ການພິຈາລະນາຄະດີໄດ້ຖືກດຳເນີນໄປແບບປິດລັບ ສຳລັບຊາວການາດາສອງຄົນທີ່ໄດ້ຖືກຄຸມຂັງມາຫຼາຍກວ່າ 2 ປີ ຢູ່ໃນຈີນນັ້ນ ແມ່ນໄດ້ສິ້ນສຸດແລ້ວ ໂດຍຄຳຕັດສິນ ຈະຖືກປະກາດອອກມາ “ໃນເວລາທີ່ໄດ້ເລືອກໄວ້” ອີງຕາມຖະແຫຼງ ການທີ່ເປັນທາງການຂອງຈີນ.
ທ້າວໄມໂກລ ສປາວອຣ ແລະທ້າວໄມໂກລ ໂຄວ໌ຣິກ ໄດ້ຖືກຄວບຄຸມໂຕໃນເດືອນທັນວາ ປີ 2018 ໃນອັນທີ່ປາກົດວ່າ ເປັນການຕອບໂຕ້ຄືນຕໍ່ການຈັບກຸມທ່ານນາງ ເມິງ ວານຊູ ຜູ້ບໍລິຫານຂອງບໍລິສັດຮົວເຫວີຍຢູ່ໃນນະຄອນແວນຄູເວີ ຂອງການາດາ ຜູ້ທີ່ກຳລັງຕໍ່ສູ້ກັບການຂໍຮ້ອງໃຫ້ສົ່ງຜູ້ກ່ຽວໄປໃຫ້ສະຫະລັດ.
ຊະຕາກຳຂອງ “ທັງສອງໄມໂກລ” ໃນຖານະເປັນນັກໂທດນັ້ນ ກໍໄດ້ຮັບຮູ້ແລ້ວ ຊຶ່ງໄດ້ເຮັດໃຫ້ການາດາເຂົ້າໃຈວ່າ ຈີນແມ່ນຫຍັງແລະບໍ່ແມ່ນຫຍັງ ຊຶ່ງອະດີດເອກອັກຄະລັດຖະທູດຄົນນຶ່ງຂອງນະຄອນອອຕຕາວາ ປະຈຳປັກກິ່ງ ແລະເປັນອະດີດເຈົ້າໜ້າທີ່ປະຕິບັດກົດໝາຍຜູ້ອະວຸໂສ ໄດ້ກ່າວຕໍ່ວີໂອເອ.
ການພິຈາລະນາຄະດີ ສຳລັບທ້າວໄມໂກລ ສປາວອຣ ໄດ້ມີຂຶ້ນເມື່ອວັນສຸກແລ້ວນີ້ຢູ່ໃນເມືອງດານດົງທາງພາກຕາເວັນອອກສຽງເໜືອຂອງປະເທດ. ພຽງຂ່າວດຽວທີ່ທາງການຂອງຈີນໄດ້ເປີດເຜີຍ ກໍແມ່ນວ່າ ການພິຈາລະນາຄະດີ ໄດ້ເກີດຂຶ້ນແລະວ່າ ຄຳຕັດສິນແມ່ນຍັງລໍຖ້າຢູ່.
ສ່ວນການພິຈາລະນາຄະດີຂອງທ້າວໄມໂກລ ໂຄວຣິກ ໄດ້ເກີດຂຶ້ນໃນວັນຈັນຜ່ານມາຢູ່ໃນນະຄອນຫຼວງປັກກິ່ງ ແຕ່ບໍ່ມີຜູ້ໃດຮູ້ເລີຍວ່າ “ທ່ານໂຄວຣິກ ໄດ້ຖືກນຳມາສານແນວໃດແລະເວລາໃດ ຫຼັກຖານຫຍັງໄດ້ຖືກນຳມາອ້າງຕໍ່ລາວ ແລະລາວມີໂອກາດທີ່ຈະກ່າວປ້ອງກັນໂຕເອງໄດ້ບໍ່” ນັ້ນແມ່ນລາຍງານຂອງນັກຂ່າວ Globe and Mail ຂອງການາດາ ປະຈຳປັກກິ່ງ.
[[ https://www.theglobeandmail.com/world/article-closed-door-trial-for-michael-kovrig-concludes-with-verdict-to-come-at/ ]].
[[https://twitter.com/nvanderklippe/status/1373812674614734848?s=20]]
“ໃນແງ່ຂອງສາຍສໍາພັນຂອງການາດາກັບຈີນໃນອະນາຄົດ ຂ້າພະເຈົ້າຄິດວ່າ ມັນຈະກັບຄືນສູ່ສະພາບປົກກະຕິ ມັນຈະເປັນແບບແນວທາງທີ່ເລືອກຈະປະຕິ ບັດຫຼາຍກວ່າ ບັດນີ້ພວກເຮົາໄດ້ເຫັນເບື້ອງທີ່ບໍ່ດີຂອງຈີນ” ນັ້ນແມ່ນຄຳເວົ້າຂອງທ່ານກາຍ ຊັງ-ຊາກ ເອກອັກຄະລັດຖະທູດຂອງການາດາ ປະຈຳປັກກິ່ງ ຈາກປີ 2012 ຫາ 2016 ທີ່ໄດ້ກ່າວໄປໃນການສຳພາດທາງໂທລະສັບ.
ທ່ານກ່າວຕື່ມວ່າ “ພວກເຮົາໄດ້ຮຽນຮູ້ຫຼາຍຢ່າງໃນສອງປີທີ່ຜ່ານມາກ່ຽວກັບ ແມ່ນຍັງແທ້ ທີ່ເກີດຂຶ້ນຢູ່ໃນຈີນ. ມັນໄດ້ກາຍເປັນເລື້ອງທີ່ເປັນໄປບໍ່ໄດ້ເລີຍສຳລັບບັນດາປະເທດຕາເວັນຕົກ ທີ່ຈະສືບຕໍ່ໃຫ້ຄວາມເຊື່ອຖືແກ່ຈີນ.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ