ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ພຶດສະພາ ໒໐໒໔

ນັກ​ວິ​ເຄາະ​ກ່າວ​ວ່າ ສຳ​ລັບ ຈີນ ເກົາຫຼີ​ເໜືອ ແມ່ນ​ກົນ​ອຸ​ບາຍ​ເພື່ອ​ໃຊ້​ໃນ​ການ​ແຂ່ງ​ຂັນ​ກັບ ສະ​ຫະ​ລັດ


ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ທີ​ສອງ​ຈາກ​ຊ້າຍ, ແລະ ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ, ທີ​ສອງ​ຈາກ​ຂວາ, ກວດ​ກາ​ໂຮງ​ປະ​ກອບ​ຈະຫຼວດ​ຢູ່​ສະ​ຖານ​ທີ່​ປ່ອຍ​ຍານ​ອະ​ວະ​ກາດ ວອ​ສ​ຕອ​ຈ​ນີ, ນອກ​ເມືອງ ຊຽວ​ຄອບ​ສ​ກີ, ຣັດ​ເຊຍ, 13 ກັນ​ຍາ 2023.
ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ທີ​ສອງ​ຈາກ​ຊ້າຍ, ແລະ ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ, ທີ​ສອງ​ຈາກ​ຂວາ, ກວດ​ກາ​ໂຮງ​ປະ​ກອບ​ຈະຫຼວດ​ຢູ່​ສະ​ຖານ​ທີ່​ປ່ອຍ​ຍານ​ອະ​ວະ​ກາດ ວອ​ສ​ຕອ​ຈ​ນີ, ນອກ​ເມືອງ ຊຽວ​ຄອບ​ສ​ກີ, ຣັດ​ເຊຍ, 13 ກັນ​ຍາ 2023.

ປັກ​ກິ່ງ ແມ່ນ​ເບິ່ງ​ຄື​ວ່າ​ ຈະ​ບໍ່​ຊ່ວຍ​ເຫຼືອ ວໍ​ຊິງ​ຕັນ ຂັດ​ຂວາງ​ການ​ຮ່ວມ​ມື​ທາງ​ທະ​ຫານ ລະ​ຫວ່າງ ເກົາຫຼີ​ເໜືອ ແລະ ຣັດ​ເຊຍ ເພາະ​ວ່າ ຈີນ ເຫັນ​ວ່າ ​ການ​ເຄື່ອນ​ໄຫວ​ນັ້ນ ​ເປັນ​ການ​ທຳ​ລາຍ​ຕົນ​ເອງ ໃນ​ຂະ​ນະ​ທີ່​ສົ່ງ​ເສີມ​ເປົ້າ​ໝາຍ​ຂອງ ສະ​ຫະ​ລັດ ໃນ ຢູ​ໂຣບ ແລະ ເອ​ເຊຍ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ນັກ​ວິ​ເຄາະ.

ທ່ານ ແດ​ນຽ​ລ ເດີ​ເພ​ທ​ຣິ​ສ (Daniel DePetris), ນັກ​ວິ​ໄຈ​ຢູ່​ທີ່​ສູນ​ບູ​ລິ​ມະ​ສິດ​ການ​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ “ຍ້ອນ​ນະ​ໂຍ​ບາຍ ສະ​ຫະ​ລັດ ໃນ ເອ​ເຊຍ ແລະ ຄວາມ​ພະ​ຍາ​ຍາມ​ຂອງ ວໍ​ຊິງ​ຕັນ ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ເພື່ອ​ຈຳ​ກັດ​ອຳ​ນາດ​ຂອງ ຈີນ ຢູ່​ໃນ​ພາກ​ພື້ນ​ນັ້ນ, ປັກ​ກິ່ງ ບໍ່​ມີ​ເຫດ​ຜົນ​ທີ່​ຈະ​ຊ່ວຍ​ເຫຼືອ ສະ​ຫະ​ລັດ, ແມ່ນ​ກະ​ທັ້ງ​ໃນ​ທາງ​ອ້ອມ, ກ່ຽວ​ກັບ ນຶ່ງ​ໃນ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ທີ່​ເປັນບູ​ລິ​ມະ​ສິດສູງ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ ຄືຄວາມ​ຜ່າຍ​ແພ້​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ.”

ທ່ານ ເດີ​ເພ​ທ​ຣິ​ສ ໄດ້​ສືບ​ຕໍ່​ກ່າວ​ໃນ​ອີ​ເມ​ລທີ່​ຂຽນ​ຫາ ວີ​ໂອ​ເອ ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ “ສຳ​ລັບ ຈີນ, ເກົາຫຼີ​ເໜືອ ບໍ່​ແມ່ນ​ບັນ​ຫາ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ແຕ່​ກົງ​ກັນ​ຂ້າມ​ແມ່ນ​ກົນ​ອຸ​ບາຍ​ທີ່​ຕ້ອງ​ໃຊ້​ໃນ​ການ​ແຂ່ງ​ຂັນ​ຂອງ​ເຂົາ​ເຈົ້າ​ກັບ ວໍ​ຊິງ​ຕັນ.”

ສະ​ຫະ​ລັດ ໄດ້​ຫັນຫາ ຈີນ ເພື່ອ​ຊ່ວຍ​ຄວບ​ຄຸມ​ການ​ປະ​ຕິ​ບັດ​ການ​ຍິງ​ລູກ​ສອນ​ໄຟ​ທີ່​ເປັນ​ໄພຂົ່ມ​ຂູ່​ຂອງ ເກົາຫຼີ​ເໜືອ ຊຶ່ງ​ດຽວນີ້​ ໄດ້​ຂະ​ຫຍາຍ​ອອກ​ກາຍ​ເອ​ເຊຍ​ຕາ​ເວັນ​ອອກ ໄປ​ຫາ ຢູ​ໂຣບ, ບ່ອນ​ທີ່​ສົງ​ຄາມ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ດຳ​ເນີນ​ຢູ່​ເປັນ​ປີ​ທີ​ສາມ.

ລູກ​ສອນ​ໄຟ​ຂອງ ເກົາຫຼີ​ເໜືອ ໄດ້​ເຮັດ​ໃຫ້​ພົນ​ລະ​ເຮືອນ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ໃນ​ເມືອງ​ຕ່າງໆ​ຂອງ ຢູ​ເຄ​ຣນ ຄື ຊາ​ໂປ​ຣິ​ສ​ເຊຍ, ກີ​ຢິບ, ໂດ​ເນັດ​ສ໌ ແລະ ຄາ​ກີບ ນັບ​ຕັ້ງ​ແຕ່​ເດືອນ​ທັນ​ວາ​ເປັນ​ຕົ້ນ​ມາ, ຫ້ອງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ ​ໃນ​ວັນ​ທີ 22 ກຸມ​ພາ​ທີ່​ຜ່ານ​ມາ.

ໃນ​ວັນ​ຕໍ່​ມາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະຫະລັດ ໄດ້​ປະ​ກາດ​ວ່າ ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ເຂົາ​ເຈົ້າ​ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ເກົາຫຼີ​ເໜືອ ທ່ານ ຈັງ ແພັກ, ໄດ້​ຈັດ​ການ​ເຈ​ລະ​ຈາ​ກັບ​ທູດ​ພິ​ເສດ​ຂອງ ຈີນ ທີ່​ຮັບ​ຜິດ​ຊອບ​ບັນ​ຫາ​ແຫຼມ ເກົາຫຼີ, ທ່ານ ຫຼິວ ຊຽວ​ມິງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG