ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ເປີດ​ຮອບ ​ປະຖົມ​ມະ​​ເລີກ ຮູບ​ເງົາ​​ເລື້​ອງ Star War ຕອນ 'Force Awakens'


US Star Wars Premier
please wait
Embed

No media source currently available

0:00 0:02:43 0:00

ຮູບ​ເງົາ​​ເລື້​ອງ Star War

ເປັນ​ເວລາ​ເຫິງ​ນານ​ມາ​ແລ້ວ ​ໃນກາ​ແລັກ​ຊີ​ຂອງ​ດວງ​ດາວ​ ທີ່ຢູ່
​ຫ່າງ​ໄກແຫ່ງ​ນຶ່ງ ຮູບ​ເງົາເລື້​ອງ Star War ຫລື​ສົງຄາມ​ດວງ​ດາວ
​ໄດ້​ເຂົ້າສາ​ຍ​ໃນ​ໂຮງ​ຮູບ​ເງົາ ​ແລະ​ໄດ້​ກາຍ​ມາ​ເປັນ​ຕົ້ນ​ແບບ​ຂອງ
​ສັງຄົມ​ໂລກ​ທີ່​ທັນ​ສະ​ໄໝ ທີ່​ຮູ້​ກັນ​ວ່າ “pop culture icon”
ແລະ​ບັນດາ​ນັກສະແດງຂອງ​ຕົວ​ລະຄອນ​ໃນ​ເລື້ອງ ​ໄດ້​ມາ​ຮວມ
ຕົວ​ກັນ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ນະຄອນ Los Angeles ພ້ອມ​ກັບ
​ບັນດາ​ນັກສະ​ແດງ​ໜ້າ​ໃໝ່ ​ເພື່ອ​ເປັນ​ການ​ເປີດ​ຮອບ​ປະຖົມ​ມະ
ເລີກຂອງ​ຮູບ​ເງົາ​ເລື້ອງ​ນີ້ ຊຶ່ງ​ເປັນ​ການ​ເນັ້ນ​ເຖິງ​ການ​ໂຄສະນາ​ເຖິງ​ການ​ການ​ລົງທຶນ​ດ້ານ franchise.

Star War: The Force Awakens ນີ້​ແມ່ນຮູບ​ເງົາ​ເລື້ອງທີ 7 ນັບ​ຕັ້ງ​ແຕ່ ​ເລື້ອງ​ດັ້ງ​ເດີມ​ໄດ້ນຳ​ອອກ​ເຜີຍ​ແຜ່ ​ໃນ​ປີ 1977 ​ແລະ​ເປັນ​ຄັ້ງທຳ​ອິດ ນັບ​ຕັ້ງ​ແຕ່​ປີ 2005 ​ເປັນ​ຕົ້ນ​ມາ. ຕໍ່​ມາ
ອີກ 3 ​ເລື້ອງ ກໍ​ແມ່ນ​ເປັນ​ການ​ເດີນ​ເລື້ອງ​ໄປ​ກ່ອນ ຕາມ​ບົດເລື້ອງດັ້ງ​ເດີມ ​ໂດຍ​ທີ່​ເລື້ອງໃໝ່
ຈະ​ສືບ​ຕໍ່​ຈາກ​ເລື້ອງ​ທີ່​ອອກ​ສາຍ ​ໃນ​ປີ 198​3 ເລື້ອງ Return of the Jedi.

Mark Hamill ​ໄດ້ກາຍ​ມາ​ເປັນ​ຜູ້​ທີ່​ມີ​ຊື່​ສຽງ​ໂດ່​ງດັງ ​ໃນ​ຕົວລະຄອນ Jedi ທີ່​ຊື່ວ່າ Luke Skywalker ​ໃນ​ຮູບ​ເງົາ​ຕົ້ນ​ສະບັບ ​ແລະ​ຫຼັງ​ຈາກ​ທີ່​ໄດ້​ກັບ​ມາ​ພົບ​ກັນ​ອີກ ກັບ Harrison Ford (Han Solo) ​ແລະ Carrie Fisher (Princess Leia) ​ໄດ້​ກ່າວ​ວ່າ ​ມັນ​ເໝືອນ​ຝັນ” ທີ່​ໄດ້​ກັບ​ມາ​ຮັບ​ບົດບາດ​ເປັນ​ຕົວ​ລະຄອນ​ອີກ​ຄັ້ງ​ນຶ່ງ ​ໃນ​ທົດ​ສະ​ວັດ​ຕໍ່​ມາ.

Hamill ​ໄດ້​ກ່າວ​ວ່າ: “ມັນ​ເປັນ​ສິ່ງ​ທີ່​ດີ ທີ່​ໄດ້​ມີ​ງານ​ຕຽມ​ໄວ້ ສະຫຼັບ​ຫຼາຍໆປີຂອງ​ການ​ໂດດ​ເດັ່ນ​ນີ້ ນັ້ນ​ແຫລະ ​ເປັນ​ການ​ດີ​ແທ້ໆ ມັນ​ປຽບ​ເໝືອນ​ວ່າ ​ເປັນ​ແຜນເບ້ຍ​ບຳ​ນານ ເພາະວ່າ ປະຈຸ​ບັນ​ນີ້ ຂ້ອຍ​ເປັນຕົວ​ລະຄອນ Jedi​.”

Ford ກໍ​ໄດ້​ກ່າວ​ເຊັ່ນ​ກັນ​ວ່າ ມີ​ຄວາມ​ປຶ້ມປິ​ຕິ ທີ່​ໄດ້​ກັບ​ມາສະ​ແດງ​ອີກ.

“ມັນ​ຍັງ​ມີ​ຕົວ​ລະຄອນ​ອື່ນໆ ອີກ​ມາກ​ມາຍ​ທີ່​ໜ້າ​ສັນລະ​ເສີນ​ໃນການໄດ້​ຮັບໂອກາດ ຊຶ່ງ​ຂ້າພະ​ເຈົ້າ​ໝາຍ​ຄວາມ​ວ່າ, ກ່ອນ​ອື່ນ​ໝົດ ພວກ​ຜູ້​ຄົນ​ແມ່ນ​ໄດ້ຕັ້ງໜ້າ​ຕັ້ງ​ຕາລໍ​ຄອຍ ຖ້າ​ເບິ່ງ​ຮູບ​ເງົາ​ເລື້ອງ​ນີ້​ ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ຊຶ່ງ​ນັ້ນ​ເປັນ​ການ​ດີ.”

John Boyega ສະ​ແດງ​ເປັນ Finn ນຶ່ງ​ໃນ​ຕົວ​ລະ​ຕອນ​ຕົວ​ໃໝ່ຂອງ​ເລື້ອງ ແລະ​ໄດ້​ສະ​ແດງ​ເຖິງ​ຄວາມ​ຮູ້​ສຶກທີ່​ວ່າ ​ຖື​ວ່າ​ເປັນກຽດ​ທີ່​ໄດ້​ມາສະແດງ​ຮ່ວມ​ກັບ​ບັນດາ​ຣາຮຸ້ນ​ອະ​ວຸ​ໂສໃນ​ການ
​ເປີດ​ຮອບ​ປະຖົມມະເລີກ​ນີ້.

XS
SM
MD
LG