ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການບັງຄັບໃຊ້ແຮງງານ ຢູ່ບໍລິສັດມາເລເຊຍ ພາ​ໃຫ້​ມີ​ການຫ້າມ ການ​ນຳ​ເຂົ້າ​ສິນ​ຄ້າ ມາສະຫະລັດ


ພະນັກງານຄົນນຶ່ງກຳລັງກວດເບິ່ງຊົບມື ຢູ່ໂຮງງານ ໃນເມືອງກລັງ (Klang) ຢູ່ນອກນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ວັນທີ 11 ມັງກອນ 2010.
ພະນັກງານຄົນນຶ່ງກຳລັງກວດເບິ່ງຊົບມື ຢູ່ໂຮງງານ ໃນເມືອງກລັງ (Klang) ຢູ່ນອກນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ວັນທີ 11 ມັງກອນ 2010.

ລັດຖະບານມາເລເຊຍ ແລະບັນດາຜູ້ນຳທຸລະກິດກ່າວວ່າ ເຂົາເຈົ້າກຳລັງເອົາບາດກ້າວທີ່ຈະກຳຈັດການບັງຄັບໃຊ້ແຮງງານ ທ່າມກາງ​ທີ່​ມີການຫ້າມນຳ​ເຂົ້າສິນຄ້າມາຍັງສະຫະລັດ ກ່ຽວກັບກາ​ນ​ລ່ວງ​ລະ​ເມີດ​ຢ່າງ​ແຜ່ກວ້າງ ​ໃນ​ການໃຊ້ແຮງງານຕ່າງ​ດ້າວ ​ສຳ​ລັບເຮັດຊົບມືຢາງ ແລະນໍ້າມັນຕົ້ນພາມສ່ວນ​ໃຫຍ່ຂອງໂລກ.

ບັນດາຜູ້ສະ​ໜັບ​ສະ​ໜຸນ​ດ້ານແຮງງານ ແລະນັກວິເຄາະ ເຖິງຢ່າງໃດກໍດີ ກ່າວວ່າ ຄວາມພະຍາຍາມຂອງເຂົາເຈົ້າ ຍັງບໍ່ໄປໄກພໍ.

ມາເລເຊຍ ເປັນປະເທດທີ່ນຳໜ້າຂອງໂລກ ໃນການສະ​ໜອງ ຊົບມືຢາງ​ດ້ານການແພດ ແລະເປັນຜູ້ຜະລິດນໍ້າມັນຕົ້ນພາມທີ່ໃຫຍ່ສຸດອັນດັບສອງຮອງຈາກ ອິນໂດເນເຊຍ. ອຸດສາຫະກຳທັງສອງຢ່າງນີ້ໄດ້ດືງດູດເອົາພວກແຮງງານຈາກ ຕ່າງປະເທດເປັນ​ຈຳ​ນວນຫຼວງຫຼາຍເພື່ອມາ​ເຮັດ​ວຽກທີ່ຊາວມາເລເຊຍສ່ວນໃຫຍ່ບໍ່ເຮັດເພາະຄ່າຈ້າງຕໍ່າ ເຮັດວຽກຫຼາຍຊົ່ວໂມງ ແລະໃຊ້ເຫື່ອແຮງຫຼາຍ.

ໃນ​ໄລ​ຍະສອງປີເຄິ່ງທີ່ຜ່ານມາ​ນີ້ ຫ້ອງການພາສີແລະປ້ອງກັນຊາຍແດນ​ຂອງສະຫະລັດ ໄດ້ສັ່ງຫ້າມການນຳເຂົ້າ​ຈາກແປດບໍລິສັດຂອງມາເລເຊຍທີ່​ເຮັດ​ຊົບ ​ມື ແລະເຮັດນໍ້າມັນຕົ້ນພາມ ສີ່ບໍລິສັດນັບແຕ່ເດືອນຕຸລາ​ເປັນ​ຕົ້ນ​ມາ ໃນຂໍ້ກ່າວຫາໃຊ້ແຮງງານ​ເກີນ​ຂອບ​ເຂດ ນັບ​ແຕ່ການເຮັດວຽກ​ກາຍເວລາ ຫຼາຍເກີນໄປໂພດ ແລະກັກເງິນຄ່າຈ້າງໄວ້​ເປັນ​ເຄື່ອງ​ປະ​ກັນ ແລະ​ໃຊ້​ຄວາມຮຸນແຮງດ້ານຮ່າງກາຍ. ຫົກຂອງອັນທີ່ຮ້ອງວ່າ ເປັນຄຳສັ່ງໃຫ້ກັກໄວ້ນັ້ນຍັງ​ມີຜົນບັງຄັບໃຊ້ ຢູ່ ຊຶ່ງຫຼາຍກວ່າປະເທດໃດໆ ຍົກເວັ້ນ​ຈາກຈີນ.

ບັນດາບໍລິສັດມາເລເຊຍ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສືບສວນຕໍ່ການກ່າວຫາ ຫຼື ປະກາດປັບ​ປຸງບ່ອນພັກເຊົາທີ່ແອອັດ​ໂພດ ແລະບໍ່ສະອາດ ສຳ​ລັບພວກພະນັກ ງານຂອງເຂົາເຈົ້າ ຈ່າຍຄືນ​ເງິນ​ຄ່າ​ທຳ​ນຽມໃຫ້ແກ່ເຂົາເຈົ້າ ທີ່ຈ້າງເຂົ້າເຮັດວຽກ ແລະ​ທຳ​ກນປະຕິຮູບອື່ນໆ​ອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG