່ສ່ຽງຕໍ່ການທີ່ຈະຕ້ອງຖືກບີບບັງຄັບໃຫ້ຂາຍບໍລິການທາງ
ເພດ ເນື່ອງຈາກວ່າເປັນແຮງງານລັກລອບເດີນທາງເຂົ້າມາໃນໄທ ໂດຍຜິດກົດໝາຍ ຈຶ່ງ
ບໍ່ໄດ້ຮັບການຄຸ້ມຄອງສິດຕ່າງໆ ຕາມກົດໝາຍແຮງງານຂອງໄທນັ້ນເອງ.

XS
SM
MD
LG